ຜູ້ບັນຊາການເຫຼົ່າທັບບົກຈີນ​ຢ້ຽມ​ຢາມກອງ​ພົນ​ທະ​ຫານ​ຣາບ​ທີ່ 1

SA Game

Lao National Radio

ກອງພົນທະຫານຮາບທີ 1 ຕ້ອນ​ຮັບ​ຜູ້ບັນຊາການເຫຼົ່າທັບບົກກອງທັບປະຊາຊົນຈີນ

ສະຫາຍ ພົນໂທ ຫູ ຈົງສຽງ ຜູ້ບັນຊາການເຫຼົ່າທັບບົກ, ຮອງຜູ້ບັນຊາເຂດສູ້ຮົບພາກໃຕ້ກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ກອງພົນທະຫານຮາບທີ 1 ຕອນເຊົ້ນວັນທີ 28 ພຶດສະພາ 2023 ນີ້, ເຊິ່ງໃຫ້ການຕ້ອນຮັບຢ່າງອົບອຸ່ນ ຂອງ ສະຫາຍ ພົນຈັດຕະວາ ອຸ່ນຈັນແດງ ວັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນ ພ້ອມດ້ວຍຄະນະ.

ໂອກາດໃນການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນກອງທັບປະຊາຊົນຈີນ, ສະຫາຍ ພົນຈັດຕະວາ ອຸ່ນຈັນແດງ ວັນສົມ ຕາງໜ້າໃຫ້ຄະນະພັກ – ຄະນະບັນຊາ ພະນັກງານ, ນັກຮົບ ກອງພົນທະຫານຮາບທີ1 ໄດ້ກ່າວສະແດງຄວາມພາກພູໃຈ ແລະ ຍິນດີຕ້ອນຮັບຢ່າງສຸດອົກສຸດໃຈ; ພ້ອມທັງ, ລາຍງານໂດຍສັງເຂບ ສະພາບການກໍາເນີດ ແລະ ການເຄື່ອນໄຫວປະຕິບັດ ພາລະບົດບາດ ແລະ ໜ້າທີ່ ຂອງກອງພົນທະຫານຮາບທີ 1 ໃຫ້ຄະນະຜູ້ແທນກະຊວງປ້ອງກັນປະເທດ ກອງທັບປະຊາຊົນຈີນ ໄດ້ຮັບຊາບ.

SA Game
Lao National Radio

ຈາກນັ້ນ, ສະຫາຍ ພົນໂທ ຫູ ຈົງສຽງ ກໍ່ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ຂອງຄະນະນໍາກອງພົນທະຫານຮາບທີ1 ແລະ ຊົມເຊີຍຕໍ່ຜົນງານການເຄື່ອນໄຫວປະຕິບັດໜ້າທີ່ຂອງກອງພົນທະຫານຮາບທີ 1 ຕະຫຼອດໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ຮູ້ເຖິງຜົນງານອັນລໍ້າເລີດ, ວິລະກໍາອັນລືຊື່, ຄວາມເສຍສະຫຼະອັນສົ່ງສົ່ງ ແລະ ມີກຽດສະຫງ່າ ຂອງພະນັກງານ-ນັກຮົບປະຕິວັດ ກອງພົນທະຫານຮາບທີ1

ພ້ອມກ່າວຊີ້ນໍາວ່າ: ສອງຊາດ, ສອງພັກ-ລັດ, ສອງກອງທັບ ຈີນ-ລາວ ແມ່ນເພື່ອນມິດຍຸດທະສາດທີ່ຮ່ວມອຸດົມການອັນດຽວກັນ ໂດຍຍຶດໝັ້ນລັດທິສັງຄົມນິຍົມ ເປັນເຂັ້ມຊີ້ທິດເຍືອງທາງ ເພື່ອກ້າວຂຶ້ນສູ່ຄວາມຮຸ່ງເຮືອງສີວິໄລ ແບບຍືນຍົງ, ແມ່ນປະເທດບ້ານໃກ້ເຮືອນຄຽງບ້ານ ທີ່ມີມູນເຊື້ອສາມັກຄີຮັກແພງ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນມາແຕ່ດົນນານ

ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ່ແທນຂັ້ນສູງ ກອງທັບປະຊາຊົນຈີນ ໃນຄັ້ງນີ້ ແມ່ນຢູ່ໃນທ່າມກາງບັນຍາກາດທີ່ສອງພັກ, ສອງລັດ, ສອງກັບທັບ ລາວ – ຈີນ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ແລະ ພວມສະເຫຼີມສະຫຼອງວັນສໍາຄັນຕ່າງໆ ຂອງພັກ, ຂອງລັດ, ຂອງກອງທັບຂອງຕົນຢ່າງເປັນຂະບວນຟົດຟື້ນກ້ວາງຂວາງ ແລະ ເລິກເຊິ່ງ

SA Game
Lao National Radio

ເພື່ອສະແດງເຖິງຄວາມຮັກ, ຄວາມຫ່ວງໄຍ, ຄວາມສາມັກຄີຮັກແພງ ໂອກາດສໍາຄັນນີ້ ສອງຝ່າຍກໍ່ໄດ້ນໍາເອົາຂອງຂວັນທີ່ລະນຶກມອບໃຫ້ກັນແລະກັນເພື່ອເກັບໄວ້ເປັນຄວາມຊົງຈໍາ.

ຈາກນັ້ນ, ຄະນະນໍາກອງພົນທະຫານຮາບທີ 1 ກໍ່ໄດ້ນໍາພາ ຄະນະຜູ້ແທນຂັ້ນສູງ ກອງທັບປະຊາຊົນຈີນ ເຄື່ອນໄຫວຢ້ຽມຢາມ ກອງພັນປືນໃຫຍ່ 631 ເພື່ອຢ້ຽມຊົມພາຫະນະກຽມພ້ອມສູ້ຮົບ ຂອງກອງພົນທະຫານຮາບທີ1 ຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ.