ຝຶກອົບຮົມສິນລະທຳ ເປີດງານບັນພະຊາ ສຳມະເນນທີ່ແຂວງອຸດົມໄຊ

SA Game

ຂປລ

ງານບັນພະຊາ ສໍາມະເນນ ຝືກອົບຮົມສິນລະທຳໃຫ້ເຍົາວະຊົນ ປະຈຳປີ 2022 ແຂວງອຸດົມໄຊ

ການທີ່ໄດ້ໃຫ້ຄວາມຮູ້ທາງດ້ານສິນລະທຳ ແລະ ຮີດຄອງປະເພນີອັນດີງາມຂອງພໍ່ແມ່ພີ່ນ້ອງປະຊາຊົນຊາວລາວມາແຕ່ບູຮານນາການຖືວ່າເປັນກິດຈະກຳອັນດີ ແລະ ໄດ້ໃຫ້ເຍົາວະຊົນໄດ້ເຂົ້າເຖິງທຳມະຂອງພະພຸດທະເຈົ້າ ຄຳສັ່ງສອນຕ່າງໆ, ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ງານບັນພະຊາ ສາມະເນນ ແລະ ຝຶກອົບຮົມສິນລະທຳ ໃຫ້ແກ່ເຍົາວະຊົນໃນໄລຍະພັກຮຽນປະຈຳປີ 2022 ຈັດຂຶ້ນເມື່ອບໍ່ດົນມານີ້

ເຊິ່ງກຸ່ມເປົ້າໝາຍເຍົາວະຊົນຊາຍ-ຍິງ ມີອາຍຸແຕ່ 12-25 ປີ, ໄດ້ແບ່ງເປັນປະເພດ ເຍົາວະຊົນຊາຍ ທີ່ເຂົ້າຮັບການບັນພະຊາເປັນສາມະເນນ 61 ອົງ, ກຳນົດເອົາສະຖານທີ່ ແລະ ໄລຍະເວລາໃນການປະຕິບັດ ຢູ່ວັດສັນຕິພາບ ບ້ານເຈງ ເມືອງໄຊ ແຂວງອຸດົມໄຊ ລະຫວ່າງວັນທີ 1-8 ລະກົດ 2022 ໂດຍມີຫລັກສູດຝຶກອົບຮົມ 4 ພາກ ຄື: ພາກວິຊາພຸດທະສາດສະໜາ, ພາກວິຊາສາສະໜາພິທີ, ພາກວິຊາສັງຄົມ, ພາກກິດຈະວັດປະຈຳວັນ.

SA Game
ຂປລ

ການຈັດງານດັ່ງກ່າວ, ກໍເພື່ອປູກຈິດສຳນຶກໃຫ້ນັກຮຽນ ມີຄວາມກະຕັນຍູຮູ້ບຸນຄຸນພໍ່ແມ່ ແລະ ຜູ້ທີ່ມີພະຄຸນ ຕະຫລອດການຮັກຫອມບ້ານເກີດເມືອງນອນ, ໃຫ້ນັກຮຽນສາມາດແຍກໄດ້ລະຫວ່າງຄວາມດີ ແລະ ຄວາມຊົ່ວ ມີຄວາມຮັບຜິດຊອບຕໍ່ການກະທຳຂອງຕົນເອງ, ເສີມສ້າງທັກສະຊີວິດ ປ່ຽນແປງພຶດຕິກຳ, ສ້າງທັດສະນະຄະຕິ ທີ່ດີຂຶ້ນດ້ວຍການສຶກສາອົມຮົມທາງດ້ານ ຈະຣິຍະທັມ ແລະ ສ້າງຕົນເອງໃຫ້ເປັນປະໂຫຍດແກ່ສັງຄົມ.

ທ່ານ ວາລີ ຈືນໍເຢັງ ເຈົ້າເມືອງໄຊ ໄດ້ກ່າວໃນໂອກາດເຂົ້າຮ່ວມໃນພິທີວ່າ: ໃນນາມຕາງໜ້າການນໍາຂັ້ນເມືອງ ຂໍຝາກຝັ່ງນໍາຄູບາອາຈານ ຈົ່ງຕັ້ງໃຈສຶກສາອົບຮົມ, ຖ່າຍທອດວິຊາຄວາມຮູ້ ແລະ ປູກຈິດສຳນຶກໃຫ້ລູກຫລານເຍົາວະຊົນ ໃຫ້ກາຍເປັນຄົນດີ ມີສິນທຳ, ມີຄຸນນະທໍາ, ມີຄຸນສົມບັດທີ່ດີ ແລະ ເປັນພົນລະເມືອງທີ່ດີຂອງສັງຄົມ, ສາມາດສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

SA Game
ຂປລ

ສ່ວນລູກຫລານເຍົາ ວະຊົນທຸກໆຄົນ ໃນເມື່ອມີໂອກາດເຂົ້າມາບັນພະຊາ ແລະ ອົບຮົມສິນລະທຳ ໃຫ້ແຕ່ລະຄົນເອົາໃຈໃສ່ປະຕິບັດ, ສຶກສາຄົ້ນຄວ້າ, ຮ່ຳຮຽນເອົາຄວາມຮູ້ນຳຄູບາອາຈານ ເພື່ອນໍາໄປໝູນ ໃຊ້ເຂົ້າໃນຊີວິດປະຈຳວັນຂອງຕົນ ໃຫ້ມີຄວາມຈະເລີນງອກງາມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ປະເທດລາວ Pathedlao