ພິທີຄອບໄຂ່ວການເຄື່ອນຍ້າຍເສົາຫີນສີລາໄປສະຖິດໄວ້ຢູ່ວັດປ່າຫີນປາຄູນ

SA Game

ຂ່າວສານປະຈຳວັນເມືອງທຸລະຄົມ.

ຈັດພິທີທາງສາສະໜາເພື່ອຄອບໄຂ່ວ ແລະ ເຄື່ອນຍ້າຍເສົາຫີນສີລາໄປວັດປ່າຫີນປາຄູນ.

ປະເທດລາວເຮົາແຕ່ໃດມາກໍຢູ່ຄູ່ກັບຮີດຄອງປະເພນີອັນດີງາມ ແລະ ສືບທອດກັນມາໂດຍຕະຫລອດ, ໂດຍສະເພາະແມ່ນກັບສິ່ງທີ່ເຄົາລົບບູຊາ ແລະ ການທີ່ຈະເຄືອນຍ້າຍຕ່າງໆ ກໍຕ້ອງມີພິທີເພື່ອເປັນການໃຫ້ກຽດຕໍ່ສິ່ງສັກສິດ ແລະ ຕາມຄວາມເຊືອ ເພື່ອໃຫ້ມີແຕ່ສິ່ງດີໆເກີດຂື້ນກັບບ້ານເມືອງ ແລະ ພໍ່ແມ່ປະຊາຊົນລາວເຮົາເອງ.

 ແລະ ໃນເມື່ອບໍ່ດົນມານີ້ ອົງການປົກຄອງບ້ານ ແລະ ຊາວບ້ານນານົກຂຸ້ມ ເມືອງທຸລະຄົມ ແຂວງວຽງຈັນ ພ້ອມດ້ວຍຜູ້ເຖົ້າຜູ້ແກ່, ພໍ່ແມ່ປະຊາຊົນ ແລະ ລູກຫລານ ໄດ້ພ້ອມກັນຈັດພິທີທາງສາສະໜາຄອບໄຂ່ວເຈົ້າທີ່-ເຈົ້າຖານ ເພື່ອອັງເຊີນ-ເຄື່ອນຍ້າຍເສົາຫີນ ຈຳນວນ 2 ຕົ້ນ ໄປສະຖິດໄວ້ຢູ່ທີ່ວັດປ່າຫີນປາຄູນ ທີ່ຂຶ້ນກັບບ້ານດັ່ງກ່າວໃນວັນທີ່ 18 ເມສາ 2022.

SA Game
ຂ່າວສານປະຈຳວັນເມືອງທຸລະຄົມ.
ຕາມການໃຫ້ຂອງມູນຂອງອົງການປົກຄອງບ້ານໃຫ້ຮູ້ວ່າ ເສົາຫີນນີ້ໄດ້ມີການຄົ້ນພົບຢູ່ບໍລິເວນດິນຂອງແມ່ຕູ້ແອ ໃນທ້າຍປີ 2020 ໃນຂະນະທີ່ລູກຫລານຂອງເພິ່ນກຳລັງຂຸດຂຸມຕັ້ງເສົາເຮືອນ, ເຊິ່ງຜູ້ເຖົ້າຜູ້ແກ່ສັນນິຖານວ່າ ເສົາຫີນນີ້ຕ້ອງມີປະຫວັດຄວາມເປັນມາກ່ຽວ ຂ້ອງກັບວັດປ່າຫີນປາຄູນ ຫລື ກໍ່ອາດແມ່ນເສົາຫລັກເຂດ ແດນຂອງບ້ານທີ່ຄົນຮຸ່ນກ່ອນໆນຳມາຝັ່ງໄວ້.
SA Game
ຂ່າວສານປະຈຳວັນເມືອງທຸລະຄົມ.

ເຖິງແນວໃດກໍ່ຕາມ ຊາວບ້ານນານົກຂຸ້ມຕ່າງກໍ່ມີຄວາມເຊືີ່ອວ່າ ເປັນເສົາຫີນມຸງຄຸນ ທີ່ມີຄວາມໝາຍ ຕິດພັນກັບປະຫວັດຂອງບ້ານ ແລະຕິດພັນກັບພຸດທະສາສະໜາ, ເນື່ອງຈາກອີງຕາມປະຫວັດສາດແລ້ວ ບ້ານນານົກຂຸ້ມ ກໍ່ຄືເມືອງທຸລະຄົມ ມີຄວາມເກົ່າແກ່ທີ່ມີມາແຕ່ດົນແລ້ວ.

SA Game
ຂ່າວສານປະຈຳວັນເມືອງທຸລະຄົມ.
ຊາວ​ບ້ານ​ແຫ່ງ​ນີ້​ຍັງ​ຄົງ​ຮັກ​ສາ​ຮີດ​ຄອງ​ປະ​ເພ​ນີ ແລະ ປະ​ຕິ​ບັດ​ສືບ​ທອດ​ກັນ​ມາ​ຢ່າງ​ປົກ​ກະ​ຕິ​ເຖິງວ່າ​ອາດ​ຈະ​ມີ​ບາງ​ສ່ວນ​ທີ່​ໄດ້​ປ່ຽນ​ແປງ​ໄປ​ເລ​ັກ​ນ້ອຍ​ກໍ​ຕາມ, ແຕ່​ກະ​ປະ​ຕິ​ບັດ​ຮີດ​ຄອງ​ປະ​ເພ​ນີ​ຍັງ​ຄົງ​ຢູ່​ຄູ່​ກັບ​ຊາວ​ເມືອງ​ທຸ​ລະ​ຄົມ​ມາ​ໂດຍ​ຕະ​ຫລອດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ່າວສານປະຈຳວັນເມືອງທຸລະຄົມ.