ພາສາລາວ ແລະ ພາສາໄທ ກັບຄຳວ່າ ເຂົ້າເຢັນ ແລະ ข้าวเย็น

SA Game

DooDiDo

“ເຂົ້າເຢັນ” ແລະ “ข้าวเย็น” ພາສາລາວ-ໄທ ທີ່ອອກສຽງ ຄ້າຍຄືກັນ ແຕ່ເປົ້າໝາຍຕ່າງກັນ.

ໃນ​ພາ​ສາ​ລາວ ແລະ ພາ​ສາ​ໄທ ມີ​ຫລາຍໆ​ຄຳ​ທີ່​ຄື​ກັນ ແລະ ນຳໃຊ້​ຄື​ກັນ ແຕ່​ກໍ​ຍັງ​ມີ​ຫລາຍໆ​ຄຳທີ່​ຍັງ​ແຕກ​ຕ່າງ​ກັນ​ໃນ​ການ​ນຳ​ໃຊ້, ເຊິງ ພາ​ສາ​ລາວ ແລະ ພາ​ສາ​ໄທມີ​ຫລາກຫລາຍຄວາມ​ໝາຍ ທີ່​ອອກ​ສຽງ  ​ຫລື ອ່ານ​ຄ້າຍ​ຄື​ກັນ ແຕ່​ຄວາມ​ໝາຍ​ແມ່ນ​ໄປ​ອີກ​ຄົນ​ລະ​ແບບໃນ​ພາ​ສາ​ລາວ ແລະ ພາ​ສາ​ໄທ​ດັ່ງ​ເຊັ່ນ​ຄຳ​ນີ້​ທີ່​ວ່າ ເຂົ້າ​ເຢັນ ແລະ ຂ້າວ​ເຢັນ (ข้าวเย็น)

ແລະ ໃນ​ບົດ​ນີ້​ຈະ​ຂໍ​ຍົກ​ເອົາ​ຫົວ​ຂໍ້​ຂອງ​ເຟ​ສ​ບຸກ​ເພ​ຈ ປ່ອງ​ຢ້ຽມ​ພາ​ສ​າ​ລາວ ພ້ອມ​ກັບ​ເນື້ອ​ໃນ​ການ​ອະ​ທິ​ບາຍ​ມາ​ເພື່ອ​ໃຫ້​ເປັນ​ຂໍ້​ມູນ​ນຳ​ກັນ.

ຄຳວ່າ “ເຂົ້າ”

ໃນພາສາລາວ ມີຫຼາຍຄວາມໝາຍ ແຕ່ຈະທຽບສະເພາະຄຳທີ່ໝາຍເຖິງ ພືດທີ່ເປັນທັນຍາຫານ ເຊັ່ນ ເຂົ້າຈ້າວ, ເຂົ້າໜຽວ, ເຂົ້າກໍ່າ, ເຂົ້າໄກ່ນ້ອຍ, ເຂົ້າປຽນ, ເຂົ້າເປືອກ, ເຂົ້າສານ…..

SA Game
DooDiDo

ໃນພາສາໄທອອກສຽງຍາວເປັນ “ข้าวเย็น”
ຖ້າທຽບພາສາລາວກໍຈະ ກົງກັບຄຳວ່າ “ຂ້າວ” ທີ່ໝາຍເຖິງໄມ້ໃຊ້ສຳລັບຈັບຈ່ອງກັບຫຼັກຮົ້ວ ເອີ້ນ ໄມ້ຂ້າວ…

#ເຂົ້າເຢັນ ພາສາລາວ

ໝາຍເຖິງ ເຂົ້າທີ່ບໍ່ໄດ້ອຸ່ນ, ເຂົ້າໜຶ້ງທີ່ກິນເຫຼືອຈາກມື້ວານ ແລ້ວມາອຸ່ນກິນອີກເທື່ອໜຶ່ງ.

#ข้าวเย็น ໃນພາສາໄທ

ໝາຍເຖິງ ຄາບເຂົ້າແລງ, ອາຫານການກິນໃນຕອນແລງ ບາງຄັ້ງໄທເອີ້ນວ່າ มื้อเย็น ຫຼື อาหารเย็น ນັ້ນເອງ.

ນີ້​ເປັນ​ພຽງ​ແຕ່​ຄຳ​ດຽວ​ເທົ່າ​ນັ້ນ​ທີ່​ເອົາ​ມາ​ນຳ​ສະ​ເໜີ​ສົນ​ທະ​ນາ​ກັນ, ຍັງ​ມີ​ຫລາຍໆ​ຄຳ​ທີ່​ມີ​ລັກ​ສະ​ນະ​ດຽວ​ກັນ​ນີ້​ເຊິງ​ຈະ​ໄດ້​ນຳ​ມາ​ສະ​ເໜີ​ອະ​ທິ​ບາຍ ລາຍ​ລະ​ອຽດ​ນຳ​ກັນ, ຖ້າ​ຫາກ​ຂາດ​ຕົກ​ບົກ​ພ່ອງ​ ຫລື ຜິດ​ພາດ​ປະ​ການ​ໃດກໍ່​ຂໍ​ອະ​ໄພ​ດ້ວຍ ທັງ​ພາ​ສາ​ລາວ ແລະ ພາ​ສາ​ໄທ, ເນື່ອງ​ຈາກວ່າ​ຂ້າ​ພະ​ເຈົ້າ​ກໍ່​ບໍ່​ໄດ້​ຮຽນ​ມາ​ສາຍ​ນີ້​ໂດຍ​ກົງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈ​ແຫລ່ງ​ທີ່​ມາ: ເພ​ຈ : ປ່ອງຢ້ຽມພາສາລາວ