ພິ​ທີມອບ-ຮັບການຊ່ວຍເຫຼືອຂອງໂຄງການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ

SA Game

ກະຊວງການຕ່າງປະເທດ

ລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອມອບ-ຮັບການຊ່ວຍເຫຼືອຂອງໂຄງການການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ

ກະຊວງການຕ່າງປະເທດ ສປປ ລາວ ແລະ ອິນເດຍ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈເພື່ອມອບ-ຮັບ ການຊ່ວຍເຫຼືອຂອງໂຄງການເຫັນຜົນໄວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາໃນວັນທີ 31 ມີນາ 2022 ຜ່ານ​ມາ, ເຊິ່ງໃຫ້ກຽດເປັນສັກຂີພິຍານ ໂດຍ ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ແລະ ທ່ານ ດິນກາ ອາດສ໌ທານາ, ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ ຕາງໜ້າໃຫ້ແກ່ລັດຖະບານອິນເດຍ,

ຜູ້ຮ່ວມລົງນາມບົດບັນທຶກໃນຄັ້ງນີ້ຕາງໜ້າໃຫ້ຝ່າຍລາວແມ່ນຄະນະຮັບຜິດຊອບໂຄງການຈາກພະແນກການກ່ຽວຂ້ອງຂອງບັນດາແຂວງທີ່ໄດ້ຮັບໂຄງການ ແລະ ຕາງໜ້າຝ່າຍອິນເດຍແມ່ນ ທ່ານ ຫົວໜ້າຫ້ອງການສະຖານເອກອັກຄະລັດຖະທູດ ແຫ່ງສາທາລະນະລັດອິນເດຍ ປະຈໍາ ສປປ ລາວ.
ການຮ່ວມລົງນາມບົດບັນທຶກຄັ້ງນີ້ແມ່ນ ເພື່ອຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານ ອິນເດຍ ຈໍານວນ 4 ໂຄງການ, ລວມມູນຄ່າທັງໝົດ 184,677 ໂດລາສະຫະລັດ ຄື:
SA Game
ກະຊວງການຕ່າງປະເທດ
1. ໂຄງ​ການກໍ່​ສ້າງ​ສຸກ​ສາ​ລາ, ບ້ານ ​ວຽງ​ໄຊເມືອງ​ ພູ​ວົງ, ແຂວງ ອັດ​ຕະ​ປື (Construction of a Healthcare Center in Viengxay Village, Phouvong District, Attapue Province),
2. ໂຄງ​ການກໍ່​ສ້າງຫ້ອງ​ຮຽນ ທີ່ ໂຮງ​ຮຽນ​ປະ​ຖົມກະ​ແຫຼ່ງ​ພູ, ເມືອງ ນອງ, ແຂວງ ສະ​ຫວັນ​ນະ​ເຂດ (Construction of school Building at Kalangphou Primary School, Nong District, Savannakhet Province),
3. ໂຄງການປັບປຸງການຜະລິດກາເຟອິນຊີ ແລະ ຄວາມຫຼາກຫຼາຍຂອງເສດຖະກິດຊົນນະບົດ ແລະ ການສ້າງຂີດຄວາມສາມາດຂອງຊາວບ້ານ, ບ້ານ ນໍ້າວັງ, ເມືອງ ວຽງພູຄາ, ແຂວງຫຼວງນໍ້າທາ (Enhancement of Organic Coffee production and Diversification of the Rural Economy and Capacity Building of the Villager in Namvang Village, Viengphouka District, Luang Namtha Province) ແລະ
4. ໂຄງ​ການກໍ່​ສ້າງຫ້ອງ​ຮຽນ​ ທີ່ ​ໂຮງ​ຮຽນ​ມັດ​ທະ​ຍົມກະ​ລຶມ, ແຂວງ ​ເຊກອງ (Construction of classroom bulding at Kaleum Secondery School, Sekong Province).
SA Game
ກະຊວງການຕ່າງປະເທດ

ໃນໂອກາດນີ້, ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ ທ່ານ ເອກອັກຄະລັດຖະທູດ ດິນກາ ອາດສ໌ທານາ ກໍຄື ລັດຖະບານອິນເດຍ ທີ່ໄດ້ໃຫ້ຄວາມສໍາຄັນຕໍ່ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອິນເດຍ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ໂດຍສະເພາະ, ແມ່ນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນຂັ້ນທ້ອງຖິ່ນໃຫ້ນັບມື້ນັບດີຂຶ້ນ. ພ້ອມນີ້, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ໃຫ້ຄຳໝາຍໝັ້ນວ່າ ສປປ ລາວ ຈະສືບຕໍ່ຮ່ວມຢ່າງໃກ້ຊິດກັບ ອິນເດຍ ໃນຖານະການເປັນປະທານຮ່ວມກອງປະຊຸມຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໃນປີ 2022. ອິນເດຍໃນນາມຄູ່ຮ່ວມພັດທະນາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໄດ້ປະກາດສ້າງຕັ້ງໂຄງການເຫັນຜົນໄວ ໃນປີ 2012, ໂດຍການສະໜັບສະໜູນງົບປະມານ ຈໍານວນ 1 ລ້ານໂດລາສະຫະລັດ ຕໍ່ປີ ໃຫ້ແກ່ປະເທດ ສະມາຊິກ ເພື່ອຈັດຕັ້ງປະຕິບັດໂຄງການຂະໜາດນ້ອຍ, ມູນຄ່າບໍ່ເກີນ 50,000 ໂດລາສະຫະລັດ ຕໍ່ 1 ໂຄງການ. ນັບຕັ້ງແຕ່ທີ່ມີການສ້າງຕັ້ງໂຄງການເຫັນຜົນໄວ ໃນປີ 2012, ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈໍານວນ 11 ໂຄງການ, ລວມມູນຄ່າ 532.677 ໂດລາສະຫະລັດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກະຊວງການຕ່າງປະເທດ