ມອບໃບກຽດຕິຄຸນໃຫ້ໂຮງຮຽນສິລະປະແຫ່ງຊາດ​ຂອງສະມາຄົມສຽງແຄນລາວ

SA Game

ຂ​ປ​ລ​

ຄູ-ອາຈານ-ນັກຮຽນ ໂຮງຮຽນສິລະປະໄດ້​ຮັບ​ໃບ​ກຽດ​ຕິ​ຄຸນ​ຈາກສະມາຄົມສຽງແຄນລາວ

ສະມາຄົມສຽງແຄນລາວ ແລະ ໂຮງຮຽນສິລະປະແຫ່ງຊາດ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຕັ້ງພິທີມອບໃບກຽດຕິຄຸນ, ໃບຍ້ອງຍໍ ໃຫ້ໂຮງຮຽນ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ພາຍໃນໂຮງຮຽນສິລະປະແຫ່ງຊາດໃນວັນທີ 19 ຕຸລາ 2022 ນີ້, ທີ່ມີຜົນງານການຮ່ວມມືເສບບົດບັນ ເລງສຽງແຄນລາວບັນດາເຜົ່າ ປະສານກັບດົນຕີສາກົນ ວົງອໍແກສຕຣາ ໃນບົດບັນເລງ ”ສືບສານຕຳນານສຽງແຄນແຜ່ນດິນເດີມ ຂອງຄົນເຊື້ອຊາດລາວ”

ເພື່ອສະເຫລີມສະ ຫລອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໃນໄລຍະຜ່ານມາ, ຕາງໜ້າມອບໂດຍ ທ່ານ ໂພສີ ແກ້ວມະນີວົງ ຮອງລັດ ຖະມົນຕີກະຊວງ ຖວທ.

ໂອກາດດັ່ງກ່າວ, ທ່ານ ຈັນແສງ ພິມມະວົງ ຮອງປະ ທານສະມາຄົມສຽງແຄນລາວ ກ່າວວ່າ: ໃນໄລຍະຜ່ານມາ ສະມາຄົມສຽງແຄນລາວ ແລະ ໂຮງຮຽນສິລະປະແຫ່ງຊາດ ໄດ້ຮ່ວມມືກັນສ້າງເປັນບົດບັນເລງ ສຽງແຄນລາວບັນດາເຜົ່າ ປະສານກັບເຄື່ອງດົນຕີສາກົນ ເປັນວົງອໍແກສຕຣາ

SA Game
ຂ​ປ​ລ​

ໂດຍໄດ້ລວບລວມເອົາ ລາຍແຄນລາວບັນດາເຜົ່າ 50 ຊົນ ເຜົ່າໃນຂອບເຂດທົ່ວປະເທດ ຂຽນເປັນບົດລາຍແຄນ ແລ້ວມາຂຽນເປັນໂນດຊອນແຟດົນຕີສາກົນ ເປັນວົງອໍແກສຕຣາ ຊຶ່ງໃນປະຫວັດສາດລາວແມ່ນບໍ່ເຄີຍສ້າງບົດເພງລັກສະນະນີ້ມາກ່ອນ ໂດຍໃຊ້ເວລາເສບ 26 ນາທີ ທັງນີ້, ກໍເພື່ອເຮັດໃຫ້ງານມະໂຫລານສຽງແຄນ ເຊື້ອຊາດລາວ ມໍຣະດົກໂລກ, ງານສະເຫລີມສະຫລອງວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ວັນສຳຄັນປະຫວັດສາດ ຂອງພັກ ແລະ ຂອງຊາດ ປີ 2020 ມີເນື້ອໃນ ແລະ ມີບັນຍາກາດຄຶກຄື້ນ ມ່ວນຊື່ນ ເປັນການເອກອ້າງສຽງແຄນເຊື້ອຊາດລາວມໍຣະດົກໂລກ ອອກສູ່ສັງຄົມພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຫລາຍຂຶ້ນ.

ສຳລັບ ແຜນການໃນຕໍ່ໜ້າ ສະມາຄົມສຽງແຄນລາວ ຈະສືບຕໍ່ຮ່ວມມືກັບໂຮງຮຽນສິລະປະແຫ່ງຊາດ ເພື່ອປັບ ປຸງບົດບັນເລງສຽງແຄນລາວບັນດາເຜົ່າ ປະສານກັບດົນຕີສາກົນ ວົງອໍແກສຕຣາ “ສືບສານຕຳນານສຽງແຄນແຜ່ນ ດິນເດີມຂອງຄົນເຊື້ອຊາດລາວ” ເພື່ອໃຫ້ສົມບູນແບບ ກາຍເປັນຫລັກສູດການຮຽນ-ການສອນ ຂອງໂຮງຮຽນສິລະປະແຫ່ງຊາດ ແນໃສ່ເພື່ອສ້າງຮຸ່ນສືບທອດໃນຕໍ່ໜ້າ.

SA Game
ຂ​ປ​ລ​

ພາຍໃນພິທີດັ່ງກ່າວ, ໄດ້ຊົມການດ່ຽວແຄນ ປະສານສຽງດົນຕີສາກົນ ວົງອໍແກສຕຣາ ທີ່ມີຊື່ບົດບັນເລງ ວ່າ: “ສືບສານຕຳນານສຽງແຄນແຜ່ນດິນເດີມ ຂອງຄົນເຊື້ອຊາດລາວ”

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.