ພຣະທາດຍາຄູຂີ້ຫອມ ພຣະທາດອົງສັກສິດຄູ່ບ້ານດົງກຶມ

SA Game

ພາບ: ຖ.ວ.ທ ເມືອງ ອາດສະພັງທອງ

ທີ່ມາຂອງຊື່ ພຣະທາດຍາຄູຂີ້ຫອມ ບ້ານດົງກຶມ ເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດ.

ການອະນຸລັກສຶບທອດປະເພນີ ວັດທະນະທໍາຂອງທ້ອງຖິ່ນໃຫ້ມີຄວາມຍືນຍົງຕະຫຼອດໄປ, ສະ​ນັ້ນ​ທຸ​ກໆ​ປີ​ຈະ​ມີ​ການ​ຈັດ​ງານບຸນນະມັດສະການຕ່າງໆ ບ​ຸນ​ນະ​ມັດ​ສະ​ການພຣະທາດຍາຄູຂີ້ຫອມ​ກໍເປັນງານປະເພນີໜຶ່ງຂອງຊາວເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດ ທີ່ຈັດຂຶ້ນເປັນປະຈຳທຸກໆປີ ເພື່ອເປັນການເຕົ້າໂຮມຄວາມສາມັກຄີອັນເປັນປຶກແຜ່ນ ແລະ ສ້າງບັນຍາກາດໃນພາຍໃນເມືອງໃຫ້ມີສີສັນຂຶ້ນຕື່ມ.

ໃນຕົ້ນ​ປີ 2020 ຜ່ານມາ ບ້ານ ດົງກຶມ ເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດ ໄດ້ຈັດງານບຸນນະມັດສະການພຣະທາດຍາຄູຂີ້ຫອມຂຶ້ນ, ໃນພິທີ, ໄດ້ເລົ່າຄືນເຖິງງມູນເຊື້ອປະຫວັດຄວາມເປັນມາຂອງຍາຄູຂີ້ຫອມໂດຍຫຍໍ້ ໂດຍເລົ່າເຖິງພຣະທາດຍາຄູຂີ້ຫອມແມ່ນໜຶ່ງໃນປູຊະນີຍະສະຖານທີ່ລໍ້າຄ່າ ແລະ ເປັນພະທາດອົງສັກສິດຄູ່ບ້ານຄູ່ເມືອງຂອງຊາວບ້ານດົງກຶມ ມາແຕ່ບູຮານນະການ.

SA Game
ພາບ: ຖ.ວ.ທ ເມືອງ ອາດສະພັງທອງ

ຕາມການເລົ່າຂານກັນສືບມາວ່າ: “ຍາຄູຂີ້ຫອມ” ຫຼື ພຣະຣາຊະຄູຫຼວງຍອດແກ້ວໂພນສະເມັກ, ຊື່ເດີມວ່າ: ທ້າວ ລວມ ເກີດປີມະແມ ພສ 2174, ( ຄສ 1631 ), ເປັນບຸດຂອງທ້າວ ທິດເທີ້ມ ແລະ ໝ່ອມນາງທຸມມາ ເກີດທີ່ບ້ານ ດົງກຶມ ເມືອງ ພາງ (ເມືອງອາດສະພັງທອງ ແຂວງ ສະຫວັນນະເຂດ ໃນປະຈຸບັນ).

ມາຮອດປີ ຄສ 1645 ທ້າວ ລວມ ອາຍຸໄດ້ 14 ປີ, ກໍ່ໄດ້ລາພໍ່ແມ່ອອກບວດເປັນສຳມະເນນລວມ ຮຽນໜັງສືຢູ່ວັດດົງກຶມໄດ້ໄລຍະໜຶ່ງກໍ່ໄດ້ໄປຮຽນຢູ່ ວັດລຶມບອງ ເມືອງ ຈໍາພອນ ໃນປັດຈຸບັນ. ຈາກນັ້ນ, ສໍາມະເນນລວມ ກໍ່ອອກເດີນທາງມຸ້ງໜ້າສູ່ວຽງຈັນ ໂດຍໃຊ້ເວລາຍ່າງ 40 – 50 ວັນຈຶ່ງຮອດ. ຍ້ອນສຳມະເນນເປັນຄົນທີ່ຮຽນເກັ່ງ ຈຶ່ງໃຊ້ເວລາບໍ່ດົນກໍ່ສາມາດຮຽນຈົບຫຼັກສູດພະທໍາວິໄນຂອງສົງ ເຖິງ 227 ຂໍ້ກໍ່ຈົ່ມໄດ້ໝົດ.

ດ້ວຍການຮຽນທີ່ເກັ່ງ ແລະ ດຸໝັ່ນຂະຫຍັນພຽນເປັນພິເສດຂອງສຳມະເນນລວມ ໄດ້ຊ່າລືໂດ່ງດັງເຖິງພຣະຣາຊະວັງຫຼວງ ເຊິ່ງເວລານັ້ນ ແມ່ນເຈົ້າສຸລິຍະວົງສາ ທໍາມິກະລາດ ເປັນເຈົ້າແຜ່ນດິນຣາຊະອານາຈັກລ້ານຊ້າງ. ພະອົງໄດ້ຈັດເອົາຜ້າໄຕຣຈີວອນມາຖວາຍ ແລະ ຫົດເປັນລາຊາຈົວ, ຮັບເອົາຢູ່ໃນການອຸປະຖໍາຂອງພຣະອົງ ໃນປີ ຄ.ສ1652. ສໍາມະເນນລວມ ໄດ້ອຸປະສົມບົດເປັນພະພິຂຸຢູ່ສິມທີ່ເຮັດດ້ວຍໄມ້ປ່ອງທີ່ ເຈົ້າສຸລິຍະວົງສາ ເຮັດຂຶ້ນຢູ່ກາງນໍ້າໂດຍມີພຣະສົງສູດເຖິງ 500 ອົງ, ເມື່ອພາດສັງຄາເປັນພຣະໃໝ່ແລ້ວ ພຣະເຈົ້າສຸລິຍະວົງສາ ທໍາມິກະລາດ ກໍ່ໄດ້ນິມົນໄປຈໍາພັນສາຢູ່ວັດໃໝ່ ໂພນສະເມັກ ແລ້ວບັນດາພຣະຣາຊະວົງ, ອຸປະສົກ, ອຸປາສິກາໃຫ້ສາຍາໃໝ່ວ່າ ( ພຣະຄູຍອດແກ້ວໂພນສະເມັກ ).

ຈາກນັ້ນ; ພຣະຄູຂີ້ຫອມກໍ່ໄດ້ສ້າງສາພັດທະນາພຸດທະສາດສະໜາຫຼາຍແຫ່ງ ລວມເຖິງພຣະທາດພະນົມ, ວັດໂພນສະເມັກ. ພະຄູຂີ້ຫອມໄດ້ມໍລະນະພາບໃນວັນພຸດຂຶ້ນ 15 ຄໍ່າ, ເດືອນ 7 ພ.ສ 2263 ຫຼື ຄ.ສ 1720 ທີ່ວັດທາດຈໍາປາສັກ ກ່ອນມໍລະນະພາບເພີ່ນໄດ້ສັ່ງໄວ້ນໍາຍາດໂຍມຂອງເພີ່ນວ່າ: ເມື່ອມໍລະນະພາບແລ້ວພະອັດຖິ ( ກະດູກ ) ຂອງເພີ່ນໃຫ້ບັນຈຸໄວ້ 3 ບ່ອນຄື: 1 ຢູ່ຈໍາປາສັກ, 2 ຢູ່ພຣະທາດພະນົມບ່ອນທີ່ເພີ່ນໄດ້ບູລະນະ, 3 ຢູ່ບ້ານດົງກຶມ ເຊິ່ງເປັນບ້ານເກີດຂອງເພິ່ນ.

ພຣະຣາຊະຄູຫຼວງຍອດແກ້ວໂພນສະເມັກ ເປັນຜູ້ທີ່ວິເສດມີມັນສະໝອງດີ, ຮຽນເກັ່ງໄດ້ຮັບຟັງເທື່ອດຽວກໍ່ຈື່ໄດ້ໂລດ ແລະ ອີກອັນໜຶ່ງເວລາເພິ່ນຖ່າຍໃສ່ງ້ຽງອາຈົມຂອງເພີ່ນຈະບໍ່ມີກິ່ນ. ສະນັ້ນ, ບັນດາລູກສິດອອກຕົນຍາດໂຍມທັງຫຼາຍຈຶ່ງກ່າວຂານຕໍ່ກັນມາ ແລະ ໃຫ້ສາຍາເພີ່ນວ່າ: “ພຣະຄູຂີ້ຫອມ”ຕະຫຼອດມາ. ຈາກນັ້ນ, ໃນພິທີ ກໍ່ໄດ້ຮັບຊົມສິນລະປະວັນນະຄະດີ ຈາກນ້ອງນ້ອຍນັກຮຽນ ໄດ້ຮັບຊົມການແຫ່ຜະສາດເຜິ່ງອ້ອມພຣະທາດ ພ້ອມທັງຖວາຍຕົ້ນຖາລະພຶກໃຫ້ແກ່ວັດດັ່ງກ່າວຕື່ມອີກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ເຜີຍ​ແຜ່​​ຕໍ່ຈາກແຫລ່ງ​ທີ່​ມາ​: ຖ.ວ.ທ ເມືອງ ອາດສະພັງທອງ