ມາສົມທຽບສອງຄຳທີ່ໃກ້ຄຽງກັນເຊັ່ນຄຳ​ວ່າ ແຮ່ງ ກັບ ແຫ່ງ

SA Game

DooDiDo

ອະທິບາຍຄວາມໝາຍຂອງຄຳວ່າ ແຮ່ງ  ກັບ ແຫ່ງ.

ທັງສອງຄຳສັບນີ້ມີການອອກສຽງທີ່ໃກ້ຄຽງກັນທີ່ສຸດແຕ່ການຂຽນມີຄວາມແຕກຕ່າງທາງດ້ານພະຍັນຊະນະ ເພາະພະຍັນຊະນະ  ເປັນພະຍັນຊະນະສຽງຕ່ຳ ແມ່ນພະຍັນຊະນະສຽງສູງ ສ່ວນ ແຮ່ງ ກັບແຫ່ງ  ເປັນຄໍາສັບທີ່ມີຄວາມໝາຍແຕກຕ່າງກັນກັນແຕ່ຫຼາຍຄົນອາດຈະສັບສົນໃນການຂຽນຜິດໆຖືກໆ ເວລາໃຊ້ຄໍາສັບທັງສອງນີ້ໃຫ້ແທດເໝາະກັບການໃຊ້ປະໂຫຍກຄຳເວົ້າ.

ດັ່ງນັ້ນໃນບົດນີ້ຈະນໍາເອົາຄຳສັບທີ່ວ່າ ແຮ່ງ ກັບ ແຫ່ງ ເພື່ອນໍາມາທໍາຄວາມເຂົ້າໃຈເລິກເຊິ່ງຢ່າງກະຈ່າງແຈ້ງກ່ຽວກັບຄໍານີ້ ເຮົາຂໍນໍາເອົາຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງໄວ້​ຈ່ຳ​ນວນ​ໜຶ່ງ,ເພື່ອບໍ່ໃຫ້ສັບສົນໃນການຂຽນ ແລະ ການແປຄຳສັບທັງສອງຄຳນີ້ ເພື່ອມາອະທິບາຍຄວາມໝາຍຄໍາສັບດັ່ງກ່າວໃຫ້ມີຄວາມກະຈ່າງແຈ້ງຂຶ້ນ ດັ່ງນີ້:

SA Game
DooDiDo

ຄຳວ່າ ແຮ່ງ.

ຄືສິ່ງທີ່ມີຄວາມໝາຍວ່າ: ຍິ່ງ,ກວ່າ, ເກີນ,ຕື່ມ,ຍິ່ງກວ່າ

ແຮ່ງຄັກ=ຄັກກວ່າ,ຄັກຕື່ມ,ແຮ່ງຄັກ

ແຮ່ງຫຼາຍ=ຫຼາຍກວ່າ,ຍິ່ງຫຼາຍ

ແຮ່ງມີ=ມີຕື່ມ,ຍິ່ງມີ

ຄໍາວ່າ ແຮ່ງ ເວົ້າໂດຍສະເພາະແມ່ນມີຫຼາຍຫຼືມີເກີນປົກກະຕິ ຖ້າດີກໍ່ຈະດີກວ່າຂຶ້ນໄປອີກ ຖ້າຊົ່ວກໍ່ຈະຊົ່ວຫຼາຍຂຶ້ນຕື່ມ…ເຫຼົ່ານີ້ເປັນຕົ້ນ.

ຕົວ­ຢ່າງ:

-ມື້ວານລຸງສີໄປຫາປາກໍ່ວ່າໄດ້ຫຼາຍທີສຸດແລ້ວແຕ່ມື້ນີ້ແຮ່ງໄດ້ຫຼາຍກວ່າເກົ່າ

-ທ້າວ ສີ ຕິດຢາເສບຕິດປີກາຍຄືວ່າໄຄແດ່ ບາດມາປີນີ້ແຮ່ງຊ້ໍາຮ້າຍ ກໍ່ໝາຍເຖິງວ່າປີນີ້ແຮງເສບຢາຫຼາຍຂຶ້ນ…

ຄຳວ່າ ແຫ່ງ.

ມີຄວາມໝາຍຄື:

1. ຂອງ: ແຫ່ງຊາດ,ແຫ່ງລັດ,ແຫ່ງຄວາມຮັກ…

ຕົວຢ່າງ:

-ມະຫາວິທະຍາໄລແຫ່ງຊາດ

-ທະນາຄານແຫ່ງ ສປປລາວ

-ສະພາແຫ່ງຊາດ

-ວັນແຫ່ງຄວາມຮັກ…

2. ສະຖານທີ່: ແຫ່ງນີ້,ແຫ່ງນັ້ນ,ແຫ່ງເອເຊຍ,ແຫ່ງຫົນໃດ…

ຕົວຢ່າງ:

-ຊຽງຂວາງດິນແດນແຫ່ງວິລະຊົນ

-ປະຕູໄຊຕັ້ງຢູ່ແຫ່ງຫົນໃດ ?…

ສະຫຼຸບ.

ຄໍາວ່າ ແຮ່ງ ເວົ້າໂດຍສະເພາະແມ່ນມີຫຼາຍຫຼືມີເກີນປົກກະຕິ ຖ້າດີກໍ່ຈະດີກວ່າຂຶ້ນໄປອີກ ຖ້າຊົ່ວກໍ່ຈະຊົ່ວຫຼາຍຂຶ້ນຕື່ມ…ເຫຼົ່ານີ້ເປັນຕົ້ນ. ສ່​ວນຄຳວ່າ ແຫ່ງ ມີຄວາມໝາຍຄື ຂອງ ຫລື ສະຖານທີ່.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo