ປ​ທ​ສ ຢູ່ເບື້ອງ​ຫລັງ​ການ​ນຳ​​ໄອ​ຊີ​ທີ​ເຂົ້າ​ສູ່​ການ​ພັດ​ທະ​ນາເສດ​ຖະ​ກິດ-​ສັງ​ຄົມ.

SA Game

ພາບ: ​laoedaily.com.la

ຂະແໜງການ ປທສ ມີບົດບາດສໍາຄັນຊຸກຍູ້ສົ່ງເສີມນໍາໃຊ້ ໄອຊີທີ ​ພັດ​ທະ​ນາຫັນ​ສູ່​ຄວາມ​ທັນ​ສະ​ໄໝ.

ປະ​ຈຸ​ບັນ​ປະ​ເທດ​ລາວ​ເຮົາ​ກໍ​ຖື​ວ່າ​ມີ​ການ​ປັບ​ປຸງ​ອັບ​ເດດ​ໃນ​ເລື່ອງ​ຂອງວົງ​ການ​ໄອ​ຊີ​ທີ​ຫລາຍ​ເຫັນ​ໄດ້​ຈາກ​ຫລາຍໆ​ໜ່ວຍ​ງານ​ທັງ​ຂອງ​ລັດ ແລະ ເອ​ກະ​ຊົນ​ໄດ້​ຫັນ​ມາ​ນຳ​ໃຊ້​ເທັກ​ໂນ​ໂລ​ຍີ ແລະ ລະ​ບົບ​ຕ່າງໆ​ທີ່​ທັນ​ສະ​ໄໝ​ຫລາຍ​ຂື​້ນ​ເປັນ​ຕົ້ນ​ແມ່ນ​ການ​ໃຊ້​ລະ​ບົບ Mobile banking, ລະ​ບົບ​ຄຸ້ມ​ຄອງ​ໜ່ວຍ​ງານ​ຕ່າງໆ​ຢູ່​ແຕ່​ລະ​ອົງ​ກອນ.

ໃນ​ນັ້ນ, ຂະແໜງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ໄດ້ມີບົດບາດສໍາຄັນໃນການຂັບເຄື່ອນ ແລະ ຊຸກຍູ້ການພັດທະນາເສດຖະກິດ – ສັງຄົມແຫ່ງຊາດ, ຂະແໜງ ປທສ ກາຍເປັນຂະແໜງການຢູ່ແຖວໜ້າທີ່ສ້າງລາຍຮັບເຂົ້າງົບປະມານໃຫ້ລັດ. ປັດຈຸບັນມີສາຍສົ່ງຍາວກວ່າ 90 ພັນກິໂລແມັດ,ມີສະຖານີຮັບສົ່ງສັນຍານມືຖື ເກືອບ 8 ພັນຈຸດ, ອັດຕາການຊົມໃຊ້ໂທລະສັບຕັ້ງໂຕະ ແລະ ມືຖືຫຼາຍເຖິງ 6 ລ້ານເລກໝາຍ, ຜູ້ນໍາໃຊ້ສື່ສັງຄົມອອນລາຍ ມີ 2,4 ລ້ານ ກວມເອົາ 65% ຂອງຈໍານວນພົນລະເມືອງ.

SA Game
ພາບ: ​laoedaily.com.la

ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ, ເນື່ອງໃນໂອກາດ ຄົບຮອບ 45 ປີ ແຫ່ງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍທ່ານໄດ້ຢັ້ງຢືນວ່າ:

ພາຍໃຕ້ການນໍາພາຂອງພັກ ແລະ ລັດຖະບານ ຕະຫຼອດ 45 ປີ ແຫ່ງການສ້າງຕັ້ງ ສປປ ລາວ ໂດຍສະເພາະໃນໄລຍະ 35 ປີ ແຫ່ງການປ່ຽນແປງໃໝ່ ປະເທດຊາດພວກເຮົາໄດ້ຮັບການປົກປັກຮັກສາ ແລະ ສ້າງສາພັດທະນາໃນຫຼາຍດ້ານ, ອັນສໍາຄັນພວກເຮົາສາມາດປົກປັກຮັກສາໄດ້ຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ລະບອບການເມືອງມີສະຖຽນລະພາບໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ປະຊາຊົນມີ ຄວາມສາມັກຄີປອງດອງ ແລະ ທໍາມາຫາກິນດ້ວຍ ຄວາມເບີກບານມ່ວນຊື່ນ ເຊິ່ງທັງໝົດນີ້ຈະເປັນພື້ນຖານອັນໜັກແໜ້ນເຮັດໃຫ້ປະເທດຊາດພວກເຮົາຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ແລະ ກ້າວໄປສູ່ປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງ ແລະ ກ້າວສູ່ທິດທາງການພັດທະນາສີຂຽວຍືນຍົງ.

ທ່ານ ທັນສະໄໝ ກົມມະສິດ ກ່າວຕື່ມວ່າ: ຕະຫຼອດໄລຍະຜ່ານມາ, ຂະແໜງ ປທສ ໄດ້ມີບົດບາດສໍາຄັນໃນການຂັບເຄື່ອນ ແລະ ຊຸກຍູ້ການພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ໂດຍສະເພາະການຊຸກຍູ້ສົ່ງເສີມການນໍາໃຊ້ລະບົບ ໄອຊີທີ ເຂົ້າໃນວຽກງານຮອບດ້ານຂອງຊາດ, ການຫັນການຜະລິດກະສິກໍາ, ການຄ້າຂາຍຜ່ານລະບົບອອນລາຍ, ຫັນອຸດສາຫະກໍາເປັນທັນສະໄໝດ້ວຍລະບົບດິຈິຕອນ, ອັນໄດ້ເຮັດໃຫ້ຂະແໜງ ປທສ ກາຍເປັນຂະແໜງການຢູ່ແຖວໜ້າທີ່ສ້າງລາຍຮັບເຂົ້າງົບປະມານໃຫ້ລັດ.

ມາຮອດປັດຈຸບັນ, ວຽກງານໄປສະນີໄດ້ນໍາໃຊ້ເຕັກໂນໂລຊີທັນສະໄໝເຂົ້າມາບໍລິການ ເຮັດໃຫ້ການແຈກຢາຍພັດສະດຸ ແລະ ເຄື່ອງຝາກຜ່ານບໍລິການໄປສະນີກວມເອົາທົ່ວປະເທດ ແລະ 192 ປະເທດ.

ວຽກງານໂທລະຄົມມະນາຄົມ, ມີສາຍສົ່ງຍາວກວ່າ 90 ພັນກິໂລແມັດ, ມີສະຖານີຮັບສົ່ງສັນຍານມືຖືເກືອບ 8 ພັນຈຸດ. ໃນນີ້, ລະບົບ 3 ຈີ ແລະ 4 ຈີ ຄວບຄຸມກວ່າ 81% ຂອງຈໍານວນບ້ານທັງໝົດ, ອັດຕາການຊົມໃຊ້ໂທລະສັບຕັ້ງໂຕະ ແລະ ມືຖືຫຼາຍເຖິງ 6 ລ້ານເລກໝາຍ, ລົງທະບຽນນໍາໃຊ້ອິນເຕີເນັດທັງໝົດ 3,5 ລ້ານບັນຊີ.

ສ່ວນດາວທຽມລາວດວງທໍາອິດທີ່ສົ່ງຂຶ້ນສູ່ວົງໂຄຈອນ ໃນທ້າຍປີ 2015 ແມ່ນໄດ້ໃຫ້ເຊົ່າຊ່ອງສັນຍານທັງໝົດ 22 ຊ່ອງ ແລະ ມີ 175 ລາຍການຊ່ອງ ໂດຍມີສັນຍານຄວບຄຸມ 15 ປະເທດໃນພາກພື້ນອາຊີ.

ອີກຜົນງານພົ້ນເດັ່ນໜຶ່ງນັ້ນ ແມ່ນໃນໄລຍະການລະບາດຂອງພະຍາດໂຄວິດ – 19 ນີ້, ກະຊວງ ປທສ ໄດ້ແນະນໍາບັນດາບໍລິສັດບໍລິການດ້ານຄົມມະນາຄົມ ໃຫ້ເພີ່ມສັນຍານຂຶ້ນຕື່ມ, ພ້ອມທັງມີນະໂຍບາຍຫຼຸດຄ່າອິນເຕີເນັດ ແລະ ຄ່າໂທທຸກປະເພດ ອັນໄດ້ເຮັດໃຫ້ອັດຕາການຊົມໃຊ້ລະບົບການສື່ສານເພີ່ມຂຶ້ນເຖິງ 70% ໃນໄລຍະດັ່ງກ່າວ.

ນອກນີ້, ໄດ້ສໍາເລັດການຕິດຕັ້ງລະບົບກອງປະຊຸມທາງໄກໃຫ້ແກ່ອົງການຈັດຕັ້ງພັກ – ລັດ ແລະ ບັນດາທ້ອງຖິ່ນທົ່ວປະເທດ, ພ້ອມທັງສໍາເລັດການສ້າງເວັບໄຊໂຄວິດ – 19 ( www.covid-19 ) ໂດຍນໍາໃຊ້ ( G-Web platform ) ເພື່ອຮັບໃຊ້ວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ – 19.

ຈາກການຫັນເປັນອຸດສາຫະກໍາທັນສະໄໝ ປັດຈຸບັນການຊໍາລະສະສາງແບບເອເລັກໂຕຣນິກຢູ່ປະເທດເຮົາໄດ້ມີຫຼາກຫຼາຍບໍລິການ ເຊັ່ນ: ຈ່າຍຄ່ານໍ້າ, ໄຟຟ້າ, ຄ່າໂທລະສັບ, ຄ່າເຊົ່າຕ່າງໆ, ເສຍຄ່າທໍານຽມທາງ, ເສຍພາສີ – ອາກອນ ແລະ ອື່ນໆ ຜ່ານລະຫັດ ( QR Code ) ເທິງມືຖື.

ຂະນະດຽວກັນ, ການນໍາໃຊ້ສື່ສັງຄົມອອນລາຍມີອັດຕາການເຕີບໂຕໃນແຕ່ລະປີ ຄື: ຜູ້ນໍາໃຊ້ສື່ສັງຄົມອອນລາຍ ມີ 2,4 ລ້ານ ກວມເອົາ 65% ຂອງຈໍານວນພົນລະເມືອງ, ໃນນັ້ນ ຢູທູບ ມີຜູ້ເຂົ້າເບິ່ງຫຼາຍທີ່ສຸດເປັນອັນດັບໜຶ່ງ, ຮອງລົງມາແມ່ນເວັບໄຊກູເກິລ ແລະ ເຟສບຸ໊ກ ຕາມລໍາດັບ.

ນອກນີ້, ການພັດທະນາລະບົບອີຄອມເມິດ ( E-commerce ) ຢູ່ ສປປ ລາວເຮົາ ກໍມີທ່າຂະຫຍາຍຕົວແບບກ້າວກະໂດດ ແລະ ຖືກຈັດຢູ່ອັນດັບທີ 92 ໃນຈໍານວນ 144 ປະເທດໃນໂລກ ( ຕົວເລກປີ 2017 ) ແລະ ວຽກງານອື່ນໆທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການ ປທສ ກໍແມ່ນມີຜົນສໍາເລັດເປັນກ້າວໆເຊັ່ນກັນ.

ທັງໝົດນີ້ແມ່ນໝາກຜົນ ແລະ ຜົນງານທີ່ພົ້ນເດັ່ນທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເພື່ອເຮັດຫຼ້ອນໜ້າທີ່ໃນການຄຸ້ມຄອງ ແລະ ດັດສົມໃຫ້ມີປະສິດທິພາບ ບົນພື້ນຖານຄວາມເໝາະສົມໃນການດໍາເນີນທຸລະກິດໃຫ້ມີຜົນກໍາໄລ, ໃຫ້ມີລາຍຮັບເຂົ້າງົບປະມານລັດ ແລະ ສັງຄົມໄດ້ຊົມໃຊ້ບໍລິການທີ່ສົມເຫດສົມຜົນ, ເພີ່ມທະວີການຄຸ້ມຄອງລັດດ້ານໄອຊີທີ ທີ່ເປັນປັດໄຈສໍາຄັນ ແລະ ພື້ນຖານໜຶ່ງໃນການປະກອບສ່ວນສະໜັບສະໜູນນະໂຍບາຍ ຫັນທັນສະໄໝເທື່ອລະກ້າວຢູ່ປະເທດເຮົາຢ່າງແຂງແຮງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la