ພົບແຂ້ວມະນຸດບູຮານທີ່ຜາງุູເຫົ່າປ່າສະຫງວນນ້າແອດພູເລີຍແຂວງຫົວພັນ

SA Game

ອິນ​ໄຊ​ລາວ

ຄົ້ນ​ພົບແຂ້ວຂອງມະນຸດບູຮານເດນິໂຊແວນທີ່ພົບໃນຜາງູເຫົ່າ ແຂວງຫົວພັນ

ໄດ້​ມີ​ການ​ສຳ​ຫລວດ​ຂອງ​ນັກ​ສຳ​ຫລວດ​ວັດ​ຖຸ​ບູ​ຮານ​ໃນ​ຂົງ​ເຂດ​ປະ​ເທດ​ລາວ, ແລະ ກໍ​ກາຍ​ເປັນ​ປະ​ເດັນ​ຂື້ນ​ມາ​ໃນ​ສື່​ອອນ​ລາຍຫຼັງຈາກຈາກຄະນະສຳຫຼວດຄົ້ນພົບແຂ້ວມະນຸດບູຮານ 1 ເຫຼັ້ມ ທີ່ຜາງุູເຫົ່າ ໃນເຂດປ່າສະຫງວນນ້າແອດ ພູເລີຍ ແຂວງ ຫົວພັນ ເມື່ອປີ 2018, ເຊິ່ງໄດ້ຄາດການໃນຕອນນັ້ນວ່າ ໜ້າຈະເປັນແຂ້ວຂອງມະນຸດ ເດນິໂຊແວນ (Denisovan) ແຕ່ໄດ້ຍຸດຕິໂຄງການສຳຫຼວດໄປຊົ່ວຄາວ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19

ຈົນປັດຈຸບັນ, ຜົນການວິເຄາະມີຄວາມໜ້າເຊື່ອຖືວ່າ ແຂ້ວດັ່ງກ່າວຈະເປັນຂອງມະນຸດເດນິໂຊແວນ ເຊິ່ງຫາກຜົນການວິເຄາະນີ້ແມ່ນຄວາມຈິງ ຈະຖືກໃຊ້ຢືນຢັນທາງທິດສະດີວ່າ ມະນຸດເດນິໂຊແວນເຊິ່ງເປັນສາຍພັນບູຮານ ໄດ້ເດີນທາງລົງໃຕ້ຫຼາຍກວ່າ 3.800 ກິໂລແມັດ ແລະ ໄດ້ສືບເຜົ່າພັນຮ່ວມກັບມະນຸດສາຍພັນໃຫມ່ ໃນບໍລິເວນເອເຊຍຕາເວັນອອກສຽງໃຕ້ ໃນທີ່ສຸດ

SA Game
ອິນ​ໄຊ​ລາວ

ສຳລັບແຂ້ວຂອງມະນຸດບູຮານເດນິໂຊແວນທີ່ພົບໃນຜາງູເຫົ່າ ແຂວງຫົວພັນ ໃນຄັ້ງນີ້ ໄດ້ຕີພິມໃນວາລະສານ Nature Communications ໂດຍລະບຸວ່າ ມີອາຍຸປະມານ 131.000 – 164.000 ປີ ເຊິ່ງໄດ້ຈາກາກນປະເມີນຈາກອາຍຸຂອງກະດູກສັດທີ່ຝັງຢູ່ຊັ້ນດິນດຽວກັນ ແລະ ຈາກອາຍຸກ້ອນຫີນທີ່ຊ້ອນທັບກັນ ນອກຈາກນີ້, ເມື່ອກວດຊັ້ນໂປຕີນທີ່ເຄືອບໃນແຂ້ວ ກໍພົບວ່າເປັນຂອງຜູ້ຍິງ

ທິດສະດີດັ່ງກ່າວ ເກີດຈາກການຄົ້ນຄວ້າທີ່ເຮັດກັນມາຢ່າງຕໍ່ເນື່ອງ ແລ້ວພົບວ່າ ໃນລະຫັດພັນທຸກຳຂອງມະນຸດຍຸກປັດຈຸບັນ ບາງກຸ່ມຍັງມີລະຫັດພັນທຸກຳຂອງມະນຸດບູຮານທີ່ເຊື່ອວ່າສູນພັນໄປແລ້ວຢູ່ນໍາ ຍົກຕົວຢ່າງເຊັ່ນ ຄົນທີ່ອາໄສຢູ່ມຮາເກາະປາປົວນິວກິນີ ເຊິ່ງຄາດການກັນວ່າ ພວກເຂົາມີ ດີເອັນເອ ຂອງມະນຸດເດນິໂຊແວນ ເຖິງ 5% ເຊັ່ນດຽວກັບຄົນໃນປະເທດຟິລິປິນ ແລະ ເຜົ່າອະບໍລິຈິນ ໃນປະເທດອອດສະເຕເລຍ ດັ່ງນັ້ນ ການພົບບກະດູກຂອງມະນຸດເດນິໂຊແວນ ໃນລາວ ຈຶ່ງສະໜັບສະໜູນຄວາມຄິດທີ່ວ່າ ເອເຊຍຕາເວັນອອກສຽງໃຕ້ ຄືຈຸດນັດພົບ ແລະ ສືບພັນລະຫວ່າງມະນຸດເດນິໂຊເວຍ ແລະ ມະນຸດຍຸກໃຫມ່ ກ່ອນທີ່ມະນຸດເດນິໂຊແວນຈະສູນພັນໄປຢ່າງຖາວອນ

ພ້ອມນັ້ນ, ມະນຸດເດນິໂຊແວນ ຈັດຢູ່ໃນກຸ່ມມະນຸດສາຍພັນບູຮານ (Archaic Humans) ເຊິ່ງຄົ້ນພົບຄັ້ງທຳອິດທີ່ຖໍ້າເດນິໂຊວາ ເທືອກເຂົາອັນໄຕ ໃນໄຊບີເຣຍ ເມື່ອປີ 2010 ໂດຍໄດ້ມີການຄາດການເບື້ອງຕົ້ນຂອງນັກວິທະຍາສາດວ່າ ຮູບຮ່າງລັກສະນະຂອງມະນຸດເດນິໂຊແວນ ຄືຜິວຄໍ້າ ມີໜ້າຜາກກ້ວາງ ໃບໜ້າຍາວ ແລະ ມີກະດູກກາມຂະໜາດໃຫຍ່ ເຊິ່ງຄ້າຍກັບມະນຸດນີເອັນເດີຣັດ ແລະ ມັກຢູ່ຮ່ວມກັນເປັນສັງຄົມ ໂດຍຍັງພົບອີກວ່າ ມະນຸດສາຍພັນໂບຮານທັງເດນິໂຊແວນ ແລະ ນີເອນເດີຣັດ ກໍມີການຈັບຄູ່ສືບພັນຮ່ວມກັນຄືກັນ

SA Game
ອິນ​ໄຊ​ລາວ

ເຖິງຢ່າງໃດກໍຕາມ ຍັງມີນັກວິທະຍາສາດບາງຄົນບໍ່ເຊື່ອວ່າ ແຂ້ວດັ່ງກ່າວເປັນຂອງມະນຸດເດນິໂຊແວນ ຈົນກວ່າຈະໄດ້ຫຼັກຖານຫຼາຍຂຶ້ນກວ່ານີ້

ແຕ່ຖ້າຫາກວ່າຂໍ້ມູນດັ່ງກ່າວຖືກຢືນຢັນວ່າເປັນຈິງ ແຂ້ວທີ່ພົບໃນລາວຈະເປັນໂຕຢືນຢັນວ່າ ມະນຸດເດນິໂຊເວີຍບໍ່ພຽງແຕ່ຈະສາມາດທົນຄວາມໜາວຈັດໄດ້ ແຕ່ຍັງສາມາດປັບໂຕໃນອາກາດອຸ່ນໃນເຂດເອເຊຍຕາເວັນອອກສຽງໃຕ້ ແລະ ສືບພັນຕໍ່ມາຮ່ວມກັບໂຮໂມເຊປ້ຽນ ເຊິ່ງຄືມະນຸດຢ່າງພວກເຮົາໃນປັດຈຸບັນ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ.