ພິທີເປີດການນຳໃຊ້ເສັ້ນທາງຄອນກຣີດອ້ອມດອນໂຂງ ແຂວງຈຳປາສັກ

SA Game

ພາບ​: laoedaily.com.

ເສັ້ນທາງຄອນກຣີດອ້ອມດອນໂຂງແຂວງຈຳປາສັກເປີດນຳໃຊ້ແລ້ວ.

ພິທີເປີດການນຳໃຊ້ເສັ້ນທາງຄອນກຣີດອ້ອມດອນໂຂງ ມີຄວາມຍາວທັງໝົດ 43,5 ກິໂລແມັດ ຢູ່ເມືອງໂຂງ ແຂວງຈຳປາສັກ ໃນວັນທີ 15 ກຸມພາ 2021 ​ຜ່ານ​ມານ​ນີ້,  ພາຍຫລັງສໍາເລັດການກໍ່ສ້າງໂດຍ​ການ​ກໍ​ສ້າງໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 6 ຕຸລາ 2018 ໂດຍໃຊ້ເວລາໃນການກໍ່ສ້າງທັງໝົດ 2 ປີ 4 ເດືອນ.

ໂຄງ​ການ​ດັ່ງ​ກ່າວ​ນີ້ ໄດ້ຮັບການຊ່ວຍເຫລືອລ້າ ຈາກໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ ມູນຄ່າ 12 ລ້ານກວ່າໂດລາສະຫະລັດ ໂດຍໃຫ້ກຽດເຂົ້າຮ່ວມພິທີ ຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ນາງ ຄໍາພູ ລິດທິສັກ ເຈົ້າເມືອງໂຂງ, ພ້ອມດ້ວຍບັນດາຂະແໜງການທີ່ກ່ຽວຂ້ອງຈາກ ສູນກາງ ແລະ ທ້ອງຖິ່ນ.

SA Game
ພາບ​: laoedaily.com.

ທ່ານ ລາຕີ ສີສຸພັນນະວົງ ຮອງປະທານບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ລາຍງານໃຫ້ຮູ້ວ່າ: ເສັ້ນທາງຄອນກຣີດອ້ອມດອນໂຂງແຫ່ງນີ້ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 6 ຕຸລາ 2018 ໂດຍໃຊ້ເວລາໃນການກໍ່ສ້າງທັງໝົດ 2 ປີ 4 ເດືອນ.

ເປົ້າໝາຍຂອງບໍລິສັດໃນການກໍ່ສ້າງເສັ້ນທາງນີ້ ບໍ່ພຽງແຕ່ເປັນຂອງຂວັນໃຫ້ປະຊາຊົນຊາວເມືອງໂຂງເທົ່ານັ້ນ ແຕ່ຍັງເປັນພັນທະຂອງບໍລິສັດເພື່ອປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງໂຂງ ເຊິ່ງເປັນການສະແດງອອກເຖິງຄວາມຕັ້ງ ໃຈອັນເດັດດ່ຽວຂອງບໍລິສັດ ເພື່ອປະກອບສ່ວນເຂົ້າໃນການພັດທະນາຢູ່ແຂວງຈຳປາສັກ ແລະ ໂຄງການນີ້, ແມ່ນເປັນພຽງການເລີ່ມຕົ້ົ້ນລົງມືຂອງໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ, ເຊິ່ງໃນແຕ່ລະໄລຍະການກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກນັ້ນ ແມ່ນຈະສາມາດຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໂດຍສະເພາະແມ່ນຈະສ້າງໂອກາດອັນດີໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການທ່ອງທ່ຽວຂອງແຂວງຈຳປາສັກ.

ໂອກາດສຳຄັນດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ມີຄຳເຫັນ ບາງຕອນສຳຄັນວ່າ: ຕາງໜ້າໃຫ້ອົງຄະນະພັກ, ອົງການປົກຄອງ ແລະ ປະຊາຊົນ ແຂວງຈຳປາສັກ, ຂໍສະແດງຄວາມຂອບອົກຂອບໃຈ ແລະ ຊົມເຊີຍຕໍ່ ບໍລິສັດ ຮ່ວມ ພັດທະນາສີທັນດອນ ຈຳກັດ ໃນນາມຜູ້ຈັດຕັ້ງປະຕິບັດໂຄງການເສັ້ນທາງເບຕົງອອ້ມ ດອນໂຂງ, ມີຄວາມຍາວ 43,5 ກິໂລແມັດ ທີ່ໄດ້ສຳເລັດການກໍ່ສ້າງຢ່າງເປັນທາງການ.

SA Game
ພາບ​: laoedaily.com.

ເປັນການສ້າງເງື່ອນໄຂ ທີ່ສະດວກໃນການໄປມາຫາສູ່ ຂອງພໍ່ແມ່ປະຊາຊົນຊາວ ແຂວງຈຳປາສັກເວົ້າລວມ, ເວົ້າສະເພາະແມ່ນຊາວເມືອງໂຂງ ໃຫ້ມີຄວາມສະດວກ ສະບາຍທັງສະເພາະໜ້າ ແລະ ໄລຍະຍາວ, ທີ່ມີລັກສະນະຍຸດທະສາດ ແລະ ທັງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການຈັດຕັ້ງປະຕິບັດການພັດທະນາພື້ນຖານ ໂຄງລ່າງ, ພ້ອມທັງຮັບປະກັນຄວາມມີສະຖຽນລະພາບ ແລະ ໝັ້ນຄົງທາງດ້ານການຄົມມະນາຄົມ ຂົນສົ່ງ ຂອງຊາວເມືອງໂຂງ ທັງເພື່ອຮັບປະກັນໃຫ້ແກ່ການນໍາໃຊ້ເສັ້ນທາງເບຕົງອອ້ມດອນໂຂງ ໃຫ້ເກີດປະໂຫຍດສູງສຸດ, ກາຍເປັນຊັບສົມບັດລວມຂອງຊາດ ແລະ ຂອງໝົດທຸກຄົນນັ້ນ.

ອົງຄະນະພັກ-ອົງການປົກຄອງແຂວງຈຳປາສັກ ພ້ອມການນຳອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕະຫຼອດຮອດ ປະຊາຊົນບັນດາເຜົ່າຢູ່ໃນພື້ນທີ່, ຈະເປັນເຈົ້າການໃນການປົກປັກຮັກສາ ແລະ ນຳໃຊ້ໄດ້ຢ່າງຍາວນານ ແລະ ມີປະສິດທິຜົນສູງ ເພື່ອພັດທະນາຊີວິດ ແລະ ບ້ານປະຊາຊົນຢູ່ດີກິນດີໃຫ້ທົ່ວເຖິງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: laoedaily.com.la