ພິທີ​ເຮັດ ບຸນຊຳຮະ ຮີດ​ຄອງ​ປະ​ເພ​ນີ​ອັນ​ສວຍ​ງາມ​ຄູ່​ປະ​ຊາ​ຊົນ​ຊາວ​ລາວ

SA Game

ວັດສີເມືອງ

ການສູດຊໍາຮະ ຮີດເດືອນ 7 ຂອງວັດທະນະທຳລາວທີ່​ສືບ​ທອດ​ກັນ​ມາ​ຢ່າງ​ຍາວ​ນານ

​ຖ້າ​ຈະ​ເວົ້າ​ເຖິງ ບຸນສູດຊຳຮະ ແມ່ນບຸນຫນຶ່ງທີ່ຢູ່ໃນ ຮີດ 12 ຂອງລາວ ເຮົາມາແຕ່ ດຶກດຳບັນ, ຜູ້ເຖົ້າບູຮານ ມັກເອົາ ເດືອນ 7 ເປັນການເລີ່ມເຮັດບຸນນີ້ ອາດຈະຈັດ 3 ມື້ 3 ຄືນ ຫຼື ຄືນໜຶ່ງ ຕາມແຕ່ລະບ້ານ ຕົກລົງກັນເຮັດ.
ອາດຈະຕົກລົງກັນເອົາສະຖານທີ່ກາງບ້ານ ຫຼັກບ້ານ ຫຼັກເມືອງ ບ່ອນສັກສິດພາຍໃນບ້ານ ເປັນບ່ອນປະກອບພິທີການ ຕົວຢ່າງ ເຊັ່ນ : ໃນນະຄອນຫຼວງວຽງຈັນ ເຖົ້າແກ່ບູຮານກໍ່ມັກກໍານົດເອົາ ວັດສີເມືອງ ( ວັດຫຼັກເມືອງກ່ອນອານາຈັກລ້ານຊ້າງ ) ເຊິ່ງເປັນບ່ອນສັກສິດຂອງເມືອງ ເປັນບ່ອນຈັດພິທີທຸກໆປີ .
ໃນພິທີຕ້ອງແຕ່ງເຄື່ອງກິຍະບູຊາຕ່າງໆ ແລ້ວນິມົນພຣະສົງຈາກນວນຫຼາຍມາສູດພຸດທະມົນຄາຖາໃນພາກແລງ, ພາກເຊົ້າມື້ຕໍ່ມາ ປະຊາຊົນກໍ່ພາກັນເຮັດບຸນໃສ່ບາດ ຖວາຍທານ ອຸທິດບຸນໃຫ້ເຈົ້າຖິ່ນເຈົ້າຖານ ເທວະດາອາຮັກ ພຣະພູມເຈົ້າທີ່ ແລະເທວະດາ ໆ ເພື່ອຄວາມຢູ່ເຢັນເປັນສຸກ ຂອງລູກຫຼານ ແລະຜູ້ເຂົ້າຮ່ວມງານ.
SA Game
ວັດສີເມືອງ
 ຈຸດປະສົງຂອງພິທີບຸນຊຳຮະ ແມ່ນ
– ເປັນການຕ້ອນຮັບລະດູການປູກຝັງ ແລະ ເລີ່ມລົງຫຼັກປັກຖານ ໃນການກະເສດ ເພື່ອເຮັດໃຫ້ຟ້າຝົນຊົນລະທາ ສົມບູນດີຕາມສົມຄວນ.
– ເພື່ອກໍາຈັດປັດເປົ່າເຫດຮ້າຍ ໂພຍໄພ ສິ່ງທີ່ເປັນສະນຽດຈັງໄຮ ທັງທີ່ເບິ່ງເຫັນ ແລະເບິ່ງບໍ່ເຫັນ ໃຫ້ຫາຍສິ້ນໄປ ຈາກບ້ານ ຈາກເຮືອນ ຈາກໄຮ່ນາຕາກ້າ ຮົ້ວສວນ ແລະຊີວິດ ຮ່າງກາຍລູກຫຼານ.
– ເພື່ອເຮັດບຸນ ຮັບໂຊກຫຼັ່ງມາໂຮມ ດ້ວຍການສ້າງບຸນທຳທານ ອຸທິດບຸນໃຫ້ອະມະນຸດ ແລະ ສິ່ງສັກສິດທີ່ປົກປ້ອງຄຸມຄອງປະເທດຊາດບ້ານເຮືອນ ແລະ ຈາກການນິມົນພຣະສົງມາຈະເລີນພຸດທະມົນຄາຖາ.
– ເພື່ອໃຫ້ຜູ້ເປັນລູກຫຼານ ແລະ ປະຊາຊົນພາຍໃນບ້ານ ໃນເຮືອນ ໃນປະເທດ ມີຄວາມຢູ່ຊຸ່ມກິນເຢັນ ຢູ່ເຢັນເປັນສຸກ ດັ່ງນີ້ເປັນຕົ້ນ.
ດັ່ງນັ້ນແລ້ວ, ປະເພນີການເຮັດບຸນຊໍາຮະນີ້ ຕາມບູຮານນະການມາຮອດປະຈຸບັນ ເພິ່ນຈຶ່ງສືບໄວ້, ຮັກສາໄວ້ ແລະ ພາກັນປະຕິບັດຢູ່ເປັນປະຈໍາ ບໍ່ໃຫ້ຂາດ. ເພາະຈະເປັນມຸງຄົນ ທັງແກ່ຕົນ ແລະ ຄົນອ້ອມຂ້າງ ສັງຄົມຕະຫລອດຮອດປະເທດຊາດບ້ານເມືອງ .
* ເວລາໄປຮ່ວມ ຕ້ອງກຽມ
– ຂັນຫ້າ 1 ຂັນ
– ໝາກເບັງ 1 ຄູ່
– ດິນຊາຍ 4 ກຳ ຫີນແຮ່ 4 ກຳ. ( ແຍກໆໃສ່ຖົງ )
– ທຽນຄ່າສອກວຽນຫົວຄ່າຄີງ
– ນໍ້າອົບນ້ຳຫອມ ມາສ່ວນຕົວກະໄດ້ ເພື່ອຈະບໍ່ໄດ້ໄປຍາດກັນ.
ເພາະຫຼັງສູດແລ້ວກໍ່ນໍາກັບໄປຫວ່ານ ໄປຢາຍ ໄປຫົດຕາມເຮືອນ ເຂດດິນຂອງໃຜລາວ ເພື່ອເປັນສິລິມຸງຄຸນ.
ຂໍ້ມູນນີ້ ມີສ່ວນທີ່ຜິດ-ຖືກ ຕ້ອງຂໍອະໄພ ເພາະບຸນຊຳຮະ ຕາມແຕ່ລະທ້ອງຖິ່ນຈະມີລາຍລະອຽດປີກຍ່ອຍແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນ ແຕ່ມີກົກເຄົ້າອັນດຽວກັນ ເພື່ອຄວາມເປັນສິຣິມຸງຄົນແກ່ຄົນ ສັດ ແລະສັງຄົມ.
SA Game
ວັດສີເມືອງ
ຫມາຍເຫດ : ວັດສີເມືອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແມ່ນຈະມີການເຮັດບຸນສູດຊໍາຮະ ( ຮີດທີ 7 ຂອງລາວ ) ດັ່ງນີ້ :
– ວັນທີ 27 ມິຖຸນາ 2022, ເວລາ 04:00 ໂມງແລງ ເລີ່ມສູດຊໍາຮະ ພຣະສົງຈະເຣີນພຸດທະມົນຄາຖາ
– ວັນທີ 28 ມິຖຸນາ 2022 ເວລາ 07:00 ໂມງເຊົ້າ ມີພິທີໃສ່ບາດ ຖວາຍສັງຄະທານ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ພຣະອາຈາຣຍ໌ ກໍວິເສດ ທອງບົວສີ