ພະ​ເຫວດ​ສັນ​ດອນ​ເປັນ​ບູນ​ປະ​ເພ​ນີ​ໃຫຍ່​ທີ່​ສືບ​ທອດ​ກັນ​ມາ​ທຸກ​ມື້​ນີ້

SA Game

ອິນ​ໄຊ​ລາວ

ບູ​ຮານ​ລາວເພີນ​ວ່າ​ຟັງເທດ​ພະ​ເຫວ​ດ​ສັນ​ດອນ​ແມ່ນໄດ້​ບຸນຍິ່ງ​ໃຫຍ່​ມະ​ຫາ​ສານ.

ບຸນ​ພະ​ເຫວ​ດ​ເປັນ​ປາງ​ບຸນ​ໃຫຍ່​ທີ່​ສືບ​ທອດ​ປະ­ຕິ­ບັດ​ກັນ​ມາ​ແຕ່​ບູ­ຮານ​ນະ​ການ ແລະ ນັບ​ມື້​ໄດ້​ຮັບ​ເສີມ​ຂະ­ຫຍາຍ​ໃຫ້​ຄົງ​ຢູ່​ຄູ່​ຄົນ​ລາວ​ຊາດ​ລາວ​ຕະ­ຫລອດ​ໄປ, ຄວາມ​ຈິງ​ແລ້ວ,ບຸນ​ພະ​ເຫວ​ດ​ມີ​ຊື່​ເອີ້ນ​ອີກ​ຢ່າງ​ໜຶ່ງ​ວ່າ “ບຸນ​ມະ­ຫາ­ຊາດ” ເຊິ່ງ​ກິດ­ຈະ­ກຳ​ທີ່​ເປັນ​ຫົວ­ໃຈ​ສຳ­ຄັນ​ໃຈ​ກໍ​ຄື​ການ​ຟັງ​ເທ­ສະ­ໜາ​ເລື່ອງ ພະ​ເຫວ​ດ​ສັນ​ດອນ​ຊາ­ດົກ​ທີ່​ມີ​ເຖິງ 13 ກັນ​ໃຫ້​ຈົບ​ໃນ​ມື້­ໜຶ່ງ​ວັນ​ດຽວ.

ການ​ເຮັດ­ບຸນ​ໃນ​ປາງ​ບຸນ​ນີ້​ຈະ​ເກີດ​ອາ­ນິ­ສົງ​ຍິ່ງ​ໃຫຍ່​ເໝືອນ​ດັ່ງ​ພະ​ເຫວ​ດ​ສັນ​ດອນ ແລະ ຖ້າ​ຟັງ​ເທດສະ­ໜາ​ໃຫ້​ຈົບ​ພາຍ​ໃນ​ມື້­ໜຶ່ງ​ວັນ​ດຽວ​ກໍ​ຈະ​ໄດ້​ເກີດ​ໃນ​ຍຸກ​ພະ​ສີ​ອະ­ລິ­ຍະ​ເມດ​ໄຕ​ໃນ​ພາຍ​ພາກ​ໜ້າ.ນີ້​ຄື​ຄວາມ​ເຊື່ອ ແລະ ກໍ​ເປັນ­ຄວາມ​ເຊື່ອ​ທີ່​ສືບ​ເນື່ອງ​ມາ​ຈາກ​ເທ­ສະ­ໜາ​ເລື່ອງ “ພະ​ມາ­ໄລ” ທີ່​ເລົ່າ​ເຖິງ​ການ​ບັນ­ລຸ​ທຳ​ວິ­ເສດ​ເປັນ​ອໍ­ລະ­ຫັນ​ຢູ່​ໃນ​ຍຸກ​ຫລັງ​ພຸດ­ທະ­ການ 500 ກວ່າ​ປີ,ພະ​ມາ­ໄລ ມີ​ໂອ­ກາດ​ໄດ້​ໄປ​ສຳ­ຜັດ​ເມືອງ​ນະ​ຮົກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ­ທຸກ​ທໍ­ລະ­ມານ​ທີ່​ເປັນ​ຜົນ​ມາ​ຈາກ​ການ​ກະ­ທຳ​ຕອນ​ຍັງ​ເປັນ​ມະ­ນຸດ,ຝູງ​ສັດ​ນະ​ຮົກ​ໄດ້​ຂໍ​ໃຫ້​ພະ​ມາ­ໄລ​ຊ່ວຍ​ບອກ​ຍາດ​ພີ່­ນ້ອງ​ຂອງ​ຕົນ​ເຮັດ­ບຸນ​ອຸ­ທິດ​ຫາ ແລະ ພາຍ­ຫລັງ​ກັບ​ມາ​ພະ​ມາ­ໄລ ກໍ​ໄດ້​ເລົ່າ​ສູ່​ຍາດ​ພີ່­ນ້ອງ​ຟັງ ແລະ ເຫັນ​ວ່າ​ເປັນ­ຄວາມ​ຈິງ​ຈົນ​ສາ­ມາດ​ຊ່ວຍ​ໃຫ້​ພົ້ນ​ຈາກ​ໂທດ​ກຳ​ນັ້ນ​ໄດ້.

SA Game
ອິນ​ໄຊ​ລາວ

ຕໍ່​ມາ ພະ​ມາ­ໄລ ກໍ​ໄດ້​ຂຶ້ນ​ໄປ​ຢ້ຽມ­ຢາມ​ສະ­ຫວັນ ແລະ ມີ​ໂອ­ກາດ​ພົບ​ໂພ­ທິ­ສັດ​ອະ­ລິ­ຍະ​ເມດ​ໄຕ ຜູ້​ທີ່​ຈະ​ລົງ​ມາ​ຕັດ­ສະ­ຮູ້​ພາຍ​ພາກ​ໜ້າ​ອັນ​ເຕັມ​ໄປ​ດ້ວຍ​ຄວາມ​ສະ­ໜຸກ​ສຸກ​ສະ­ບາຍ​ໄຮ້​ຄວາມ­ທຸກ ກັງ ວົນ​ນາໆ​ປະ​ການ.ພະ​ມາ­ໄລ ຈຶ່ງ​ຖາມ​ວ່າ ຖ້າ​ບຸກ­ຄົນ​ໃດ​ຢາກ​ເກີດ​ໃນ​ຍຸກ​ນັ້ນ​ຕ້ອງ​ເຮັດ­ບຸນ​ແນວ­ໃດ ແລະ ກໍ​ໄດ້​ຄຳ​ຕອບ​ວ່າ: “ຕ້ອງ​ຟັງ­ເທດ​ພະ​ເຫວ​ດ​ສັນ​ດອນ​ຊາ­ດົກ​ໃຫ້​ຈົບ​ພາຍ​ໃນ​ມື້­ໜຶ່ງ​ວັນ​ດຽວ”.ນີ້​ຄື​ມູນ​ເຫດ​ແຫ່ງ​ການ​ເຮັດ­ບຸນ​ພະ​ເຫວ​ດ​ສັນ​ດອນ,ແຕ່​ຫລາຍ​ທ່ານ​ສົນ­ໃຈ​ອີກ​ວ່າ:ຖ້າ​ຟັງ​ຈົບ​ແລ້ວ​ຈະ​ໄດ້​ໄປ​ເກີດ​ໃນ​ຍຸກ​ພະ​ສີ​ອະ­ລິ­ຍະ​ເມດ​ໄຕ​ແທ້​ບໍ່?ເຮັດ​ໃຫ້​ຫລາຍ​ຄົນ​ຫລົງ​ເຊື່ອ​ໂດຍ​ບໍ່​ໄດ້​ຄຳ­ນຶງ​ເຖິງ​ເຫດ­ຜົນ,ເຮັດ​ໃຫ້​ເກີດ​ປາ ກົດ​ການ​ຟັງ​ຊື່ໆ​ແຕ່​ບໍ່​ຮູ້​ເລື່ອງ​ລາວ ແລະ ຂາດ​ການ​ນຳ­ໄປ​ປະ­ຕິ­ບັດ​ຈຶ່ງ​ບໍ່­ເກີດ​ຜົນ​ດີ.

ໃນ​ຄວາມ​ເປັນ​ຈິງ​ນັ້ນ​ການ​ເກີດ​ໃນ​ຍຸກ​ພະ​ສີ​ອະ­ລິ­ຍະ​ເມດ​ໄຕ ຫລື ເກີດ​ໃນ​ຍຸກ​ປັດ­ຈຸ­ບັນ​ກໍ​ລ້ວນ​ແຕ່​ສຳ ຄັນ ແລະ ການ​ເຮັດ­ບຸນ​ພະ​ເຫວ​ດ​ສັນ​ດອນ​ກໍ​ເປັນ​ເລື່ອງ​ດີ​ໃນ​ປັດ­ຈຸ­ບັນ ແລະ​ອະ­ນາ­ຄົດ​ເມື່ອ​ເຮົາ​ຟັງ​ເລື່ອງ​ພະ​ເຫວ​ດ​ສັນ​ດອນ​ແລ້ວ​ນຳ​ເອົາ​ມາ​ປະ­ພຶດ​ປະ­ຕິ­ບັດ​ໃຫ້​ເກີດ​ດອກ​ອອກ​ຜົນ​ໃນ​ປັດ­ຈຸ­ບັນ​ເພາະ​ເປັນ​ເລື່ອງ​ທີ່ ອຸ­ດົມ­ສົມ­ບູນ​ດ້ວຍ​ຄະ­ຕິ​ທຳ​ຄຳ​ສອນ​ໃນ​ທາງ​ພຸດ​ທະ​ສາ­ສະ­ໜາ​ກ່ຽວ​ກັບ​ການ​ດຳ­ລົງ​ຊີ­ວິດ​ໂດຍ​ການ​ເອົາ​ພະ​ເຫວ​ດ​ສັນ​ດອນ​ເປັນ​ແບບ­ຢ່າງ​ຄື​ການ​ມີ​ຈິດ­ໃຈ​ເອື້ອ­ເຟື້ອ​ເຜື່ອ​ແຜ່,ຮູ້­ຈັກ​ບໍ­ລິ­ຈາກ​ແບ່ງ­ປັນ​ບັນ­ເທົາ​ທຸກ​ຄົນ​ອື່ນ​ກໍ​ຄື​ສັງ­ຄົມ ເຊິ່ງ​ສິ່ງ​ນີ້​ເອີ້ນ​ວ່າ “ການ​ໃຫ້​ທານ”.

ຮູ້­ຈັກ​ປະ­ຕິ­ບັດ​ຕົນ​ໃຫ້​ຖືກ­ຕ້ອງ​ທຳ­ນອງ​ຄອງ​ທຳ ບໍ່​ເຮັດ​ຜິດ​ຮີດ­ຄອງ​ປະ­ເພ­ນີ,ບໍ່​ຜິດ​ລະ­ບຽບ​ກົດ­ໝາຍ​ບ້ານ​ເມືອງ ສິ່ງ​ນີ້​ເອີ້ນ​ວ່າ “ການ​ຮັກ­ສາ​ສິນ”.ການ​ເຮັດ​ຄວາມ​ດີ​ຢ່າງ​ສະ​ໝໍ່າ​ສະ­ເໝີ ຮູ້­ຈັກ​ວາງ​ຕົນ​ຕາມ​ລະ­ບຽບ​ກົດ­ໝາຍ​ມີ​ຈິດ​ສຳ­ນຶກ​ໃນ​ແນວ­ທາງ​ຄິດ​ສ້າງ­ສັນ​ແບ່ງ­ປັນ​ຄວາມ​ຮູ້​ທີ່​ມີ​ຕໍ່​ຄົນ​ອື່ນ​ເພື່ອ​ຫວັງ​ຢາກ​ໃຫ້​ສັງ­ຄົມ​ໄດ້​ພັນ­ທະ​ນາ​ກ້າວ​ໄປ​ສູ່​ຄວາມ​ຈະ­ເລີນ ສິ່ງ​ນີ້​ເອີ້ນ​ວ່າ “ພາວະ​ນາ” ສິ່ງ​ເຫລົ່າ​ນີ້​ເປັນ​ຫົວ­ໃຈ​ຫລັກ​ຂອງ​ພຸດ​ທະ​ສາ­ສະ­ໜາ ແລະ ເປັນ​ພື້ນ­ຖານ​ຄວາມ​ດີ​ທັງ​ໝົດ​ຂອງ​ສັງ­ຄົມ​ມະ​ນຸດ.ຖ້າ​ທຸກ​ຄົນ​ປະ­ຕິ­ບັດ​ໄດ້​ກໍ​ຈະ​ເຮັດ​ໃຫ້​ປະ­ເທດ​ຊາດ​ບ້ານ​ເມືອງ​ເຕັມ​ໄປ​ດ້ວຍ​ຄວາມ­ສຸກ​ສະ ຫງົບ,ປາ­ສະ­ຈາກ​ຄວາມ​ວຸ້ນ­ວາຍ ແລະ ຍູ­ທ່າງ​ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ​ໃຫ້​ຫລຸດ​ພົ້ນ​ຈາກ​ຄວາມ​ດ້ອຍ​ພັດ­ທະ­ນາ ແລະ ຈະ­ເລີນ​ສີ­ວິ­ໄລ​ເທື່ອ​ລະ​ກ້າວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອິນ​ໄຊ​ລາວ.