ປ່ຽນຜູ້ວ່າການທະນາຄານແຫ່ງ ສປປ ລາວ ພິທີ ມອບ-ຮັບ ໜ້າທີ່ຜູ້ວ່າຄົນໃໝ່

SA Game

Lao National Radio

ພິທີການມອບ-ຮັບ ໜ້າທີ່ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຄົນໃໝ່

ໄດ້ມີພິທີມອບ-ຮັບ ຜູ້ວ່າທະນາຄານຄົນໃໝ່, ໂດຍທ່ານ ພັນຄຳ ວິພາວັນ ນາຍົກລັດຖະ ມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໂອ້ລົມໃຫ້ທິດຊີ້ນຳ ຕໍ່ພິທີມອບ-ຮັບໜ້າທີ່ ລະ ຫວ່າງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຜູ້ເກົ່າ ແລະ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຜູ້ໃໝ່ ໃນຕອນເຊົ້າວັນທີ 23 ມິຖຸນາ 2022 ທີ່ທະນາຄານ ແຫ່ງ ສປປ ລາວ

ໂດຍມີທ່ານ ອາລຸນໄຊ ສູນນະລາດ ລັດຖະ ມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ທ່ານ ນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ຄະນະນຳທະນາຄານ ແຫ່ງ ສປປ ລາວ; ຜູ້ຕາງໜ້າກະຊວງ-ອົງການທຽບເທົ່າ; ສະມາຊິກສະພາບໍລິຫານທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ຂອງທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມ.
SA Game
Lao National Radio
ໃນໂອກາດນີ້, ທ່ານ ນາງ ບຸດສະດີ ທະນະເມືອງ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານເອກະສານກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນຳຂັ້ນສູງ ຮັບໜ້າທີ່ໃໝ່ ເປັນຕົ້ນ ຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍສະຫາຍ ສອນໄຊ ສິດພະໄຊ ກຳມະ ການສູນກາງພັກ ໄປຮັບໜ້າທີ່ໃໝ່ຢູ່ສຳ ນັກງານນາຍົກລັດຖະມົນຕີ; ລັດຖະດຳ ລັດ ຂອງປະທານປະເທດ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ສອນໄຊ ສິດພະໄຊ ເປັນລັດຖະມົນຕີປະຈຳສຳນັກ ງານນາຍົກລັດຖະມົນຕີ; ຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍົກຍ້າຍ ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງການເງິນ ໄປຮັບໜ້າທີ່ໃໝ່ ຢູ່ທະນາຄານແຫ່ງ ສປປ ລາວ; ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ເປັນເລຂາຄະນະບໍລິຫານງານພັກ ທະນາຄານແຫ່ງ ສປປ ລາວ; ແລະ ລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການແຕ່ງຕັ້ງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ເປັນຜູ້ວ່າການທະນາຄານ ແຫ່ງ ສປປ ລາວ.
ໃນໂອກາດດຽວກັນ, ທ່ານ ສອນໄຊ ສິດພະໄຊ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານທະນາຄານແຫ່ງ ສປປ ລາວ ໃນໄລຍະທີ່ທ່ານ ດຳລົງຕຳແໜ່ງ ເປັນຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ນັບແຕ່ເດືອນກັນຍາ 2018 ເປັນຕົ້ນມາ. ຫຼັງຈາກນັ້ນ ກໍ່ໄດ້ມີພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຜູ້ເກົ່າ ແລະ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວຜູ້ໃໝ່.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຕໍ່ຜູ້ເຂົ້າຮ່ວມພິທີ ເຊິ່ງທ່ານ ໄດ້ຍົກໃຫ້ເຫັນ ເຫດຜົນ ແລະ ຄວາມຈຳເປັນ ໃນການປັບປຸງຊັບຊ້ອນ ສະມາຊິກລັດຖະບານ ໃນຄັ້ງນີ້; ໄດ້ຍົກໃຫ້ເຫັນ ສະພາບພົ້ນເດັ່ນ ທາງດ້ານການເງິນ-ເງິນຕາ, ຜົນກະທົບ ແລະ ສິ່ງທ້າ ທາຍຕ່າງໆ ຕໍ່ການພັດທະນາເສດຖະ ກິດ-ສັງຄົມ ຂອງປະທດເຮົາ. ພ້ອມກັນນັ້ນ ທ່ານ ຍັງໄດ້ຕັ້ງບາງບັນຫາຂຶ້ນ ເພື່ອໃຫ້ພະນັກງານ-ລັດຖະກອນ ຂະແໜງການທະນາຄານ ທີ່ເປັນເສນາທິການ ໃຫ້ແກ່ລັດຖະບານ ນຳໄປຄົ້ນຄວ້າ ແລະ ປັບປຸງແກ້ໄຂ ເປັນຕົ້ນ ຈະພັດທະນານະໂຍບາຍສິນເຊື່ອ ເພື່ອຊຸກຍູ້ການຜະລິດ ແລະ ການບໍລິການ ຄືແນວໃດ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ສູງຂຶ້ນເລື້ອຍໆ; ຈະປັບປຸງໂຄງສ້າງ ແລະ ການບໍລິຫານ ໃນລະບົບສະຖາບັນການເງິນ ຄືແນວໃດ ເພື່ອໃຫ້ມີຄວາມເຂັ້ມແຂງ ແລະ ໝັ້ນຄົງ, ທັງເຮັດໃຫ້ການບໍລິການ ມີປະສິດທິຜົນ; ຈະເຮັດແນວໃດ ເພື່ອສາມາດຫຼຸດຜ່ອນການຂາດດູນເງິນຕາຕ່າງປະເທດ ເປັນກ້າວໆ, ມີຄັງສຳຮອງໃຫ້ສາມາດຮັບປະກັນການນຳເຂົ້າ ຕາມແຜນທີ່ວາງໄວ້, ຄຸ້ມຄອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ຢູ່ໃນໃນລະດັບທີ່ສາມາດຄວບຄຸມໄດ້; ຈະປັບປຸງກົນໄກການຄຸ້ມຄອງອັດຕາແລກ ປ່ຽນຄືແນວໃດ ເພື່ອສ້າງສະຖຽນລະພາບຄ່າເງິນກີບ ໃຫ້ໝັ້ນທ່ຽງ; ຈະພັດທະນາລະບົບການຊຳລະ ແລະ ເຕັກໂນໂລຊີທາງດ້ານການເງິນ ເພື່ອໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ສາມາດເຊື່ອມໂຍງກັບສາກົນໄດ້.
SA Game
Lao National Radio
ນອກຈາກນີ້, ທ່ານນາຍົກລັດຖະ ມົນຕີ ຍັງໄດ້ຊີ້ນຳໃຫ້ທະນາຄານແຫ່ງ ສປປ ລາວ ປັບປຸງແບບແຜນວິທີເຮັດວຽກ ໃຫ້ແທດເໝາະກັບສະພາບຕົວຈິງ, ມີການປັບປຸງປ່ຽນແປງ ສູ່ອັນໃໝ່ທີ່ດີຂຶ້ນ ບົນພື້ນຖານຄວາມເປັນເອກະພາບພາຍໃນ ແລະ ດ້ວຍຄວາມລະມັດລະວັງສູງ; ຮຽກຮ້ອງໃຫ້ພະນັກງານ-ລັດຖະກອນ ທົ່ວທະນາ ຄານແຫ່ງ ສປປ ລາວ ມີຄວາມເສຍສະຫຼະ, ຊື່ສັດບໍລິສຸດ, ເຫັນແກ່ຜົນປະໂຫຍດລວມຂອງຊາດ, ປະຕິ ບັດໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ ແລະ ເຕັມກຳລັງແຮງຂອງຕົນ.
ໃນຕອນທ້າຍ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ກໍ່ໄດ້ຂຶ້ນກ່າວຮັບຄຳໂອວາດ ຂອງທ່ານ ນາຍົກລັດຖະມົນຕີ, ພ້ອມທັງ ກ່າວຮັບໜ້າທີ່ ໂດຍຈະສຸມສະຕິປັນຍາ, ເຫື່ອແຮງ, ຄວາມຮູ້ຄວາມສາມາດ ແລະ ປະສົບການຂອງຕົນ ຮ່ວມກັບໝູ່ຄະນະ ກໍ່ຄືພະນັກງານທົ່ວທະນາຄານ ແຫ່ງສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ໃຫ້ມີຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້ ໃຫ້ສົມກັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຂອງຂັ້ນເທິງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກົມປະຊາສຳພັນ ຫສນຍ