ພິທີສ້າງເມມ ພຣະອາຈານໃຫຍ່ ມະຫາບົວຄຳ ສາຣິບຸດ ທີ່ເດີ່ນພຣະທາດຫຼວງ

SA Game

ອິນ​ໄຊ​ລາວ

ສ້າງເມມ ພຣະອາຈານໃຫຍ່ ມະຫາບົວຄຳ ສາຣິບຸດ ອະດີດເຈົ້າອະທິການ ວັດຂົວຫຼວງ ທີ່ເດີ່ນພຣະທາດຫຼວງ.

ທາງ​ຄະ​ນະ​ໄດ້​ຈັດ​ຕັ້ງ ແລະ ເຫັນ​ດີ​ເອົາ ວັນທີ 26 ຕຸລາ 2022 ນີ້ ສຳ​ລັບພິທີສ້າງເມມ ພຣະອາຈານໃຫຍ່ ມະຫາບົວຄຳ ສາຣິບຸດ, ອະດີດຮອງປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ແລະ ອະດີດເຈົ້າອະທິການ ວັດຂົວຫຼວງ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ ເຊິ່ງຈະຈັດເປັນກໍລະນີພິເສດທີ່ເດີ່ນພຣະທາດຫຼວງ ແລະ ມີກຳນົດວັນຖວາຍພະເພີງ ໃນວັນເສົາທີ 26 ພະຈິກ 2022.

ສຳລັບປະຫວັດຫຍໍ້ຂອງ ພຣະອາຈານໃຫຍ່ ມະຫາບົວຄຳ ສາຣິບຸດ ເກີດເມື່ອວັນທີ 15 ກຸມພາ ພສ 2476, ຄສ 1933 ວັນພຸດ ແຮມ 6 ຄໍ່າ ເດືອນ 3 ປີວອກ ທີ່ບ້ານ ຍາງສາວ, ເມືອງ ສຸຂຸມາ ແຂວງຈຳປາສັກ. ໄດ້ບັນພະຊາ (ບວດເປັນຈົວ) ໃນປີ 1949 ຕອນອາຍຸໄດ້ 16 ປີ ແລະ ໄດ້ອຸປະສົມບົດ (ບວດເປັນພຣະ) ໃນປີ 1953.

ພຣະອາຈານໃຫຍ່ ມະຫາບົວຄຳ ສາຣິບຸດ ເປັນຜູ້ທີ່ເຮັດວຽກໃກ້ຊິດກັບ ພຣະອາຈານໃຫຍ່ ດຣ. ພຣະມະຫາຜ່ອງ ສະມາເລີກ, ອະດີດປະທານສູນກາງ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ອະດີດພຣະອາຈານທີ່ປຶກສາ ສະຖາບັນໂພທິຄະຍາວິຊາໄລ ກ່ອນທີ່ເພິ່ນຈະລະສັງຂານ

SA Game
ອິນ​ໄຊ​ລາວ

ໂດຍຍາທ່ານບົວຄຳ ໄດ້ພັດທະນາບຸກເບີກ ແລະ ປະກອບສ່ວນຊ່ວຍສ້າງໃນວົງການສຶກສາສົງຂອງລາວຫຼາຍຢ່າງ ເປັນຕົ້ນແມ່ນ ການລິເລີ່ມໃຫ້ທຸກແຂວງໃນ ສປປ ລາວ ຕັ້ງໂຮງຮຽນສົງຂຶ້ນມາ ແລະ ເປີດການຮຽນ-ການສອນພາສາບາລີ ເປັນຕົ້ນ…

ພຣະອາຈານໃຫຍ່ ມະຫາບົວຄຳ ສາຣິບຸດ, ອະດີດຮອງປະທານສູນກາງ ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ອະດີດເຈົ້າອະທິການ ວັດຂົວຫຼວງ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ ໄດ້ມໍລະນະພາບໃນຕອນເຊົ້າຂອງວັນທີ 22 ກັນຍາ 2022 ດ້ວຍຄວາມຊະລາພາບ, ບວດໄດ້ 69 ພັນສາ, ລວມອາຍຸໄດ້ 92 ປີ.

ເຂົ້າຮ່ວມພິທີໄຫວ້ອາໄລໂດຍ ພຣະອາຈານໃຫຍ່ມະຫາບຸນມາ ສິມມາພົມ, ປະທານສູນກາງ ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ແລະ ພຣະອາຈານໃຫຍ່ມະຫາເຫວດ ມະເສໄນ, ຮອງປະທານສູນກາງ ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ຮ່ວມງານບຳເພັນກຸສົນ ສວດພຣະອະພິທຳ ພຣະອາຈານໃຫຍ່ ມະຫາບົວຄຳ ສາຣິບຸດ

SA Game
ອິນ​ໄຊ​ລາວ

ໂດຍມີ ທ່ານນາງ ນາລີ ສີສຸລິດ, ພັນລະຍາທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເປັນປະທານຝ່າຍຄາຣາວາດໃນພິທີບຳເພັນກຸສົນ.

ນອກຈາກນີ້ ຍັງມີ ດຣ. ສຸພະໄຊ ວີຣະພຸຊົງ, ເລຂາທິການສະຖາບັນໂພທິຄະຍາວິຊາໄລ 980 ແລະ ປະທານຈັດໂຄງການທຳມະຍາດຕຣາ 5 ແຜ່ນດິນ ຕົວແທນຄະນະກຳມະການຝ່າຍປະເທດໄທ ກໍໄດ້ເດີນທາງມາຮ່ວມຖວາຍຄວາມອາໄລໃນພິທີບຳເພັນກຸສົນໃນຄັ້ງນີ້ດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ