ພິ​ທີ​ວາງ​ສີ​ລາ​ລືກ​ໂຄງ​ການ​ສ້າງ​ຂົວ​ມິດ​ຕະ​ພາບ​ລາວ-ໄທ​ແຫ່ງ​ທີ່ 5

SA Game

ຂ​ປ​ລ

ວາງສີລາລຶກໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທບໍລິຄຳໄຊ-ບຶງການເປັ​ນແຫ່ງທີ 5

ໃນວັນທີ 28 ຕຸລາ 2022 ຜ່ານ​ມາ​ນີ້, ສອງ​ປະ​ເທດ​ລາວ-ໄທ​ໄດ້​ຈັດພິທີວາງສີລາລຶກ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5 (ບໍລິຄຳໄຊ-ບຶງການ)  ໂດຍໄດ້ຮັບກຽດເປັນປະທານຮ່ວມຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ມີບັນດາການນໍາຂັ້ນສູງຂອງສອງຝ່າຍ ເຂົ້າຮ່ວມ, ຊຶ່ງພິທີວາງສີລາລຶກດັ່ງກ່າວ ໄດ້ຈັດຂຶ້ນຢູ່ທັງສອງຟາກຝັ່ງແມ່ນໍ້າຂອງລາວ ແລະ ໄທ ໂດຍເລີ່ມຈັດພິທີ ຂຶ້ນຢູ່ເບື້ອງ ສປປ ລາວ ແລະ ຣາຊະອານາຈັກໄທ ຕາມລໍາດັບ.

ໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊາຊົນ ຣາຊະອານາຈັກໄທ ກໍຄື ສໍານັກງານຄວາມຮ່ວມມືເພື່ອພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ອົງການ NEDA ຫລື Neighbouring Countries Economic Development Cooperation Agency) ທີ່ໄດ້ສະໜອງທຶນກູ້ຢືມ ໃນການກໍ່ສ້າງຂົວມິດ ຕະພາບແຫ່ງນີ້

SA Game
ຂ​ປ​ລ

ຊຶ່ງໂຄງການກໍ່ສ້າງຂົວມິດຕະພາບແຫ່ງທີ 5 ນີ້ ແມ່ນໜຶ່ງໃນບັນດາຄວາມພະຍາຍາມຂອງສອງລັດຖະບານ ລາວ ແລະ ໄທ ໃນການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການສັນຈອນ ໄປ-ມາຫາສູ່ກັນ ຂອງປະຊາຊົນສອງຊາດ ລາວ-ໄທ ແລະ ການຂົນສົ່ງລະຫວ່າງປະເທດ

ເພື່ອສົ່ງເສີມດ້ານການຄ້າ-ການລົງທຶນ ແລະ ທ່ອງທ່ຽວ ກໍຄື ການນໍາໃຊ້ທີ່ຕັ້ງຍຸດທະສາດອັນສໍາຄັນຂອງສອງປະເທດ ຢູ່ອະນຸພາກພື້ນລຸ່ມແມ່ນໍ້າຂອງ ແລະ ອາຊີຕາເວັນອອກສຽງໃຕ້ ໃນການເຊື່ອມໂຍງ-ເຊື່ອມຈອດພື້ນຖານໂຄງລ່າງ ຕາມແລວເສດຖິກິດຕາເວັນອອກ-ຕາເວັນຕົກ, ຊຶ່ງຈະເປັນການອໍານວຍຄວາມສະດວກ ແລະ ສະໜັບສະໜູນການພັດທະນາການເຊື່ອມໂຍງການຂົນສົ່ງໃຫ້ໂລ່ງລ່ຽນ ລະຫວ່າງ ສອງປະເທດ ລາວ-ໄທ ກັບບັນດາປະເທດອະນຸພາກພື້ນ ໃຫ້ເກີດຜົນປະໂຫຍດສູງສຸດຮ່ວມກັນ.

ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ກ່າວວ່າ: ການວາງສີລາລຶກໃນຄັ້ງນີ້, ເປັນສັນຍາລັກແຫ່ງມິດຕະພາບ, ເປັນຄວາມພາກພູມໃຈຂອງທັງສອງປະເທດ ທີ່ໄດ້ຮ່ວມກັນພັດທະນາ ແລະ ສົ່ງເສີມການເຊື່ອມໂຍງເຊິ່ງກັນ ແລະ ກັນມາໂດຍຕະຫລອດ

ເຊິ່ງຂົວດັ່ງກ່າວ,ຈະເປັນຈຸດເຊື່ອມຕໍ່,ອຳນວຍຄວາມສະດວກໃຫ້ປະຊາຊົນລະຫວ່າງສອງປະເທດ ກໍຄື ບຶງການ-ບໍລິຄຳໄຊ ໄດ້ໄປມາຫາສູ່ກັນເຊິ່ງກັນ ແລະ ກັນຢ່າງສະດວກສະບາຍ, ທັງຈະສົ່ງເສີມການເຊື່ອມໂຍງໃນອະນຸພາກພື້ນ ລະຫວ່າງໄທ,ລາວ, ຫວຽດນາມ ແລະ ເຊື່ອມຕໍ່ໄປ ສປ ຈີນ ໄດ້ຢ່າງສະດວກສະບາຍ, ເຮັດໃຫ້ການຄ້າ, ການລົງທຶນ ລະຫວ່າງປະເທດ ເພີ່ມຂຶ້ນ ໂດຍສະເພາະ ແຂວງບໍລິຄຳໄຊ ແລະ ແຂວງບຶງການ.

ພ້ອມນັ້ນ, ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ຍັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ແລະ ໜ່ວຍງານທີ່ກ່ຽວຂ້ອງ ທຸກພາກສ່ວນ ທັງຝ່າຍໄທ ແລະ ຝ່າຍລາວ ທີ່ໄດ້ຮ່ວມມືກັນຢ່າງໃກ້ຊິດ ຂັບເຄື່ອນໂຄງການສ້າງຂົວມິດຕະພາບໄທ-ລາວແຫ່ງທີ 5 ໃຫ້ມີຄວາມຄືບໜ້າ ຂຶ້ນໄປເລື້ອຍໆ

ລັດຖະບານໄທ ຈະຮ່ວມມືຢ່າງໃກ້ຊິດ ກັບລັດຖະບານ ສປປ ລາວ ເພື່ອພັດທະນາຄວາມສຳພັນລະຫວ່າງໄທ-ລາວ ໃຫ້ມີຄວາມໝັ້ນຄົງ, ມັ່ງຄັ່ງ ແລະ ໝັ້ນຄົງຂະໜົງແກ່ນ ຕະຫລອດໄປ.

ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໄດ້ຮັບການເຫັນດີໃຫ້ມີການລິເລີ່ມ ປຶກສາຫາລືຮ່ວມກັນ ເພື່ອສຶກສາຄວາມເປັນໄປໄດ້ ໃນການກໍ່ສ້າງຂົວດັ່ງກ່າວ ໃນປີ 2012, ຕໍ່ມາໃນປີ 2014 ໄດ້ມີການສໍາຫລວດຄວາມເປັນໄປໄດ້ ໃນການກໍ່ສ້າງ ພາຍໃຕ້ການສະໜັບສະໜູນຂອງສໍານັກງານຄວາມຮ່ວມມື ເພື່ອພັດທະນາເສດຖະກິດກັບປະເທດເພື່ອນບ້ານ

ໃນປີ 2019 ໄດ້ມີການເຊັນຂໍ້ຕົກລົງວ່າດ້ວຍການກໍ່ສ້າງຂົວມິດຕະພາບດັ່ງກ່າວ ແລະໄດ້ມີການເລີ່ມການກໍ່ສ້າງໃນຕົ້ນປີ 2021, ຊຶ່ງຂົວມິດຕະພາບດັ່ງກ່າວ ມີຄວາມຍາວ 1.350 ແມັດໂດຍບໍ່ລວມທາງເຂົ້າ-ອອກຂົວທັງສອງຟາກແມ່ນໍ້າຂອງ ແລະ ຈະກໍ່ສ້າງຂົວ, ອາຄານດ່ານເຂົ້າ-ອອກ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ສໍາເລັດໃນທ້າຍປີ 2023 ແລະ ເປີດນໍາໃຊ້ໃນຕົ້ນປີ 2024.

SA Game
ຂ​ປ​ລ

ໂຄງການກໍ່ສ້າງຂົວມິດຕະພາບແຫ່ງນີ້, ຍັງເປັນໂຄງການໜຶ່ງທີ່ນອນຢູ່ໃນແຜນປະຕິບັດງານວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງໄລຍະ 5 ປີ(2022-2026) ທີ່ທັງສອງປະເທດພວກເຮົາໄດ້ເຊັນຮ່ວມກັນ ໃນເດືອນມິຖຸນາ 2022 ທີ່ຜ່ານມາ ເພື່ອປະຕິບັດຕາມເຈດຕະນາລົມຂອງປະຊາຊົນສອງຊາດ ທີ່ເປັນບ້ານໃກ້ເຮືອນຄຽງທີ່ດີ ແລະ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ຍາວນານຫລາຍກວ່າ 7 ທົດສະວັດ.

ພ້ອມກັນນີ້, ຂົວມິດຕະພາບແຫ່ງທີ 5 ຍັງຈະເປັນໂຄງການທີ່ຕອບສະໜອງໃຫ້ແກ່ການຈັດຕັ້ງປະຕິບັດເປົ້າໝາຍທີ 5 ໃນການຮ່ວມມື, ເຊື່ອມໂຍງ ແລະ ເຊື່ອມຈອດພາຍໃນ, ພາກພື້ນ ແລະ ສາກົນໃຫ້ມີຄວາມທັນສະໄໝ ແລະ ເຂັ້ມແຂງຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ກໍຄືການຈັດຕັ້ງປະຕິບັດວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາເສດຖະກິດສັງຄົມໄລຍະ 10 ປີ (2016-2025), ຍຸດທະສາດການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນຂອງລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ການຫັນເອົາ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນສູນກາງການເຊື່ອມຈອດ.

ໂຄງການຂົວມິດຕະພາບລາວ-ໄທແຫ່ງທີ່ 5 ເປັນໂຄງການທີ່ມີຄວາມສໍາຄັນໃນການເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງ ສອງປະເທດ ກໍຄື ອະນຸພາກພື້ນ ກໍຄືໂຄງການເຊື່ອມໂຍງທາງດ້ານເສດຖະກິດຕາເວັນອອກ-ຕາເວັນຕົກ ໂດຍສະເພາະແມ່ນການເຊື່ອມໂຍງດ້ານຂົນສົ່ງຂອງ ສປປ ລາວ ຣາຊະອານາຈັກກັບໄທ ຜ່ານທາງຫລວງແຫ່ງຊາດເລກທີ 13 ໃຕ້ ແລະ ເສັ້ນທາງເລກ 8 ເພື່ອອອກສູ່ຫວຽດນາມ

ໂດຍມີໄລຍະທາງພຽງແຕ່ 150 ກິໂລແມັດ, ຊຶ່ງລັດຖະບານລາວ ມີແຜນການ ປັບປຸງເສັ້ນທາງດັ່ງກ່າວ ໃຫ້ໄດ້ມາດຕະຖານ ເພື່ອຮອງຮັບໃຫ້ແກ່ການຄົມມານາຄົມ ແລະ ຂົນສົ່ງ. ສະນັ້ນ, ໂຄງການນີ້ ຈຶ່ງເປັນສ່ວນໜຶ່ງທີ່ສໍາຄັນໃນການຍູ້ໜູນ ແລະ ສົ່ງເສີມການຄ້າ-ການລົງທຶນ, ການບໍລິການທາງຜ່ານ ແລະ ການທ່ອງທ່ຽວອະນາຄົດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ