​ພົບ​ປະ​ແລກ​ປ່ຽນ​ບົດ​ຮຽນຂອງ​ກະ​ຊວງ​ຍຸດ​ຕິ​ທຳ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ

SA Game

ຂ​ປ​ລ

ຄະນະນຳ ກະຊວງການຕ່າງປະເທດ ເເລະ ກະຊວງຍຸຕິທໍາ ພົບປະແລກປ່ຽນບົດຮຽນ

ກະຊວງການຕ່າງປະເທດ ແລະ ກະຊວງຍຸຕິທຳໄດ້​ຈັດ​ພິ​ທີ​ພົບ​ປະ​ແລ​ກ​ປ່ຽນ​ບົດ​ຮຽນໃນວັນທີ 12 ສິງຫາ 2022 ນີ້, ໂດຍມີທ່ານ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ, ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທໍາ, ມີບັນດາສະຫາຍຄະນະພັກ-ຄະນະນຳກະຊວງ, ພະນັກງານນໍາພາ-ຄຸ້ມຄອງຫລັກແຫລ່ງ, ຊາວຫນຸ່ມ ຂອງກະຊວງຍຸຕິທໍາ ເເລະ ຕາງ ຫນ້າຊາວຫນຸ່ມຈາກກະຊວງການຕ່າງປະເທດເຂົ້າຮ່ວມ.

ທ່ານ ໄພວີ ສີບົວລິພາ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຂອງກະ ຊວງຍຸຕິທໍາໃນໄລຍະຜ່ານມາ ແລະ ທິດທາງແຜນການຈຸດສຸມໃນຕໍ່ໜ້າ ໂດຍໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດພາລະບົດບາດ ໃນການເປັນເສນາທິການໃຫ້ແກ່ລັດຖະບານ ແລະ ຄຸ້ມຄອງມະຫາພາກ ກ່ຽວກັບການສ້າງ ແລະ ປັບປຸງກົດໜາຍ, ການໂຄສະນາເຜີຍແຜ່ກົດໝາຍ,

ການປະຕິບັດຄຳຕັດສິນຂອງສານ, ການບໍລິການວຽກງານຍຸຕິທຳ, ການສ້າງບຸກຄະລາກອນນັກກົດໝາຍ ແລະ ການພົວພັນຮ່ວມມືກັບສາກົນ ທາງດ້ານກົດໝາຍ ແລະ ວຽກງານຍຸຕິທຳ ໃນຂອບເຂດທົ່ວປະເທດ.

SA Game
ຂ​ປ​ລ

ຈາກນັ້ນ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນສະພາບການການຂອງໂລກທີ່ຜັນແປຢ່າງໄວວາສັບສົນ ແລະ ຄາດຄະເນໄດ້ຍາກໃນປັດຈະບັນ; ໄດ້ວິເຄາະ ວິໄຈ, ສັງເກດຕີລາຄາເຖິງສາຍເຫດຕົ້ນຕໍຂອງສະພາບການຕ່າງໆທີ່ເກີດຂຶ້ນ ແລະ ທັດສະນະຂອງ ສປປ ລາວ ຕໍ່ບັນຫາຕ່າງໆ.ພ້ອມກັນນັ້ນ, ກໍໄດ້ແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດຖະບານໃນແຕ່ລະໄລຍະ, ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດທີ່ພົ້ນເດັ່ນດ້ານວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ທິດທາງໜ້າທີ່ຈຸດສຸມຂອງຂະແໜງການຕ່າງປະເທດໃນຊຸມປີຕໍ່ໜ້າ.

ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ກະຊວງຍຸຕິທໍາສືບຕໍ່ຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ຖືກຕ້ອງ ເເລະ ສອດຄ່ອງກັບແນວທາງການຕ່າງປະເທດ ຂອງພັກໃນໄລຍະໃໝ່ ເເລະ ສຶກສາອົບຮົມ ໃຫ້ພະນັກງານຫນຸ່ມນ້ອຍຂອງກະຊວງ ຕ້ອງກໍາໄດ້ນະໂຍບາຍການຕ່າງປະເທດຂອງພັກ-ລັດ ເພື່ອເປັນພື້ນຖານອັນສໍາຄັນ ໃຫ້ຂະແໜງການຍຸຕິທຳ ສາ ມາດກໍານົດທິດທາງ, ໜ້າທີ່ໃນການພົວພັນ ແລະ ການເຊື່ອມໂຍງພາກພື້ນ ແລະ ສາກົນ ໃນຂົງເຂດກົດໝາຍ ແລະ ວຽກງານຍຸຕິທໍາ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ມີຄຸນນະພາບສູງຂຶ້ນກວ່າເກົ່າ.

SA Game
ຂ​ປ​ລ

ໃນຕອນເຊົ້າຂອງວັນດຽວກັນ, ທີ່ກະຊວງຍຸຕິທໍາ ກໍໄດ້ມີການພົບປະແລກປ່ຽນບົດຮຽນດ້ານວິຊາການ ລະຫວ່າງຊາວໜຸ່ມກະຊວງການຕ່າງປະເທດ ເເລະ ກະຊວງຍຸຕິທໍາ ເປັນຄັ້ງທໍາອິດ ເຊິ່ງຊາວຫນຸ່ມສອງກະຊວງໄດ້ເເລກປ່ຽນດ້ານວິຊາການໃນວຽກງານການຕ່າງປະເທດ ເເລະ ວຽກງານຍຸຕິທໍາຮ່ວມກັນໃນຫົວຂໍ້ຕ່າງໆ ໂດຍມີຈຸດປະສົງສ້າງຄວາມລຶ້ງເຄີຍຮັກແພງ, ຮັດເເຫນ້ນຄວາມສາມັກຄີລະຫວ່າງຊາວຫນຸ່ມສອງກະຊວງໃຫ້ເເຫນ້ນເເຟ້ນຂຶ້ນຕື່ມ, ທັງເປັນການແລກປ່ຽນບົດຮຽນປະສົບການ ແລະ ສ້າງຄວາມເຂັ້ມແຂງໃຫ້ຊາວຫນຸ່ມຂອງສອງກະຊວງ ເພື່ອໃຫ້ສາມາດປະຕິບັດວຽກງານຂອງຕົນໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ.