ປະ​ຫວັດ​ບ​ູນບັ້ງໄຟ ພຣະທາດນາງສາມຜິວ ເມືອງທົ່ງມີໄຊ ແຂວງໄຊຍະບູລີ

SA Game

ອິນ​ໄຊ​ລາວ.

ຄວາມ​ເປັນ​ມາ​ຂອງ​ບູນບັ້ງໄຟ ເພື່ອຖວາຍພຣະທາດນາງສາມຜິວ.

ຕາມປົກກະຕິແລ້ວ, ງານບຸນບັ້ງໄຟຖວາຍທາດນາງສາມຜິວ ຈະຈັດຂຶ້ນຫຼັງຈາກປີໃໝ່ລາວ ສຳເລັດແລ້ວ 7 ມື້, ທາດນາງສາມຜິວ ແມ່ນຕັ້ງຢູ່ບ້ານທາດ ເຂດເທດສະບານເມືອງທົ່ງມີໄຊ ແຂວງໄຊຍະບູລີ, ໂດຍການເຮັດບຸນບັ້ງໄຟທາດນາງສາມຜິວນັ້ນ ແມ່ນຕິດພັນກັບເລື່ອງເລົ່າມາແຕ່ດົນນານ

ຕາມຕຳນານເລົ່າຂານກັນວ່າ: ເປັນເວລາດົນນານມາແລ້ວ ຢູ່ເມືອງແຫ່ງໜຶ່ງໃນແດນໃຕ້ (ຈຳປາສັກໃນປະຈຸບັນ), ມີສາວສະໜົມຄົນໜຶ່ງ ໄດ້ຕົກລົງປົງໃຈຮັກ ແລະ ໄດ້ແຕ່ງດອງກັບນາຍທະຫານ ທີ່ຮັບໃຊ້ພະຍາ.

ຈາກນັ້ນ, ນາງກໍ່ໄດ້ຖືພາ 3 ເດືອນ, ສ່ວນຜູ້ເປັນຜົວ ກໍ່ໄດ້ໄປສູ້ຮົບກັບສັດຕູ ແລະ ໄດ້ເສຍຊີວິດຢູ່ສະໜາມຮົບ. ສ່ວນນາງກໍ່ໄດ້ກາຍເປັນໝ້າຍ ທີ່ຂາດບ່ອນເພິ່ງພາອາໄສ, ແຕ່ຍ້ອນພະຍາ ຄິດເຫັນຄຸນງາມຄວາມດີຂອງຜູ້ເປັນຜົວ ເພິ່ນຈິ່ງໄດ້ຮັບນາງໄວ້ລ້ຽງດູເບິ່ງແຍງ. ວັນເວລາໄດ້ຜ່ານໄປ 9 ເດືອນ, ນາງກໍ່ໄດ້ໃຫ້ກຳເນີດລູກຍິງ ທີ່ມີສຸຂະພາບແຂງແຮງ, ໜ້າຕາສວຍງາມ, ຄວາມງາມຂອງນາງໃນວັນໜຶ່ງໄດ້ປ່ຽນແປງຕາມຕອນ(ເຊົ້າ-ສວຍ-ແລງ).

SA Game
ອິນ​ໄຊ​ລາວ.

ເມື່ອນາງໃຫຍ່ເປັນສາວ ຄວາມງາມຂອງນາງ ຍິ່ງເຮັດໃຫ້ຊາວບ້ານຊາວເມືອງຕົກຕະລຶງ, ພ້ອມທັງຫາເລື່ອງ ໃສ່ນາງວ່າເປັນຄົນເຂັດຄົນຂວງ, ບໍ່ຍອມໃຫ້ນາງຢູ່ຮ່ວມບ້ານຮ່ວມເມືອງ. ຍ້ອນຄວາມງາມຂອງນາງ ໄດ້ປ່ຽນໄປຕາມການເວລາ, ຕອນເຊົ້າກໍ່ປ່ຽນເປັນສີຂາວປານຍອງຝ້າຍ, ບາດຍາມຕາເວັນທ່ຽງກໍ່ກາຍເປັນສີໄຂ່ ແລະ ຍາມຕາເວັນຕົກ ກໍ່ປ່ຽນເປັນສີຟ້າ.

ຈາກນັ້ນ, ເສນາອາມາດ ກໍໄດ້ໄປຕິດຕາມເບິ່ງ ແລະ ເຫັນວ່າ ເປັນຄືກັບທີ່ຊາວບ້ານຊ່າລືກັນແທ້ ແລ້ວຈິ່ງໄດ້ໄປກາບທູນຕໍ່ພະຍາ ແລະ ຂໍໃຫ້ພະຍາ ຂ້ານາງຖິ້ມ ຫຼື ໄລ່ອອກຈາກເມືອງ, ແຕ່ພະຍາກໍຄຳນຶງເຖິງຄຸນງາມຄວາມດີຂອງພໍ່ນາງ ທີ່ມີຕໍ່ບ້ານເມືອງ.

ສະນັ້ນ, ພະຍາຈິ່ງລົງໂທດ ດ້ວຍວິທີໃຫ້ສອງແມ່ລູກ ປູກຕົ້ນຈຳປາ ໃສ່ພະລານຫີນອ້ອມວັດພູ ຖ້າຫາກວ່າຕົ້ນຈຳປາບໍ່ໃຫຍ່, ບໍ່ມີດອກ ແມ່ນບໍ່ໃຫ້ສອງແມ່ລູກ ຢູ່ເມືອງນີ້ອີກ ຫຼື ບໍ່ກໍ່ຂ້າຖິ້ມ. ສອງແມ່ລູກກໍ່ໄດ້ເຮັດຕາມ ຄຳສັ່ງຂອງພະຍາ ໂດຍໄດ້ນຳເອົາຕົ້ນດອກຈຳປາ ໄປປູກລຽບຕາມວັດ, ຕົ້ນໃດກໍຂຽວງາມ ເປັນດອກບານ ສົ່ງກິ່ນຫອມໄປທົ່ວວັດພູ.

ເມື່ອເປັນດັ່ງນັ້ນ, ພະຍາກໍ່ພໍພະໄທ, ແຕ່ຊາວບ້ານ ແລະ ເຈົ້າຂຸນມຸນນາຍ ກໍ່ຍັງອິດສາບັງບຽດ ແລະ ກຽດຊັງທັງສອງແມ່ລູກ, ໃນເວລາຕໍ່ມາ, ແມ່ຂອງນາງກໍໄດ້ເສຍຊີວິດ ນາງຈິ່ງໄດ້ຢູ່ຄົນດຽວ ທ່າມກາງຄຳປ້ອຍດ່າ ທຸກມື້ທຸກວັນ. ມື້ໜຶ່ງ, ນາງຈຶ່ງໄດ້ຕັດສິນໃຈ ໜີອອກຈາກເມືອງ ໂດຍບໍ່ມີຈຸດໝາຍປາຍທາງ. ຍ້ອນບໍ່ເຄີຍໄປໃສຈັກເທື່ອ ສະນັ້ນ, ນາງຈຶ່ງໄດ້ເດັດເອົາດອກຈຳປາ 3 ດອກທີ່ນາງ ແລະ ແມ່ ໄດ້ພ້ອມກັນປູກໄວ້ ແລ້ວຍ່າງມຸ່ງໜ້າລົງສູ່ແມ່ນ້ຳຂອງ ແລະ ອະທິຖານວ່າ: ຖ້າຢູ່ບ່ອນໃດຫາກມີຄົນຮັກຄົນແພງ ຂໍໃຫ້ດອກຈຳປາ ຈົ່ງລອຍໄປທີ່ນັ້ນ. ເວົ້າແລ້ວ ນາງກໍ່ໂຍນດອກຈຳປາລົງແມ່ນ້ຳຂອງ, ດອກຈຳປາກໍ່ໄຫຼຂຶ້ນເໜືອ ແລະ ໄດ້ຢຸດຢູ່ບ່ອນໜຶ່ງ, ນາງຈຶ່ງໄດ້ພັກຜ່ອນເຊົາເອົາແຮງ. ຈາກນັ້ນ, ດອກຈຳປາກໍໄດ້ໄຫຼຂຶ້ນເໜືອ ເປັນເວລາຫຼາຍວັນ ແລ້ວໄດ້ຈົມລົງໄປໃນກະແສນ້ຳ, ນາງເລີຍບໍ່ຮູ້ວ່າສິໄປທາງໃດ ມີແຕ່ຮ້ອງໄຫ້ຢູ່ຄົນດຽວ, ເມື່ອຮອດຕອນກາງຄືນ ລາວເລີຍຝັນເຫັນຜູ້ເຖົ້າຄົນໜຶ່ງ ໄດ້ເວົ້າວ່າ: ໃຫ້ເຈົ້າເດີນທາງຂຶ້ນໄປຈົນສຸດສາມຫ້ວຍ ແລ້ວຂ້າມພູລົງໄປກໍຈະມີ ປ່າດົງທົ່ງກວ້າງ, ໃຫ້ເຈົ້າໄປຢູ່ທາງເໜືອ ແມ່ນໜອງເທົາກ້ອງເຊີໄຊ, ທາງໃຕ້ແມ່ນທົ່ງໃຫຍ່, ແລ້ວຈະມີຄົນຮັກແພງ ນັບຖືເຈົ້າຕະຫຼອດໄປ. ເມື່ອຕື່ນຂຶ້ນມາ ນາງກໍຄິດເຫັນຄວາມຝັນ ແລ້ວເດີນທາງໄປຕາມຄວາມຝັນນັ້ນ.

SA Game
ອິນ​ໄຊ​ລາວ.

ມາຮອດຕອນເຊົ້າມື້ໜຶ່ງ ນາງກໍມາຮອດບ້ານຄົນ, ເມື່ອຊາວບ້ານເຫັນລາວ ກໍພາກັນມາທັກທ້ວງໃນຄວາມງາມຂອງນາງ. ສຽງຊ່າລືໄດ້ດັງໄປ ຮອດຫູຂອງລູກຊາຍພະຍາເມືອງຖ້ຳ, ເມື່ອຮູ້ຂ່າວ ລູກຊາຍພະຍາ ພ້ອມດ້ວຍເສນາອາມາດ ກໍ່ໄດ້ນຳເອົາເງິນຄຳ ເພື່ອມາສູ່ຂໍນາງ ແຕ່ນາງ ໄດ້ອອກຈາກບ້ານນັ້ນໄປແລ້ວ, ເມື່ອຮອດຫ້ວຍທີ່ສາມ ເວລາທີ່ນາງກຳລັງຂ້າມນ້ຳ, ລູກຊາຍພະຍາໄດ້ເອີ້ນໃສ່ນາງເພື່ອໃຫ້ລໍຖ້າ ເມື່ອລາວນຳນາງທັນ ກໍ່ໄດ້ໄຂຖົງເງິນຖົງຄຳ ເພື່ອຈະໝັ້ນໝາຍກັບນາງ ແຕ່ນາງກໍ່ໄດ້ປະຕິເສດ (ສະຖານທີ່ດັ່ງກ່າວມີຊື່ວ່າ ທ່ານາງເງິນ” ໃນປະຈຸບັນ) ແລ້ວກາຍໄປ ບ້ານທີໜຶ່ງ ຮອດບ້ານທີສອງ ເຊິ່ງເອີ້ນວ່າ: ບ້ານປົ່ງຂໍ” ແລ້ວກໍ່ໄດ້ເອົາເງິນຄຳໝັ້ນໝາຍກັນ ຢູ່ບ້ານນັ້ນ (ປະຈຸບັນເອີ້ນວ່າ: ບ້ານປົ່ງຄໍ້). ເມື່ອຕົກລົງ ໝັ້ນໝາຍກັນແລ້ວ ທ້າວ ແລະ ນາງ ຈິ່ງໄດ້ເດີນທາງກັບມາບ້ານຖ້ຳ ແຕ່ບໍ່ທັນຮອດ ຍ້ອນມັນຄ່ຳກ່ອນ. ດັ່ງນັ້ນ, ກໍເລີຍພັກນອນຢູ່ບ້ານປາງຄາ (ປະຈຸບັນເອີ້ນວ່າບ້ານປາງຄ່າ”) ແຕ່ຢູ່ບ້ານນີ້ ແມ່ບໍ່ໃຫ້ລັກຢູ່ສູ່ນອນນຳກັນ ກ່ອນການແຕ່ງດອງ ຖ້າຫາກບໍ່ເຄົາລົບປະເພນີນີ້ ກໍ່ຈະມີອັນເປັນໄປ. ຖ້າຢາກນອນນຳກັນ ກໍ່ຕ້ອງຂ້າຄວາຍໜຶ່ງໂຕ ເພື່ອຖະຫວາຍຜີ

SA Game
ອິນ​ໄຊ​ລາວ.

ແຕ່ຄູ່ບ່າວສາວບໍ່ສົນໃຈ ຕໍ່ຄຳເຕືອນດັ່ງກ່າວ, ສຸດທ້າຍຮ່າງກາຍ ກໍ່ຕິດກັນ ເມື່ອເປັນແນວນັ້ນ ຊາວບ້ານກໍ່ໄດ້ປ່າວປະກາດ ໄປເຖິງບ້ານຕ່າງໆ ແລະ ໄດ້ຮອດຫູພະຍາເມືອງຖ້ຳ. ເມື່ອຮູ້ຂ່າວແລ້ວ ພະຍາກໍ່ໄດ້ມາເບິ່ງ ແລະ ໄດ້ຊອກຫາວິທີເອົາອອກ, ສ່ວນຜູ້ຊາຍ ບໍ່ມີອັນຕະລາຍຫຍັງ ແຕ່ແມ່ຍິງ ກໍ່ເລີຍຕາຍ, ກ່ອນຈະຂາດໃຈຕາຍ ນາງໄດ້ສັ່ງວ່າ: ໃຫ້ເອົາສົບຂອງນາງ ໄປໄວ້ໃນດົງໃຫຍ່ເໜືອໜອງເທົາກ້ອງເຊີໄຊ ຢູ່ໃຕ້ທົ່ງໃຫຍ່, ແຕ່ກໍບໍ່ມີໃຜຮູ້ວ່າເຂດນັ້ນມັນຢູ່ທາງໃດ. ສະນັ້ນ, ຈຶ່ງໄດ້ປ່າວໄປທົ່ວທຸກບ່ອນ ແລະ ໄປຮອດຫູຂອງຊາວເມືອງຫຼົງ ເຊິ່ງຄົນຢູ່ເມືອງນີ້ ຮູ້ຈັກບ້ານທາດ, ຮູ້ໜອງເທົາກ້ອງເຊີໄຊ ແລະ ຮູ້ທົ່ງໃຫຍ່. ພວກເຂົາຈຶ່ງພາກັນຫາມສົບຂອງນາງ ໄປຝັງຢູ່ບ່ອນນາງບອກ, ໃນເວລາທີ່ພວກເຂົາເດີນທາງ ມາຮອດບ້ານແຫ່ງໜຶ່ງ ກໍ່ວາແຂນອອກເພື່ອແທກ ແລະ ຂຸດຂຸມຝັງ (ປະຈຸບັນເອີ້ນວ່າບ້ານເມືອງວາ”) ແຕ່ກໍ່ບໍ່ຝັງ, ແລ້ວຫາມໄປຕໍ່ຈົນຮອດບ້ານໜຶ່ງ ພວກເຂົາກໍ່ຫຼິ້ນເບ້ຍຫຼິ້ນໂປງ (ປະຈຸບັນເອີ້ນວ່າບ້ານເບ້ຍ). ການຫາມສົບໃຊ້ເວລາຫຼາຍມື້ ເຊິ່ງມັນໄດ້ສົ່ງກິ່ນເໝັນອອກມາ ເຮັດໃຫ້ຄົນທັງຫຼາຍ ຖົ່ມນ້ຳລາຍຄາຍນ້ຳມູກ (ປະຈຸບັນເອີ້ນວ່າ ນ້ຳລາຍ”). ຫຼັງຈາກຮອດເມືອງຫຼົງ ບ່ອນທີ່ນາງໄດ້ສັ່ງໄວ້ກ່ອນຕາຍ ຊາວເມືອງຫຼົງ ກໍໄດ້ຈັດພິທີຝັງສົບຂອງນາງ ແລ້ວກໍ່ທາດກວມໄວ້ ຈົນຮອດປັດຈຸບັນ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ທົ່ງມີໄຊວັນໃໝ່ ແລະ ອົງການພັດທະນາການທ່ອງທ່ຽວ