ປິດການສັນຈອນເຂົ້າ-ອອກ 8 ບ້ານເທສະບານແຂວງ​ບໍ່​ແກ້ວ

SA Game

ຮູບຈາກ:ໂອ້ເອ້ເປ້ຖົງ

ຄຳ​ສັ່ງປິດເທສະບານແຂວງ​ບໍ່​ແກ້ວ ຈົນກວ່າຈະຄວບຄຸມສະຖານະການໄດ້.

ຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງຫ້ວຍຊາຍ ຍັງສືບຕໍ່ມີຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະວັນ ແລະ ມີທ່າອ່ຽງທີ່ຈະມີການແຜ່ຂະຫຍາຍເປັນວົງກວ້າງ, ດັ່ງນັ້ນ, ຈຶ່ງເຫັນວ່າມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ເຂັ້ມງວດ ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ ໂດວິດ-19 ໃນເມືອງຫ້ວຍຊາຍ ໃຫ້ເຂັ້ມງວດຂຶ້ນກວ່າເກົ່າ

ດັ່ງນັ້ນ, ຄະນະສະເພາະກິດເມືອງຫ້ວຍຊາຍ  ແຂວງບໍ່ແກ້ວ ​ຈິງ​ຕ້ອງໄດ້​ມີ​ມາດ​ຕະ​ການໃນ​ການ​ປ້ອງ​ກັນ​ໃຫ້​ດີ ແລ​ະ ອອກແຈ້ງການສະບັບເລກທີ178/ສພກ,ຫຊ ລົງວັນທີ 7ພຶດສະພາ2021 ໃຫ້ປິດການເຂົ້າອອກ ແລະ ການສັນຈອນໄປມາ 8ບ້ານເທສະບານເມືອງ ແຕ່ວັນທີ7 ພຶດສະພາເປັນຕົ້ນໄປ ເນື່ອງຈາກເປັນພື້ນທີ່ສ່ຽງຈະມີການແຜ່ລະບາດເປັນວົງກວ້າງ.

SA Game
ຮູບຈາກ:ໂອ້ເອ້ເປ້ຖົງ

 

ຂົງ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ຫລາຍ ແລະ ຕ້ອງ​ໄດ້​ມີ​ມາດ​ຕະ​ການ​ເຂັ້ມ​ງວດ​ທີ່ຄະນະສະເພາະກິດຂັ້ນເມືອງ ມີແຈ້ງການໃຫ້ປິດມີ 8 ບ້ານພື້ນທີ່ສ່ຽງສຸດດັ່ງນີ້:

  • 1, ໃຫ້ປິດການເຂົ້າ-ອອກ ແລະ ການສັນຈອນໄປ-ມາໃນ 8 ບ້ານເທດສະບານ (ບ້ານຫ້ວຍຕາບ, ບ້ານຫ້ວຍມ່ອນ , ບ້ານຫນອງຊາຍ, ບ້ານຂອນແກ້ວ, ບ້ານໃຫຍ່ຫ້ວຍຊາຍເຫນືອ, ບ້ານໃຫຍ່ຫ້ວຍຊາຍໃຕ້, ບ້ານຕົ້ນທາດ ແລະ ບ້ານປ່າ ອ໋ອຍ, ເປັນການຊົ່ວຄາວ ນັບແຕ່ວັນທີ 7 ພຶດສະພາ 2001 ເປັນຕົ້ນໄປ ຈົນກວ່າຈະສາມາດຄວບຄຸມສະຖານນະການໄດ້ ທັງຫມົດ.
  • ພາກສ່ວນໃດຫາກສົງໄສວ່າ ໄດ້ມີການສໍາພັດໃກ້ສິດກັບກໍລະນີຜູ້ຕິດເຊື້ອ ຈົ່ງໄດ້ມີສະຕິ, ຕື່ນຕົວເຂົ້າພົບແພດຫມໍ ເພື່ອເກັບຕົວຢ່າງໄປວິເຄາະຫາເຊື້ອ ຢ່າງຮີບດ່ວນ, ພ້ອມນັ້ນ ກໍໃຫ້ກັກຕົວເອງເພື່ອຕິດຕາມອາການ ຕາມຄໍາແນະນໍາຂອງ ແພດຫມໍ ແລະ ສະຫນອງຂໍ້ມູນໃຫ້ແກ່ທາງການ ເພື່ອດໍາເນີນການແກ້ໄຂໃຫ້ທ່ວງທັນກັບສະພາບການຕົວຈິງ.
  • ສໍາລັບບ້ານຕິນທາດ ບັນດາຫ້າງຮ້ານບໍລິການທຸກປະເພດແມ່ນໃຫ້ປິດການບໍລິການຊົ່ວຄາວ ຈົນກວ່າຈະສາມາດຄວບຄຸມສະຖານະການໄວ້ໄດ້ທັງຫມົດ; ສ່ວນບ້ານອື່ນໆທີ່ບໍ່ທັນມີກໍລະນີພົບຜູ້ຕິດເຊື້ອ ແມ່ນໃຫ້ປະຕິບັດມາດ ຕະການປ້ອງກັນຢ່າງເຂັ້ມງວດເຊັ່ນ: ໃຫ້ຮັກສາໄລຍະຫ່າງ 2 ແມັດຂຶ້ນໄປ ເພື່ອຫຼຸດຜ່ອນຄວາມແອອັດ, ບໍ່ກີດຂວາງ ເສັ້ນທາງສັນຈອນ, ມີເຈວລ້າງມື ຫຼືສະເປຂ້າເຊື້ອ, ສະຖານທີ່ ຕ້ອງມີຄວາມປອດໂປ່ງ, ສະອາດ, ລາຄາສິນຄ້າຕ້ອງ ປະຕິບັດ ຕາມລາຄາທີ່ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງກໍານົດໃຫ້.
  • ມອບໃຫ້ ອົງການປົກຄອງບ້ານ ແຕ່ລະບ້ານຈັດຕັ້ງກໍາລັງກອງຫຼອນ-ປກສ ບ້ານ ຕັ້ງຈຸດກວດກາຄົນເຂົ້າ-ອອກ ບ້ານຕະຫຼອດ 24 ຊົ່ວໂມງ ເພື່ອຄຸມເຂັ້ມການເຂົ້າ-ອອກຂອງປະຊາຊົນ. ກໍລະນີມີຄວາມຈໍາເປັນ ແມ່ນໃຫ້ອົງການປົກຄອງ ບ້ານອອກຫນັງສືອານຸຍາດໃຫ້, ພ້ອມທັງກໍານົດເວລາໃນການເຄື່ອນໄຫວຢ່າງລະອຽດ, ພ້ອມນັ້ນກໍໃຫ້ຍົກເວັ້ນພະນັກງານ, ທະຫານ-ຕໍາຫຼວດ ທີ່ມີເອກະສານຈາກການຈັດຕັ້ງໄປປະຈໍາການໃນແຕ່ລະວັນ ໂດຍຕ້ອງໄດ້ບັນທຶກ, ຈົດແຕ້ມລາຍຊື່ ແລະ ບ່ອນປະຈໍາການລະອຽດ ທັງໝົດນີ້ແມ່ນເພື່ອຄວາມປອດໄພຂອງປະຊາຊົນ.

SA Game

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la