ຜາສາດເຜິ້ງໃຫຍ່ ແລະ ສູງທີ່ສຸດ ກວ່າທຸກໆປີໃນ​ບຸນທາດຫລວງປີນີ້

SA Game

ຂ​ປ​ລ

ບຸນທາດຫລວງ ປະຈຳ​ປີ 2022 ຈະມີຜາສາດເຜິ້ງທີ່ໃຫຍ່ ແລະ ສູງທີ່ສຸດ ກວ່າທຸກໆປີ

ໃນ​ບຸນ​ພ​ຣະ​ທາດ​ຫລວງວຽງ​ຈັນ​ປີ​ນີ້, ໄດ້​ມີ​ການ​ຈັດ​ງານ​ຢ່າງ​ຍິງ​ໃຫຍ່ກວ່າ​ເກົ່າ​ໂດຍ ທ່ານນາງ ບົວວຽງ ເພັດທະລານຄຳ ຄະນະກຳມະການແນວລາວສ້າງຊາດ, ຮອງຫົວໜ້າຄະ ນະທີ່ປຶກສາວຽກງານສາສະໜາ, ທັງເປັນປະທານບໍລິສັດ ເພັດບັນດິດກໍ່ສ້າງ ຈໍາກັດ ໃຫ້ສຳພາດ ໃນວັນທີ 1 ພະຈິກ 2022 ນີ້ວ່າ:

ຜາສາດເຜິ້ງ ທີ່ຈະສ້າງຂຶ້ນໃນຄັ້ງນີ້, ສູງປະມານ 3 ແມັດ, ໃຊ້ຂີ້ເຜິ້ງສົດ ປະມານ 80 ກິໂລ, ພ້ອມທັງ ຈະສ້າງໝາກເບັງລາວ ທີ່ໃຫຍ່ທີ່ສຸດ, ສູງ 2 ແມັດ

ໂດຍຈະນໍາໄປຕັ້ງໄວ້ໜ້າພະທາດຫລວງວຽງຈັນ ໃນມື້ເປີດງານບຸນວັນທີ 4 ພະຈິກ ເພື່ອປະກອບ ສ່ວນເຮັດໃຫ້ງານບຸນທາດຫລວງໃນປີນີ້, ມີສີສັນ, ມີບັນຍາກາດອັນຟົດຟື້ນ, ຮັກສາໄດ້ຮີດຄອງ​ປະ​ເພນີ ​ແລະ ​ວັດທະນະທຳ​ອັນ​ດີງາມ​ ຂອງ​ຊາດ​ລາວ​ເຮົາ, ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າໄປເບິ່ງ, ໄປຊົມ, ໄປຖ່າຍຮູບ, ໄປສໍາຜັດ ກັບຜາສາດເຜິ້ງ ແລະ ໝາກເບັງ ທີ່ມີລວດ ລາຍສວຍງາມ, ທັງເປັນເອກະລັກສະເພາະ ຂອງຊາດລາວເຮົາ.

SA Game
ຂ​ປ​ລ

ງານ​ບຸນ​ນະມັດສະການພະ​ທ​າດຫລວງ​ວຽງ​ຈັນ ປະຈຳ​ປີ 2022 ທີ່ຈະເປີດຂຶ້ນເລີ່ມແຕ່ ວັນທີ 4-8 ພະຈິກ 2022 ​ນີ້, ຄະນະຮັບຜິດຊອບຈັດງານບຸນ ໄດ້ມອບໃຫ້ບໍລິສັດ ເພັດບັນດິດກໍ່ສ້າງ ຈໍາກັດ ສ້າງຜາສາດເຜິ້ງຄູ່ໜຶ່ງທີ່ໃຫຍ່ ແລະ ສູງທີ່ສຸດ ກວ່າທຸກໆປີທີ່ເຄີຍຈັດມາ, ມີຄວາມສູງປະ ມານ 3 ແມັດ, ພ້ອມທັງຈະເຮັດ ໝາກເບັງໃຫຍ່ ຄູ່ໜຶ່ງ, ສູງປະມານ 2 ແມັດ ເພື່ອປະກອບສ່ວນ ເຂົ້າໃນງານບຸນພະທາດຫລວງວຽງຈັນ ທີ່ຈະຈັດຂຶ້ນໃນປີນີ້, ໃຫ້ມີສີສັນຂຶ້ນກວ່າເກົ່າ.

ທ່ານນາງ ບົວວຽງ ເພັດທະລານຄຳ ຍັງໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ໃນການເຮັດ ຜາສາດເຜິ້ງ ແລະ ໝາກເບັງ ໃນງານບຸນພະທາດຫລວງໃນທຸກປີ, ພ້ອມທັງເຊີນຊວນໃຫ້ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມງານບຸນພະທາດຫລວງວຽງຈັນ ທີ່ຈະຈັດຂຶ້ນໃນປີນີ້, ດ້ວຍຄວາມມ່ວນຊື່ນ ເຊິ່ງພາຍໃນງານ ໄດ້ຈັດໃຫ້ມີຫລາກຫລາຍກິດຈະກຳ ທີ່ຮອດຄ່ອງກັບຮີດຄອງ ປະເພນີອັນດີງາມ ຂອງຊາດລາວເຮົາ, ທັງຮັກສາໄດ້ຄວາມສະຫງົບ ແລະ ປອດໄພ.

SA Game
ຂ​ປ​ລ

ສຳລັບໃນວັນທີ 7 ພະຈິກ ເວລາ 13:30 ໂມງ ຈະມີພິທີແຫ່ຜາສາດເຜິ້ງ, ໃນວັນທີ 8 ເວລາ 7:00 ໂມງ ຈະ​ມີພິທີໃສ່ບາດຖວາຍສັງຄະທານ, ຮອດເວລາ 13:00 ໂມງ ຈະ​ມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາພື້ນບ້ານຕີຄີ; ຫລັງ​ຈາກ​ນັ້ນ, ເວລາ 19:00 ໂມງ ຈະ​ມີພິທີວຽນທຽນ ແລະ ຈູດທູບທຽນ, ບັ້ງໄຟສັກກະລະບູຊາອົງພະທາດຫລວງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.