ພາສາລາວກັບຄໍາວ່າ: ຈະແຈ້ງ, ກະຈ່າງແຈ້ງ ແລະ ແຈ່ມແຈ້ງ

SA Game

DooDiDo

ຈະແຈ້ງ, ກະຈ່າງແຈ້ງ ແລະ ແຈ່ມແຈ້ງ ມີຄວາມໝາຍຄືກັນ ແລະ ຕ່າງກັນຄືແນວໃດ?

ທັງສາມຄໍາສັບນີ້ເບິ່ງລວມໆຂອງຄົນສ່ວນໃຫຍ່ທີ່ມັກເວົ້າ ອາດຖືວ່າມີຄວາມໝາຍອັນດຽວກັນ ໃຊ້ໄດ້ກັບທຸກກໍລະນີ ແລະ ທຸກສະຖານະການໄດ້ ແຕ່ຖ້າຫາກຄິດໄຕ່ຕອງລະອຽດຖີ່ຖ້ວນຈະເຫັນວ່າ ຍັງມີຄວາມແຕກຕ່າງກັນໄປຫຼາຍແບບຢູ່ສະນັ້ນໃນຕອນນີ້ເຮົາຈະມາເວົ້າລະອຽດແດ່ຈັກໜ່ອຍເພື່ອໃຫ້ຫລາຍໆຄົນໄດ້ເຂົ້າໃຈ ແລະ ນຳໃຊ້ໃຫ້ຖືກນຳກັນ.

ຈະແຈ້ງ ກັບ ແຈ່ມແຈ້ງອາດຈະມີຄວາມໝາຍດຽວກັນ ນັ້ນໝາຍເຖິງຄວາມຊັດເຈນ, ຄວາມແນ່ນອນ,ບໍ່ມີສິ່ງແອບແຝງລີ້ລັບ,ມັນຄືຄວາມແນ່ໃຈ ທີ່ບໍ່ມີປິດສະໜາ,ບໍ່ມີການປິດປັງໃດໆ ຈຶ່ງເວົ້າໄດ້ວ່າເປັນຄໍາຕອບທີ່ຊັດເຈນ ຖ້າເວົ້າໃນດ້ານຄະດີທາງດ້ານລົບກະຄືຜູ້ກະທໍາຄວາມຜິດໄດ້ຍອມຮັບຜິດຕາມຄວາມເປັນຈິງທີ່ໄດ້ກະທໍາ ສານກໍ່ຕັດສິນໄປຕາມຄວາມເປັນທໍາ ໂດຍທີ່ໂຈດບໍ່ສາມາດປະຕິເສດຂໍ້ຜິດນີ້ໄດ້, ແຕ່ຖ້າເວົ້າທາງດ້ານບວກຜູ້ທີ່ບໍ່ໄດ້ກະທໍາຜິດແຕ່ຖືກກ່າວຫາໃຫ້ເປັນຜູ້ກະທໍາຜິດ ກໍ່ຕ້ອງໄດ້ຮັບຄວາມເປັນທໍາສຸດທ້າຍກໍ່ພົ້ນຄະດີ ນັ້ນຄືສານໄດ້ຕັດສິນຄະດີຢ່າງເປັນທໍາ ແລະ ຊັດເຈນ.

SA Game
DooDiDo

ບໍ່ແມ່ນແຕ່ເລື່ອງດ້ານຄະດີ ແຕ່ກໍ່ຍັງມີຫຼາຍໆດ້ານ ທີ່ສ່ອງແສງເຖິງຄວາມຊັດເຈນ ຄວາມລະອຽດຂອງຜູ້ເຮັດວຽກ ເຮັດງານ ເຊັ່ນ: ຄູສອນຢ່າງລະອຽດຊັດເຈນ…ເວົ້າລວມແລ້ວຄໍາວ່າ: ຈະແຈ້ງ ແລະ ແຈ່ມແຈ້ງ ໝາຍເຖິງສິ່ງທີ່ປະກົດໃຫ້ເຫັນກັບຕາວ່າມີຄວາມຊັດເຈນ. ແຕ່ຄໍາວ່າແຈ່ມແຈ້ງອາດໃຊ້ໄດ້ຫຼາຍກໍລະນີ ບາງອັນກໍ່ໃຊ້ກ່ຽວກັບສິ່ງວັດຖຸທີ່ເຫັນກັບຕາ ເຊັ່ນວ່າ: ຄືນນີ້ດວງຈັນແຈ່ມແຈ້ງ ຫຼື ບາງຄັ້ງກໍ່ເວົ້າວ່າ ດວງຈັນແຈ່ມໃສ, ຄືນນີ້ທ້ອງຟ້າແຈ່ມໃສເປັນພິເສດ…ເຫຼົ່ານີ້ເປັນຕົ້ນ.
ຄໍາວ່າ: ກະຈ່າງແຈ້ງ ມີຄວາມໝາຍອີກແບບໜຶ່ງ ແຕ່ກໍ່ໃຊ້ໄດ້ຫຼາຍກໍລະນີ ເຊັ່ນດຽວກັບຄໍາວ່າ: ຈະແຈ້ງ ແລະ ແຈ່ມແຈ້ງ ແຕ່ສ່ວນໃຫຍ່ຈະເນັ້ນໄປທາງຝ່າຍການໃຊ້ຄວາມຄິດເຫັນ ການໃຊ້ເຫດຜົນມາອະທິບາຍດ້ວຍປາກ ແລະ ຝັງດ້ວຍຫູ ຟັງດ້ວຍຄວາມສໍານຶກ ຈິນຕະນາການທີ່ເປັນຮູບປະທໍາ ແລະ ນາມມະທໍາ ໃຫ້ຜູ້ອື່ນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກະຈ່າງແຈ້ງ ເຊັ່ນ: ການເລົ່າເລື່ອງ, ການອະທິບາຍບົດຮຽນ…
ແຕ່ໃນ 3 ຄໍາສັບດັ່ງກ່າວໃນກໍລະນີທົ່ວໄປອາດຈະເວົ້າໄດ້ຄ້າຍໆກັນ ຖ້າເຮົາບໍ່ຈໍາແນກຢ່າງລະອຽດ ຕ້ອງໃຊ້ໃນປະໂຫຍກທີ່
ເໝາະສົມກັບມັນ ຕົວຢ່າງ: ປະໂຫຍກຕໍ່ໄປນີ້ ປະໂຫຍກໃດຖືກຕ້ອງ ?

ກ. ທ້ອງຟ້າກະຈ່າງແຈ້ງ

ຂ. ທ້ອງຟ້າແຈ່ມໃສ

ຄ.ທ້ອງຟ້າຈະແຈ້ງ

ຂ: ຄືຄໍາຕອບທີ່ຖືກຕ້ອງ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo