​ພິ​ທີຕ້ອນ​ຮັບ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ຂອງ ສ​ສ ຫວຽດ​ນາມ

SA Game

ພາບ: ຫ້ອງວ່າການສູນກາງພັກ

​ປະ​ທານ​ປະ​ເທດຕ້ອນຮັບ​ການ​ມາ​ຢ້ຽມ​ຢາມ​ຂອງປະທານສານປະຊາຊົນສູງສຸດ ສສ ຫວຽດນາມ.

ສະຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ຫວງ໋ຽນ ຮວ໋າ ບິງ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມໃນວັນທີ 12 ສິງຫາ 2022 ນີ້

ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫລີມສະຫລອງວັນສ້າງຕັ້ງ ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຄົບຮອບ 40 ປີ ຢູ່ນະຄອນຫລວງວຽງຈັນ.

ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ສະຫາຍ ຫວງ໋ຽນ ຮວ໋າ ບິງ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫລີມສະຫລອງວັນສ້າງຕັ້ງ ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຄົບຮອບ 40 ປີ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ

SA Game
ພາບ: ຫ້ອງວ່າການສູນກາງພັກ

ໃຫ້ໄດ້ຮັບການພັດທະນາ, ທັງເປັນການຮັດແໜ້ນການພົວພັນຮ່ວມມືລະ ຫວ່າງ ສອງສານປະຊາຊົນສູງສຸດ ລາວ-ຫວຽດນາມ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິງກັນ ແລະ ກັນ ຕະຫລອດໄປ.

ສະຫານ ຫວງ໋ຽນ ຮວ໋າ ບິງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ສະຫລະເວລາ ມາຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງ ສະແດງຄວາມດີໃຈທີ່ເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ-ລາວ ສືບຕໍ່ມີການພັດທະນາຢ່າງຕໍ່ເນື່ອງໃນທຸກຂົງເຂດ, ສອງຝ່າຍສືບຕໍ່ຮັກສາການແລກປ່ຽນຄະນະ, ການພົບປະຂັ້ນສູງ ແລະ ຈັດຕັ້ງບັນດາກົນໄກຮ່ວມມືສອງຝ່າຍຢ່າງເປັນປົກກະຕິ

SA Game
ພາບ: ຫ້ອງວ່າການສູນກາງພັກ

ພ້ອມນັ້ນ, ການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ, ການລົງທືນ, ການເຊື່ອມຕໍ່ຄົມມະນາຄົມ, ວຽກງານສຶກສາ ແລະກໍ່ສ້າງ, ການພົບປະແລກ ປ່ຽນປະຊາຊົນໄດ້ຮັບການເພີ່ມທະວີ ແລະ ຍາດມາໄດ້ຫລາຍຜົນງານຢ່າງຕັ້ງໜ້າ.

ພ້ອມດຽວກັນນັ້ນ, ສະຫາຍຍັງໄດ້ລາຍງານ ໃຫ້ຊາບກ່ຽວກັບ ການພົວພັນຮ່ວມມືຂອງສານປະຊາຊົນ ຂອງສອງປະເທດ ຫວຽດນາມ-ລາວ ທີ່ໄດ້ມີການຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ:ຂປລ.