“ຜາພຣະ” ສະຖານທີ່ສັກສິດຂອງ ປະ​ຊາ​ຊົນ​ເມືອງ ຫ້ວຍ​ຊາຍ

SA Game

insidelaos.com

ອີກໜຶ່ງແຫຼ່ງທ່ອງທ່ຽວທາງປະຫວັດສາດ ຂອງ ຫ້ວຍ​ຊາຍ “ຜາພຣະ” ບ້ານປາກງາວ

“ຜາພຣະ” ບ້ານປາກງາວ ແຫຼ່ງທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທຳ ເປັນ​ສະ​ຖານ​ທີ່​ທີ່​ສວຍ​ງາມ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ທ່ຽວ​ຫ້ວຍ​ຊາຍ​ຕ້ອງ​ພາດ​ບໍ່​ໄດ້, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ເປັນອີກສະຖານທີ່ສັກສິດອີກແຫ່ງໜຶ່ງທີ່ ປະຊາຊົນຊາວເມືອງ ຫ້ວຍຊາຍ ນັບຖື ກາບໄຫວ້ ມາຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ແລະ ກໍເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທຳ ຂອງລາວ ທີ່ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເປັນຢ່າງດີ.

ສຳລັບຄວາມເປັນມາຂອງ “ຜາພຣະ” ແຫ່ງນີ້ ເກີດຂຶ້ນໃນສະໄໝ ເຈົ້າອານຸວົງ ຂຶ້ນຄອງລາດ, ໂດຍເຈົ້າອານຸວົງໄດ້ຮັບມອບໝາຍ ຈາກເຈົ້າຊີວິດ ກຸງສີອາຍຸດທະຍາ ໃຫ້ນຳເອົາກອງທັບຂຶ້ນມາຕີກັບກອງທັບພະມ້າ ທີ່ມາຄອງເມືອງຊຽງແສນ ໃນປີ ຄສ 1804 ກ່ອນຈະເຂົ້າຕີ ເມືອງຊຽງແສນ ເຈົ້າອານຸວົງ ໄດ້ມາພັກທັບຢູ່ເຂດ ບ້ານປາກງາວ ໃນປັດຈຸບັນ

ເພື່ອຈະໄດ້ສືບຫາສະພາບຂອງ ເມືອງຊຽງແສນ ແລະ ສະພາບຂອງທະຫານພະມ້າໃຫ້ລະອຽດ ເພື່ອຈະໄດ້ກະກຽມວາງແຜນຕີ ເມືອງຊຽງແສນ ໃນໄລຍະພັກທັບຢູ່ນັ້ນ, ລູກສາວເຈົ້າອານຸວົງ ຊຶ່ງເປັນແມ່ທັບມານໍາບິດາໄດ້ລົ້ມປ່ວຍ ແລະ ເສຍຊີວິດ ເຈົ້າອານຸວົງຈຶ່ງຈັດ ພິທີ ສົ່ງສະການ ແລະ ເອົາສົບຂອງລູກສາວໄປຈູດເຜົາ ຢູ່ທີ່ແຄມນໍ້າຂອງ ທາງເບື້ອງເໜືອຂອງ ປາກນໍ້າງາວ.

SA Game
insidelaos.com

ຫຼັງຈາກສົ່ງສະການແລ້ວ ດ້ວຍຄວາມອາໄລ ແລະ ລະນຶກເຖິງດວງວິນຍານຂອງລູກສາວ ທີ່ໄດ້ຈາກໄປຢ່າງກະທັນຫັນແບບນີ້, ເຈົ້າອະນຸວົງ ໄດ້ເອົາປາຍດາບຂອງເພິ່ນແກະສະລັກຮູບພາບລູກສາວ ໄວ້ຢູ່ໜ້າຜາຫີນແຄມບ່ອນສົ່ງສະການນັ້ນ.

ນອກນັ້ນ, ເພິ່ນຍັງໄດ້ເຈາະໂງ່ນຫີນກາງນໍ້າຂອງ ຊຶ່ງໜ້າກັບຜາພຣະດັ່ງກ່າວຝັງເງິນ, ຄໍາ ແລະ ວັດຖຸມີຄ່າຈໍານວນໜຶ່ງໄວ້ໃຫ້ລູກສາວ ພ້ອມທັງໄດ້ຂຽນ ຕໍາລາຈາລຶກໃສ່ໂງ່ນຫີນນັ້ນໄວ້ວ່າ “ໄປພຽງຕາມາພຽງຕີນ” (ໝາຍຄວາມວ່າ ຈຸດຝັງ ເງິນ-ຄຳ ນັ້ນ ໃນເວລານ້ຳລົງຈະຢູ່ສູງຈາກໜ້ານ້ຳພຽງຕາເຮົາ ຖ້ານ້ຳຂອງຫຼາຍ ຈະຢູ່ສູງພຽງຕີນ) ປັດຈຸຸບັນ ເຄື່ອງມີຄ່າດັ່ງກ່າວໄດ້ຖືກຄົນບໍ່ດີຂຸດຄົ້ນເອົາໄປໝົດແລ້ວ, ເຫຼືອພຽງແຕ່ຮ່ອງຮອຍປະໄວ້ເທົ່ານັ້ນ.

“ຜາພຣະ”
insidelaos.com

ດ້ານທີ່ຕັ້ງງຂອງຜາພຣະ ແມ່ນຢູ່ຕິດກັບ ບ້ານປາກງາວ ຫ່າງຈາກຕົວ ເມືອງຫ້ວຍຊາຍ ໄປທາງທິດເໝືອປະມານ 12 ກິໂລແມັດ. ນັບຕັ້ງແຕ່ອາດີດເຖິງປັດຈຸບັນ, ເມື່ອຮອດບຸນປີໃໝ່ລາວ ເດືອນເມສາ ຂອງທຸກໆ ປີ ຊາວພຸດລາວ ທັງຫຼາຍຈະມາຫົດສົງນໍ້າ ຜາພຣະຢູາບ້ານປາກງາວ ເປັນຈໍານວນຫຼວງຫຼາຍ ເຊິ່ງຖືວ່າເປັນບ່ອນສັກສິດ ເພື່ອຂໍພອນ ແລະ ບຸນກຸສົນໃຫ້ແກ່ຕົວເອງ ຄອບຄົວ ແລະ ຍາດພີ່ນ້ອງທຸກຄົນ ຈົ່ງມີຄວາມສຸກ ມີໂຊກ ມີໄຊ ແລະ ຢູ່ເຢັນເປັນສຸກຕະຫຼອດໄປ.

ນອກຈາກນັ້ນ, ຍັງມີພໍ່ຄ້າຊາວຂາຍ ແລະ ນັກທ່ອງທ່ຽວທີ່ຂີ່ລົດ, ຂີ່ເຮືອຜ່ານ ໄປ-ມາ ມັກຈະແວ່ລົງໄປກາບໄວ້ ຜາພຣະແຫ່ງນີ້ ເພື່ອຂໍພອນໃຫ້ມີຄວາມປອດໄພໃນການເດີນທາງນໍາອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເບີ່ງ​ເມືອງ​ລາວ

ຂອບ​ໃຈແຫຼ່ງຂໍ້ມູນຈາກ: insidelaos.com