ພະເຈົ້າສິງຄຳ ພະເຈົ້າສັກສິດແຫ່ງເມືອງຫລາ ແຂວງອຸດົມໄຊ

SA Game

ພາບ: laos.cri.cn

ພະອົງສັກສິດ ພະເຈົ້າສິງຄຳ ແຫ່ງເມືອງຫລາ ແຂວງອຸດົມໄຊ.

ຕ້ອງຍອມຮັບວ່າ ສິ່ງສັກກະລະບູຊາ ພຣະພຸດທະຮູບ ຄູ່ບ້ານຄູ່ເມືອງ ທີ່ເມືອງຫຼາ ແຂວງອຸດົມໄຊ ນັ້ນກໍ່ຄື ພຣະເຈົ້າສິງຄໍາ, ເຊິງທັງສະຖານທີ່ ແລະ ຄວາມສັກສິດທີ່ປະຊາຊົນຊາວອຸດົມໄຊ ແລະ ທົວປະເທດລາວເຮົາລ້ວນແລ້ວແຕ່ຢາກມາຂໍພອນກາບໄວ້ ເປັນວັດທະນາທຳອັນໜຶ່ງທີ່ດີງາມຂອງຊາວບ້ານຊາວເມືອງແຫ່ງນີ້.

ພຣະເຈົ້າສິງຄຳ, ເປັນໜື່ງໃນພຣະພຸດທະຮູບທີ່ເກົ່າແກ່ ແລະ ສັກສິດຈຳນວນຫ້າພຣະອົງ ໃນສະໄໝເຈົ້າຟ້າງູ່ມມະຫາຣາຊ ໄດ້ອະຣາທະນາອັງເຊີນຂື້ນໄປປະດິດສະຖານໃນບັນດາເຂດແຄວ້ນທາງພາກເໜືອ ຕາມສາຍແມ່ນໍ້າອູຂອງອານາຈັກລາວລ້ານຊ້າງເມື່ອ 650 ປີຜ່ານມາ, ແຕ່ບໍໄດ້ເຖີງເປົ້າໝາຍເຮືອແພໄດ້ຈົມຢູ່ສາມຫຼ່ຽມປາກແມ່ນໍ້າເປັນເວລາເຫີງນານ ຈົນມີຄົນຫາປາຂວ່າງແຫໄປຂ້ອງຄາ ສິບບ້ານຊ່າຫ້າບ້ານລືໄຜໆກໍບໍສາມາດເອົາຂື້ນມາໄດ້.

SA Game
ພາບ: cri

ຍັງພຽງແຕ່ເຜົ່າກືມມຸບ້ານໜື່ງ ເມື່ອໄດ້ຍິນສຽງຕີຄ້ອງຮ້ອງປ່າວ ພວກເຂົາເຈົ້າໄດ້ຕັ້ງຈິດອະທິຖານ ເອົາຫຍ້າຄາມາເຂັນກັບຝ້າຍເກົ້າສີ ມາປັ່ນເປັນເຊືອກໄດ້ຄົບຕາມຈຳນວນ ແລະ ອະຣາທະນາອັງເຊີນພຣະອົງຂື້ນຈາກນໍ້າໄດ້ຢ່າງງ່າຍດາຍ ແລະ ອັດສະຈັນໃຈເປັນຢ່າງຍີ່ງ, ດ້ວຍຄວາມສັດທາໃນເວລານັ້ນບ້ານເໜືອບ້ານໄຕ້ມີຄວາມຂັດແຍ່ງກັນໄຜໆກໍຢາກໄດ້ ຈົນໄດ້ມີພິທີອະທິຖານເອົາພຣະອົງຂື້ນເຮືອແພລ່ອງນໍ້າ ແລະ ສຸດທ້າຍພຣະອົງໄດ້ສະເດັດລ່ອງແພທວນກະແສນໍ້າໄຫຼຂື້ນບ້ານເໜືອມາຮອດຈຸດທີ່ປະດິດສະຖານສະຖານທີ່ແຫ່ງນີ້ນັບຕັ້ງແຕ່ກາລະບັດນັ້ນເປັນຕົ້ນມາ:

ວັດພະເຈົ້າສິງຄຳ ຕັ້ງຢູ່ໃຈກາງເທດສະບານ ເມືອງຫຼາ, ເປັນວັດທີ່ເກົ່າແກ່ ມີປະຫວັດຄວາມເປັນມາ ທີ່ຍາວນານ ແລະ ເປັນວັດທີ່ມີ ພະເຈົ້າສັກສິດແຫ່ງໜຶ່ງ ທີ່ມີຊາວພຸດ ແລະ ສາສະນິກະຊົນທົ່ວໄປ ໄດ້ເຂົ້າໄປ ກາບໄຫ້ວພະເຈົ້າສິງຄຳ ເປັນຈຳນວນຫຼວງຫຼາຍ ເພື່ອຂໍພອນຕ່າງໆ ຕາມໃຈປະສົງ ຂອງແຕ່ລະຄົນ ບໍ່ໄດ້ຂາດໃນແຕ່ລະວັນ;

SA Game
ພາບ: We are former monks

ໂຄງການພັດທະນາ ການທ່ອງທ່ຽວ ແບບຍືນຍົງແຂວງອຸດົມໄຊ ໄດ້ພັດທະນາ ແລະ ປັບປຸງກໍ່ສ້າງ ສິ່ງອຳນວຍຄວາມສະດວກ ຂະນາດນ້ອຍ ເປັນຕົ້ນແມ່ນຫ້ອງນໍ້າ ບ່ອນຂາຍທູບທຽນ, ບ່ອນເຊົ່າ (ຫຼືປ່ຽນສິ້ນ) ແລະ ເດີ່ນຈອດລົດ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ເຂົ້າມາຢ້ຽມຊົມ ແລະ ກາບໄຫວ້ພະເຈົ້າສິງຄຳ;

SA Game
ພາບ: laos.cri.cn

ວັດພະເຈົ້າສິງຄຳ ແຕ່ກ່ອນເອີ້ນວ່າ “ວັດກາງ” ເພາະເປັນວັດໃຫຍ່ ທີ່ຊາວເມືອງຫຼາ ພາກັນມາກາບໄຫ້ວ ສັກກາລະບູຊາ ເປັນທີ່ເພິ່ງທາງໃຈ. ຕາມການສັນນິຖານ ຂອງເຖົ້າແກ່, ວັດນີ້ໄດ້ສ້າງຂຶ້ນມາແຕ່ດົນນານແລ້ວ ຕັ້ງຢູ່ເທິງ ພູເຂົາຄວາຍ ບ້ານປາກຫຼາ (ປະຈຸບັນ ໂຮມເປັນບ້ານວຽງຄຳ). ພາຍຫຼັງ ໄດ້ເອົາພະເຈົ້າສິງຄຳ ມາປະດິດສະຖານໄວ້ ຈຶ່ງປ່ຽນຊື່ວັດກາງມາເປັນ “ວັດພະເຈົ້າສິງຄຳ” ຕາມຊື່ ຂອງພະເຈົ້າສິງຄຳ ຈົນເຖິງປະຈຸບັນ;

ພູເຂົາຄວາຍເປັນຈຸດສະຖານທີ່ຕັ້ງ ວັດພະເຈົ້າສິງຄຳແຫ່ງນີ້ ປະກົດມີຮູເປັນອຸໂມງລົງໄຕ້ດິນ ຈາກເທິງພູເບື້ອງແມ່ນໍ້າຫຼາ ມີລັກສະນະກົມກ້ຽງບໍ່ຮົກເຮື້ອເສົ້າໝອງ. ຕາມການບອກເລົ່າໄດ້ກ່າວວ່າ “ເມື່ອວັນໜຶ່ງ ມື້ວັນສິນໃຫຍ່ ຂຶ້ນ 14-15 ຄໍ່າ, ສຳມະເນນໄດ້ເຫັນຊາຍໜຸ່ມ ເອົາຜ້າສີແດງມັດຫົວ ຂຶ້ນມາໄຫວ້ ພະເຈົ້າສິງຄຳ ແລ້ວກໍ່ລົງຮູຫາຍໄປ ສ້າງຄວາມອັດສະຈັນ”.

SA Game
ພາບ: laos.cri.cn

ພະສົງສາມະເນນ ຈຶ່ງໄປບອກຊາວບ້ານໄປເບິ່ງຮູດັ່ງກ່າວ ແລະ ຊາວບ້ານ ກໍ່ປະຫຼາດໃຈຫຼາຍ ຕໍ່ມາຊາວບ້ານ ຈຶ່ງຕົກລົງກັນເອົາໝາກພຸກ ມາປ່ອນລົງຮູດັ່ງກ່າວ ແລ້ວເຫັນໄປໂຜ່ຂື້ນຢູ່ວັງນໍ້າຄື: ວັງຄຳ, ວັງອີງ, ວັງອ່າງ ໂດຍແມ່ນວັງນໍ້າຕາມ “ສາຍນໍ້າພາກ ແລະ ນໍ້າຫຼາ” ນັບແຕ່ນັ້ນມາຊາວບ້ານ ຈຶ່ງເວົ້າກັນວ່າ ແມ່ນຮູພະຍານາກ ຂຶ້ນມາໄຫວ້ພະເຈົ້າສິງຄຳ;
ສະນັ້ນ, ຊາວບ້ານຢ້ານພະຍານາກ ເອົາພຣະເຈົ້າສິງຄຳ ໄປໄວ້ໃນນໍ້າຕື່ມອີກ ຈຶ່ງພາກັນຊອກຫາເອົາສິ່ງເປິເປື້ອນມາຖິ້ມລົງຮູ ແລະ ອັດຮູໄວ້ ຈົນເຖິງປະຈຸບັນ ແລະ ກໍ່ບໍ່ປະກົດເຫັນ ພະຍານາກຂຶ້ນມາອີກ;
ເມື່ອ 560 ປີທີ່ຜ່ານມາ, ໃນປີ ພສ 2000 ກົງກັບປີ ຄສ 1457, ຊາວບ້ານຈຶ່ງໄດ້ສ້າງອາຣາມ ແບບສີລະປະເຜົ່າກືມມຸຂຶ້ນ ແລະ ໄດ້ກໍ່ອຸໂມງກວມຮູພະຍານາກເອົາໄວ້ໃນໃຈກາງອາຣາມ ແລ້ວເອົາພະເຈົ້າສິງຄຳໄວ້ ໃນອຸໂມງ ໂດຍແມ່ນນາຍຊ່າງຫໍ້ ເປັນຜູ້ສ້າງ ແຕ່ບໍ່ທັນ ສຳເລັດສົມບູນເທື່ອ.

ຮອດປີ ພສ 2543 (ຄສ 1930), ໄດ້ມີສາທຸຈຳປາ ເປັນຄົນບ້ານດອນລ້ອມ ມາຢູ່ຈຳພັນສາ ແລະ ນຳພະສົງສາມະເນນ ອອກຕົນຍາດໂຍມ ສືບຕໍ່ກໍ່ສ້າງຈົນສຳເລັດ ແລະ ກໍ່ຝາຕາມແບບເຜົ່າກືມມຸ ລ້ອມຝາຂຶ້ນເຄິ່ງໜຶ່ງ ແລະ ຕໍ່ມາ ສາທຸອ້ວນ ຄົນບ້ານຫາດນາງ ໄດ້ສືບຕໍ່ເຮັດຝາ, ໃສ່ປ່ອງຢ້ຽມດັ່ງທີ່ພວກເຮົາເຫັນໃນປະຈຸບັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: www.allinlaos.com