​ພິ​ທີ​ປະ​ຖະ​ກະ​ຖາ ວັນ​ປະ​ຫວັດ​ສາດ​ມິດ​ຕະ​ພາບ ລາວ – ຫວຽດ​ນາມ

SA Game

ຂ​ປ​ລ

ກະຊວງ ຖວທ ສຶກສາອົບຮົມ ເຊື່ອມຊຶມມູນເຊື້ອ 2 ວັນປະຫວັດສາດ ລາວ-ຫວຽດນາມ

ໃນວັນທີ 23 ມິ ຖຸນາ 2022 ທີ່ກະຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດປາຖະກະຖາ ສອງວັນປະຫວັດສາດ ກໍຄືປີສາມັກຄີມິດຕະ ພາບ ລາວ-ຫວຽດນາມ 2022 ກໍຄື ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 45 ປີ(18/7/1977-18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຄົບຮອບ 60 ປີ (5/9/1962-5/9/2022) .

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ:

ການປາຖະກະຖາຄັ້ງນີ້ ເພື່ອເປັນການຫວນຄືນມູນເຊື້ອການພົວພັນຮ່ວມມື ລາວ-ຫວຽດນາມ ເຊິ່ງເປັນປັດໄຈສຳຄັນໃນການຕັດສິນໄຊຊະນະຂອງການປະຕິວັດ ລາວ ແລະ ຫວຽດນາມ ໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ

ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາຂອງ 2 ປະເທດ ໃນປັດຈຸບັນ, ທັງເປັນການໂຄສະນາ-ສຶກສາອົບຮົມໃຫ້ພະນັກງານ,ລັດຖະ ກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ

SA Game
ຂ​ປ​ລ

ໂດຍສະເພາະຄົນຮຸ່ນໜຸ່ມ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ, ເລິກເຊິ່ງໜັກແໜ້ນ ເພື່ອພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງຍາວນານ, ທັງເປັນເຈົ້າການໃນການຖະນຸຖະໜອມ ແລະ ເພີ່ມມພູນຄູນສ້າງມູນເຊື້ອດັ່ງກ່າວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ພ້ອມກັນນັ້ນ ກໍເພື່ອເປັນການຈາລຶກບຸນຄຸນ ແລະ ຄຸນງາມຄວາມດີຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງ ແລະ ລໍ້າຄ່າໃນພາລະກິດປະຕິວັດ ແລະ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ

ການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການກອບກູ້ປະເທດ ຫວຽດນາມ ໃຫ້ເປັນອັນໜຶ່ງອັນດຽວໃນເມື່ອກ່ອນ ແລະ ການປົກປັກຮັກສາ ແລະ ພັດທະນາປະເທດຫວຽດນາມ ໃນປັດຈຸບັນ.

ສະນັ້ນ, ພັກ ແລະ ລັດຖະບານ ຈຶ່ງຖືເອົາປີ 2022 ເປັນປີສະເຫລີມສະຫລອງປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ໃຫ້ມີຄວາມໝາຍແຫ່ງປະຫວັດສາດທີ່ສຳຄັນ ແລະ ມີຊີວິດຊີວາ ກາຍເປັນສັນຍາລັກແຫ່ງການພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ໂອກາດນີ້, ທ່ານ ໝູນແກ້ວ ອໍລະບູນ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ກໍຄື ຜົນສຳເລັດຂອງການພົວພັນອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະ ມູນເຊື້ອປະຫວັດສາດຂອງການພົວພັນຮ່ວມມື ທີ່ມີມາຍາວນານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ພາຍໃຕ້ການນຳພາຂອງຜູ້ນຳສອງປະເທດ ທີ່ມີຄວາມກ້າຫານ, ສະຫລາດສ່ອງໃສ ເປັນຈິດໜຶ່ງໃຈດຽວກັນ, ພ້ອມກັນຕໍ່ສູ້ເພື່ອປົດປ່ອຍປະເທດຊາດຍາດເອົາເອກະລາດ ຈາກພວກຈັກກະພັດຜູ້ຮຸກຮານ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາປະເທດຂອງຕົນຂຶ້ນ, ຖ້າບໍ່ມີການພົວ ພັນຮ່ວມມືທີ່ຍິ່ງໃຫຍ່ ກໍຈະບໍ່ມີໄຊຊະນະ ຂອງສອງຊາດລາວ-ຫວຽດນາມ, ການພົວພັນຮ່ວມມືຂອງສອງຊາດລາວ-ຫວຽດນາມ ເປັນຕົວແບບແຫ່ງການພົວພັນທີ່ຍິ່ງໃຫຍ່, ເປັນການພົວພັນທີ່ບໍລິສຸດຜຸດຜ່ອງ ແລະ ຫາຍາກຢູ່ໃນໂລກ ເຊິ່ງຜູ້ນຳພັກ-ລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ກໍໄດ້ຖະໜຸຖະໜອມເພີ່ມພູນຄູນສ້າງນ້ຳໃຈສາມັກຄີ ມິດຕະພາບອັນຍິ່ງໃຫຍ່ ແລະ ການພົວພັນຮ່ວມມືແບບພິເສດຢ່າງສະເໝີຕົ້ນສະເໝີປາຍ.

SA Game
ຂ​ປ​ລ

ທ່ານ ໝູນແກ້ວ ອໍລະບູນ ຍັງໃຫ້ຮູ້ອີກວ່າ: ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອສຳຄັນດັ່ງກ່າວ ພວກເຮົາຕ້ອງສືບຕໍ່ເສີມຂະຫຍາຍໃຫ້ເຂົ້າສູ່ລວງເລິກ, ເພີ່ມທະວີການໂຄສະນາສຶກສາອົບຮົມ ໃຫ້ຮຸ່ນສືບທອດຮັບຮູ້ ແລະ ເຂົ້າໃຈຕໍ່ສາຍພົວພັນ ລາວ-ຫວຽດນາມ ຢ່າງເລິກເຊິ່ງ, ຈິງໃຈຮ່ວມກັນແກ້ໄຂບັນຫາທີ່ເກີດຂຶ້ນຮ່ວມກັນ, ເຂົ້າອົກເຂົ້າໃຈກັນ, ປົກປັກຮັກສາມູນເຊື້ອແຫ່ງສາຍພົວພັນທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ບໍ່ໃຫ້ໃຜມາມ້າງເພທຳລາຍໄດ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ