ພຣະທາດອີງຮັງບູຮານສະຖາທີ່ສັກສິດຂອງແຂວງສະຫວັນນະເຂດ.

SA Game

ພາບ: savannakhet.gov.la

ພຣະທາດອີງຮັງບູຮານສະຖານທີ່ເປັນເອກະລັກຂອງສະຫວັນນະເຂດ.

ແນນອນຫາກເອີຍເຖິງສະຖານທີ່ທີ່ສັກສິດ ແລະ ເປັນເອກະລັກຂອງແຂວງສະຫວັນນະເຂດທີ່ໃຜໆໄດ້ໄປກໍຕ້ອງໄປກາບໄວ້ ແລະ ທ່ຽວຊົມນັ້ນກໍຄົງຕ້ອງເປັນພຣະທາດອີຮັງ ບູຮານສະຖານອັນເກົ່າແກ່ທີ່ປະຊາຊົນໃຫ້ຄວາມເຄົາລົບ ແລະ ບູຊາມາແຕ່ດົນນານ ແລະ ສືບທອດມາເຖິງປະຈຸບັນນີ້.

ພ​ຣະ​ທາດ​ອີງ​ຮັງ ຕັ້ງ​ຢູ່​ທີ່​ບ້ານ​ທາດອີງ​ຮັງ ເມືອງ​ໄກ​ສອນ ພົມ​ວິ​ຫານ ແຂວງ​ສະ​ຫວັນ​ນະ​ເຂດ, ຫ່າງ​ຈາກ​ເທດ​ສະ​ບານ​ເມືອງ 15 ກິ​ໂລ​ແມັດ ໄປ​ຕາມ​ສາຍ​ທາງ​ເລກ​ທີ 9 (ສະ​ຫວັນ-ເຊ​ໂນ)ພາຍ​ໃນບໍ​ລິ​ເວນ​ສະ​ຖານ​ທີ່​ປະ​ກອບ​ມີ​ເດີນ​ຈອດ​ລົດ​ໃຫຍ່-ລົດ​ຈັກ, ຮ້ານ​ຂາຍ​ເຄື່ອງ​ທີ່​ລະ​ນຶກ, ​ຮ້ານ​ຂາຍ​ອາ​ຫານ ແລະ​ ເຄື່ອງ​ດື່ມ.ກິດ​ຈະ​ກຳ​​ແມ່ນ​ການ​ນະ​ມັດ​ສະ​ການ​ພ​ຣະ​ທາດອີງ​ຮັງ ແລະ ທ່ອງ​ທ່ຽວ​ຊົມ​ສະ​ຖານ​ທີ່​ພາຍ​ໃນ​ວັດ.

SA Game
ພາບ: savannakhet.gov.la

ມໍລະດົກ​ແຫ່ງ​ຊາດ, ປູ​ຊະ​ນິຍະສະ​ຖານ ມິ່ງຂວັນ ຊາວແຂວງສະຫວັນນະເຂດຫຼັກຖານທາງຕຳນານ ແລະ ອຸລັງຄະທາດພຣະທາດອີງຮັງສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງຮຸ່ງເຮືອງປະມານພ.ສ 400 ເຊິ່ງໃນຄາວນັ້ນເປັນຣາຊະການຂອງພຣະເຈົ້າ ສຸມິດຕະທັມ ວົງສາ  ເຊິ່ງສ້າງຂຶ້ນຕາມຄຳແນະນໍາຂອງ ສະມະນະທູດ ທາງພຸດທະ​ສາສະໜາ ​ແຫ່ງ ​ເມືອງ ​ກຸ​ສິນາຣາຍຈາກ​ອິນ​ເດຍ​ ໃນ​ສະ​ໄໝ​ພຣະ​ເຈົ້າ​ອະ​ໂສ​ກະຣາດທີ່​ໄດ້​ນໍາສາສະໜາ​ພຸດ​ມາ​ເຜີຍ​ແຜ່​ໃນ​ສຸວັນນະ​ພູມ​ປະ​ເທດ​ເປັນ​ຄັ້ງ​ທໍາ​ອິດ.

ທໍາອິດເພິ່ນໄດ້ສ້າງເປັນ​ທາດ​ກູ່: ​ເມື່ອ​ສ້າງ​ສໍາ​ເລັດ​ແລ້ວ ຈຶ່ງ​ເຊີນ​ພຣະສາຣິຣິກະທາດ ( ກະດູກ​ສັນຫຼັງ​ພຣະພຸທທະ​ເຈົ້າ ) ຈາກ​ກຸງຣາຊະ​ຄຶກມາ​ບັນຈຸ​ໄວ້​ໃນ​ໂກນ​ພຣະທາດ. ​ເພື່ອ​ເປັນ​ເຄື່ອງໝາຍ​ແທນ​ໃຫ້ ​ແກ່​ສະຖານ​ທີ່​ປະຣິນິພານ​ຂອງ​ພຣະພຸທທະອົງທີ່​ປ່າ​ໄມ້​ຮັງ.ຕໍານານ​ອຸ​ລັງ​ຄະທາ​ດກ່າວ​ວ່າ:​ ໃນ​ສະ​ໄໝ​ພຸດທະການ; ພຣະສໍາ​ມາ​ສໍາ​ພຸດທະ​ເຈົ້າ​ໄດ້​ສະ​ເດັດ​ມາ​ໂປຣດ ສັດ​ໂລກ ​ແລະ ຮັບຣາທະ​ນາ​ສັນ​ພັດ​ຕະນທ່ຽງ ອີງ​ຕົ້ນ​ໄມ້​ຮັງ​ນະ​ທີ່​ນີ້, ພຣະ​ເຈົ້າ​ສຸ​ມິດຕະທັມ ວົງສາ ຜູ້​ປົກຄອງ​ອານາຈັກ​ສີ​ໂຄດ​ຕະບອງ ຈຶ່ງ​ສ້າງ​ພຣະທາດ​ລູກ​ນີ້​ຂຶ້ນ​ເພື່ອ​ເປັນ​ທີ່​ລະນຶກ ​ແລະ ນັບຖື, ສະ​ນັ້ນ​ຈຶ່ງ​ໃສ່​ຊື່ວ່າ ພຣະທາດ​ອີງ​ຮັງ.​

ເມື່ອ​ເຖິງ​ສະຕະວັດ ທີ 09 ອານາຈັກ​ສີ​ໂຄດ​ຕະບອງ​ເສື່ອ​ມອໍານາດ​ລົງ ຊົນ​ຊາດ​ຂອມ​ໄດ້​ມາ​ມີ​ອໍານາດ​ແທນ.ພຣະທາດໄດ້ຖືກດັດແປງມາເປັນເທວະສະຖານຂອງສາສະໜາພຣາມລັດທິສິວະເທບ ຫຼື ຮິນດູພາຍໃຕ້ການນໍາຂອງພະເຈົ້າສຸມິນທາທິລາດລາຊາເຊິ່ງກໍ່ກວມທາດກູ່ທີ່ມີຢູ່ແລ້ວໂດຍສ້າງຂື້ນຕື່ມ ອີກຂັ້ນໜຶ່ງສ່ວນລວດລາຍປະດັບກໍ່ໄດ້ຄວດຕື່ມໃສ່ຕາມຄະຕິຄວາມເຊື່ອຂອງສາສະໜາພຣາມຄື: ເລື່ອງເມຖຸນສັງວາດ;ເທບນິຍາຍຣາມາຢານ;ຈາກນັ້ນລັກສະນະຂອງພຣະທາດເລີຍກາຍເປັນຜາສາດ ຫຼື ພຣະປາງຂອງຂອມບູຮານໄປ. ໃນຄາວນັ້ນເພິ່ນໄດ້ເອີ້ນວ່າ:ອິນທຣະຜາສາດແລ້ວອາດກາຍມາເປັນອີງຮັງໃນສະໄໝຊົນຊາດລາວເຮົາມີອໍານາດແທນຂອມ ເຊິ່ງເລີ່ມມາແຕ່ສະຕະວັດ ທີ 14.

SA Game
ພາບ: savannakhet.gov.la

ມາເຖິງຣາຊະການພຣະເຈົ້າ ໂພທິສາຣາດ ແຫ່ງອານາຈັກລ້ານຊ້າງໄດ້ນໍາພາໄພ່ຟ້າປະຊາຊົນປະຕິສັງຂອນ ພຣະທາດພຣະນົມ, ພຣະທາດສີໂຄດຕະບອງ, ພຣະທາດອີງຮັງ,   ພຣະທາດໂຜ່ນຄືນໃໝ່.ປີຄ.ສ1548 ພຣະໄຊຍະເສດຖາທິຣາຊ ເຈົ້າກະສັດແຫ່ງອານາຈັກລ້ານຊ້າງ ໄດ້ຕໍ່ເຕີມສີລະປະ ລາວລ້ານຊ້າງໃສ່ຊຸ້ມປະຕູເຂົ້າ    ແລະ  ເສີມຍອດດວງປີໃສ່ອົງພຣະທາດອີງຮັງດັດແປງໃຫ້ເປັນ ພຣະທາດທາງ ພຣະພຸດທະສາສະໜາ; ພຣະທາດກວ້າງດ້ານລະ 9 ແມັດ ສູງ 25 ແມັດ.

ພຣະທາດນີ້ປະດິດສະຖານຢູ່ບ້ານທາດອີງຮັງ ຫ່າງຈາກຕົວເມືອງໄກສອນພົມວິຫານ ແຂວງ ສະຫວັນ​ນະ​ເຂດ​ໄປ​ທາງ​ຕາ​ເວັນ​ອອກສຽງ​ເໜືອ ຕາມເສັ້ນທາງເລກ 9   ສະຫວັນນະເຂດ ຫາເຊໂນ ປະມານ 12 ກມ ແລ້ວແວ່ເຂົ້າຂວາມືປະມານ 3 ກມ ຫຼື ອອກຈາກຖະໜົນໄກສອນພົມວິຫານ ຕໍ່ໜ້າອະນຸສອນສະຖານປະທານໄກສອນພົມວິຫານ ຜ່ານບ້ານບຶງວະ ແລະ ບ້ານດົງໜາກຢາງ ແລ້ວລ້ຽວຊ້າຍຈະໄປເຖິງພຣະທາດອີງຮັງ ປະມານ 11 ກມ.ເພີ່ນໄດ້ກຳນົດງານສະຫຼອງ ພຣະທາດອີງຮັງ ຂື້ນລະຫວ່າງເດືອນຈຽງເພັງ ຫຼື ລະຫວ່າງ ເດືອນທັນວາຂອງທຸກໆປີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: savannakhet.gov.la