ພູມ​ປັນ​ຍາ​ຊາວ​ບ້ານ! ວິ​ທີ່​ກຳ​ຈັດມົດໃນບ້ານ ທຳລາຍເອງແບບງ່າຍໆ

ກຳ​ຈັດມົດໃນບ້ານ ແບບງ່າຍໆໂດຍ 4 ວິ​ທີ່​ພູມ​ປັນ​ຍາ​ຊາວ​ບ້ານ.

ທ່ານ​ເຄີຍ​ມີ​ປະ​ສົບ​ການ​ກັບ​ມົດ​ບໍ່ ເຊິງ​ເປັນ​ການ​ລຳ​ຄານ​ທີ່​ສຸດ​ຫາກ​ທ່ານ​ມີ​ລູກ​ນ້ອຍ​ໃນ​ເຮືອນ ແລະ ຍັງ​ດືມ​ນົມ, ກິນ​ເຂົ້າ​ໜົມ​ຢູ່​ຍິງ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ມົດເປັນສັດຊະນິດທີ່ນ້ອຍ ມັກຍ່າງລຽນແຖວມາລັກເອົາເສດອາຫານ ແລະ ຂະນົມທີ່ເຮ່ຍຢູ່ຕາມມູມຕ່າງໆ ຂອງບ້ານ ເອີ້ນວ່າມີອາຫານຢູ່ໃສ ກໍ່ຕ້ອງມີມົດບ່ອນນັ້ນ.

ມື້ນີ້ແມ່ບ້ານ ມີ 4 ວິທີຈະຊ່ວຍທໍາລາຍມົດໃນບ້ານໃຫ້ຫາຍໄປໄດ້ ໂດຍບໍ່ຕ້ອງຂ້າຄື:

SA Game
medialaos.com

ນໍ້າສົ້ມສາຍຊູປະສົມກັບນໍ້າດື່ມ:

ນໍ້າສົ້ມສາຍຊູບໍ່ໄດ້ເປັນວັດຖຸດິບທີ່ຊ່ວຍເພີ່ມລົດສົ້ມໃຫ້ອາຫານເທົ່ານັ້ນ ແຕ່ນໍ້າສົ້ມສາຍຊູ ຍັງສາມາດນຳມາໄລ່ມົດໃຫ້ອອກຈາກເຮືອນຂອງເຮົາໄດ້ ພຽງແຕ່ປະສົມນໍ້າສົ້ມສາຍຊູກັບນໍ້າທຳມະດາ ໃນອັດຕາສ່ວນ 1:1 ຈາກນັ້ນນຳໄປໃສ່ໃນແກ້ວສະເປ ແລ້ວນຳໄປສີດພົ່ນໃສ່ບໍລິເວນມົດ ຍ່າງເປັນປະຈຳ ຫຼື ປະສົມນໍ້າສົ້ມສາຍຊູ 1 ແກ້ວ ກັບນໍ້າດື່ມ 2 ຈອກ ແລ້ວໃສ່ຜ້າສະອາດມາຈຸ່ມ ຈາກນັ້ນຈື່ງນໍາໄປເຊັດບໍລິເວນທີ່ມົດຍ່າງເປັນປະຈຳ.

ນໍ້າໝາກນາວ:

ນໍ້າໝາກນາວເປັນອີກກີ່ນໜື່ງທີ່ມົດບໍ່ມັກກິນ ເພາະມີກົດຊີຕິກ ທີ່ມົດບໍ່ມັກ ວິທີງ່າຍໆ ໃນການໄລ່ມົດໂດຍປະສົມນໍ້າໝາກນາວ 1 ສ່ວນ ກັບນໍ້າທຳມະດາ 3 ສ່ວນ ແລ້ວນຳໄປໃສ່ໃນແກ້ວສະເປ ຈາກນັ້ນຈີ່ງນຳໄປສີດພົ່ນໃນບໍລິເວນທີ່ມົດຍ່າງເປັນປະຈຳ.

ແປ້ງເດັກ:

ແປ້ງເດັກຊ່ວຍເພີ່ມຄວາມສົດຊື່ນ ແລະ ຄວາມເຢັນໃຫ້ກັບມະນຸດ ແຕ່ສໍາລັບມົດແມ່ນເປັນສີ່ງທີ່ບໍ່ມັກຫຼາຍ ຈົນຕ້ອງໜີໄປໃຫ້ໄກໆ ເລີຍ ເພາະຝຸ່ນຂອງແປ້ງຈະໄປກົບເກືອນທີ່ມົດໃຊ້ສື່ສານ ແລະ ຍັງໄປອັດຮູຫາຍໃຈ ຂອງມົດຈົນຫາຍໃຈບໍ່ອອກ ຊື່ງວິທີງ່າຍໆ ໃນການໄລ່ມົດຄືໂຮຍແປ້ງໄວ້ບໍລິເວນຖັງຂີ້ເຫຍື່ອໃນເຮືອນ ຫຼື ຂາໂຕະຂອງກິນ ເພາະເມື່ອມົດໄດ້ກີ່ນແປ້ງກໍ່ຈະໜີໄປເອງ.

ນໍ້າມັນກ໊າດ ແລະ ຂີ້ມີ້ນ:

ມົດເປັນສັດທີ່ມີປະສາດການຮັບຮູ້ກີ່ນທີ່ໄວຫຼາຍ ວິທີທໍາລາຍມົດດ້ວຍນໍ້າມັນກ໊າດ ແລະ ຂີ້ມີ້ນ ຈີ່ງເປັນວິທີທີ່ໄດ້ຜົນບໍ່ໜ້ອຍ ພຽງແຕ່ນຳຂີ້ມີ້ນມາຕຳ ຫຼື ບົດໃຫ້ລະອຽດ ຈາກນັ້ນ ຈີ່ງນຳໃສ່ນໍ້າມັນກາດລົງໄປ ແລ້ວນຳມາໃສ່ຖ້ວຍເກົ່າໆ ຫຼື ແກ້ວນໍ້າອັດລົມທີ່ຕັດເຄີ່ງເອົາໄວ້ແລ້ວນໍາໄປໂຮຍບໍລິເວນ ທີ່ຮັງມົດ ຫຼື ຕົ້ນທາງທີ່ມົດຍ່າງຜ່ານ ພຽງເທົ່ານີ້ມົດກໍ່ຈະຫາຍໄປຈາກບ້ານຂອງທ່ານແລ້ວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: medialaos.com