ມອບປະກາສະນິຍະບັດປະລິນຍາເອກ ກິຕິມະສັກ ໃຫ້ ທ່ານທອງລຸນ ສີສຸລິດ

SA Game

ຂປລ.

ທ່ານທອງລຸນ ສີສຸລິດ ໄດ້​ຮັບປະກາສະນິຍະບັດປະລິນຍາເອກ ກິຕິມະສັກຈາກມະຫາວິທະຍາໄລຊົນເຜົ່າກວາງຊີ.

ມະຫາວິທະຍາໄລຊົນເຜົ່າກວາງຊີ ຈັດພິທີມອບໃບປະກາສະນິຍະບັດ ປະ ລິນຍາເອກກິຕິມະສັກ ສາຂາພາສາ ແລະ ວັນນະຄະດີຕ່າງປະເທດ ໃຫ້ແກ່ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ວັນທີ 1 ທັນວາ 2022 ຜ່ານ​ມາ

ປະທານ ປະເທດ ແຫ່ງ ສປປ ລາວ ທີ່ນະຄອນຫລວງປັກກິ່ງ ສປ ຈີນ ເຊິ່ງມອບໂດຍ ທ່ານ ເຊ້ຊາງໂກ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລຊົນເຜົ່າກວາງຊີ ໂດຍມີ ທ່ານ ນາງ ນາລີ ສີສຸລິດ ພັນລະຍາຂອງທ່ານປະທານປະເທດແຫ່ງ ສປປ ລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວ ເຂົ້າຮ່ວມ.

ໂອກາດນີ້, ທ່ານທອງລຸນ ສີສຸລິດ ມີຄໍາເຫັນວ່າ: ໃບປະກາສະນິຍະບັດປະລິນຍາເອກນີ້ ຈະເປັນອີກນິມິດໝາຍທີ່ສຳຄັນຍິ່ງ ໃຫ້ແກ່ການມາຢ້ຽມ ຢາມທາງລັດຖະກິດ ສປ ຈີນ ໃນຄັ້ງນີ້ ກໍຄື ໃນນາມສ່ວນຕົວຂອງຂ້າພະເຈົ້າເອງ, ເປັນການສະແດງໃຫ້ເຫັນເຖິງໄມຕິຈິດມິດຕະພາບອັນເລິກເຊິ່ງ ແລະ ເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນ ຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊະຕາກໍາ ລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຈີນ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ດ້ວຍຄຸນນະພາບ ໃໝ່ຢ່າງບໍ່ຢຸດຢັ້ງ ທັງໃນລວງເລິກ ແລະ ລວງກວ້າງ.

SA Game
ຂປລ.

ມະຫາວິທະຍາໄລຊົນເຜົ່າກວາງຊີ ເປັນມະຫາວິທະຍາໄລທີ່ເກົ່າແກ່, ມີຊື່ສຽງ ແລະ ມີປະຫວັດຄວາມເປັນມາຢ່າງຍາວນານແຫ່ງໜຶ່ງຂອງ ສປ ຈີນ, ເປັນສະຖາບັນການສຶກສາສຳຄັນ ທີ່ໄດ້ກໍ່ສ້າງຊັບພະຍາກອນມະນຸດທີ່ມີຄວາມຮູ້ຄວາມສາມາດ ແລະ ມີວິໄສທັດອັນກວ້າງໄກ ຫລາຍຮຸ່ນຄົນມາແລ້ວ.

ນອກຈາກນີ້, ມະຫາວິທະຍາໄລຊົນ ເຜົ່າຊົນກວາງຊີ ຍັງມີການຮ່ວມມືຢ່າງກວ້າງຂວາງກັບ ສປປ ລາວ ເປັນຕົ້ນ ການຮ່ວມມືທາງດ້ານວິຊາການ, ການແລກປ່ຽນການຮຽນ-ການສອນ ແລະ ການສະໜັບສະໜູນການພັດທະນາຊັບພະຍາກອນມະນຸດ ກັບ ມະຫາວິທະ ຍາໄລຂອງລາວ ໂດຍສະເພາະແມ່ນໄດ້ສ້າງຕັ້ງສະຖາບັນຂົງຈື້ ຢູ່ ລາວ (ໃນປີ 2007).

ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ມະຫາວິທະຍາໄລຊົນເຜົ່າກວາງຊີ ຈະສືບຕໍ່ເພີ່ມທະວີໃຫ້ການຮ່ວມມືກັບສະຖາບັນການສຶກສາຂອງ ສປປ ລາວ ເພື່ອຊ່ວຍຍົກສູງຄຸນນະພາບ ການຮຽນ-ການສອນ ແລະ ການຄົ້ນຄວ້າວິໄຈຕ່າງໆ ໃຫ້ໄດ້ຕາມມາດຕະຖານສາກົນ ເທື່ອລະກ້າວ.

SA Game
ຂປລ.

ມະຫາວິທະຍາໄລຊົນເຜົ່າກວາງຊີ ໄດ້ເສີມຂະຫຍາຍທ່າແຮງທີ່ເປີດປະຕູສູ່ບັນດາປະເທດສະມາຊິກອາຊຽນ, ໄດ້ມີການແລກປ່ຽນ ແລະ ຮ່ວມມືກັບມະຫາວິທະຍາໄລ ແລະ ອົງການຈັດຕັ້ງການສຶກສາຕ່າງໆ ທັງໝົດ 176 ແຫ່ງຂອງ 22 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ, ມາຮອດປັດຈຸບັນ ໄດ້ຮັບນັກສຶກສາຕ່າງປະເທດຈາກ 82 ປະເທດ ແລະ ເຂດແຄວ້ນ ຫລາຍກວ່າ 22.000 ຄົນ ແລະ ໄດ້ສົ່ງນັກສຶກສາຈີນຫລາຍກວ່າ 18.000 ຄົນໄປຮຽນຢູ່ປະເທດ ຕ່າງໆໃນທົ່ວໂລກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.