​ປະ​ທານ​ປະ​ເທດ​ລົງ​ຢ້ຽມ​ຢາມ​ສົ່ງ​ເສີນ​ກະ​ສິ​ກຳ ແລະ ປຸງ​ແຕ່ງ​ອາ​ຫານ​ຢູ່​ 2 ເມື່ອງ

SA Game

ຂປລ

​ສົ່ງ​ເສີມການຜະລິດກະສິກຳ ແລະ ປຸງແຕ່ງອາຫານ ເມືອງຫາດຊາຍຟອງ ແລະ ເມືອງໄຊທານີ

ປະທານປະເທດ ສປປ ລາວ ທ່ານ ທອງລຸນ ສີສຸລິດ, ພ້ອມດ້ວຍ ລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ຈາກກະຊວງທີ່ກ່ຽວຂ້ອງ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ, ຊຸກຍູ້ວຽກງານການຜະລິດກະສິກຳ ແລະ ປຸງແຕ່ງອາຫານ ຢູ່ເມືອງຫາດຊາຍຟອງ ແລະ ເມືອງໄຊທານີ ໃນວັນທີ 29 ມິຖຸນາ 2022 ນີ້

ເປັນຕົ້ນ ຢ້ຽມຢາມສະຫະກອນການຜະລິດກະສິກຳເປັນສິນຄ້າ ກຸ່ມ 6 ທ່າພະ ຢູ່ເມືອງຫາດຊາຍຟອງ, ຢ້ຽມຢາມໂຄງການກໍ່ສ້າງພິພິທະພັນ ສິລະປະລາວສະໄໝໃໝ່ ແລະ ຢ້ຽມຊົມສວນໝາກໄມ້ ຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ.

ທ່ານ ບຸນລອດ ຄຳດີ ຮອງປະທານກຸ່ມຜະລິດກະສິກຳ ເປັນສິນຄ້າ ກຸ່ມ 6 ທ່າພະ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ໃນການສ້າງຕັ້ງສະຫະກອນໂດຍຫຍໍ້ ເຊິ່ງສະຫະກອນ ດັ່ງກ່າວ, ມີສະມາຊິກທັງໝົດ 142 ຄອບຄົວ ໃນ 4 ບ້ານ ຄື:

ບ້ານທ່າພະ, ບ້ານປາກເປັງ, ບ້ານຖິ່ນແທ່ນ, ບ້ານໜອງພົງ ເຊິ່ງກິດຈະກໍາຂອງສະຫະກອນ ແມ່ນສົ່ງເສີມຊາວກະສິກອນປູກເຂົ້າ, ປູກໄມ້ໃຫ້ໝາກ(ໝາກພ້າວ) ແລະ ປູກພືດຜັກ, ພ້ອມທັງ ສົ່ງເສີມປະຊາຊົນລ້ຽງງົວ, ລ້ຽງແບ້, ໝູ, ສັດປີກ ແລະ ລ້ຽງປາໃສ່ໜອງ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກ.

SA Game
ຂປລ

ປັດຈຸບັນສະຫະກອນ ມີງົວລາດພື້ນບ້ານ ຈໍານວນ 50 ໂຕ, ປູກໝາກພ້າວນໍ້າຫອມ 2 ຕອນ, ເນື້ອທີ່ 4,5 ເຮັກຕາ, ປູກໝາກພ້າວນ້ຳຫອມ ຈຳນວນ 1.200 ຕົ້ນ, ປູກເຂົ້ານາປີ ສຳເລັດແລ້ວ 180 ໄລ່ ແລະ ຍັງຈະໄດ້ປູກຕື່ມອີກ 30 ໄລ່.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ມີຄຳເຫັນໂອ້ລົມ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກຸ່ມຜະລິດດັ່ງກ່າວ, ທີ່ສາມາດສ້າງວຽກເຮັດງານທຳ, ສ້າງອາ ຊີບ ໃຫ້ປະຊາຊົນພາຍໃນກຸ່ມດັ່ງກ່າວ ໄດ້ມີວຽກເຮັດງານທຳ, ມີລາຍໄດ້ ແລະ ມີຊີວິດການເປັນຢູ່ດີຂຶ້ນ,

ພ້ອມນັ້ນ, ທ່ານ ຍັງເນັ້ນໃຫ້ຜູ້ຜະລິດ ສືບຕໍ່ເອົາໃຈໃສ່ບົວລະບັດຮັກ ສາ ຜົນຜະລິດຂອງຕົນ ໃຫ້ເກີດດອກອອກຜົນ, ໃຫ້ເຫລືອກິນ, ເຫລືອໃຊ້, ກາຍເປັນສິນຄ້າສົ່ງອອກ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງແຫ່ງລາຍຮັບທີ່ໝັ້ນຄົງ ໃຫ້ແກ່ປະຊາຊົນ, ພ້ອມທັງເນັ້ນໃຫ້ຜູ້ຜະລິດກະສິກຳຕ່າງໆບໍ່ໃຫ້ໃສ່ປຸຍເຄມີ, ຜະລິດຕະພັນ ທຸກສະນິດ ຕ້ອງເປັນຜະລິດຕະພັນ ທີ່ປອດສານພິດ ແລະ ອື່ນໆ.

ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ລົງເຄື່ອນໄຫວຢ້ຽມຢາມ ເບິ່ງຂະບວນການຜະລິດອາຫານ ຂອງບໍລິສັດ ໄໝສະຫວັນລາວ ຈໍາກັດ ເຊິ່ງເປັນ ບໍລິສັດຜະລິດອາຫານປະເພດຕ່າງໆ ເປັນຕົ້ນ ຜະລິດຕະພັນຖົ່ວດາວອິນຄາ, ພິກໄທ, ໝາກສົມພໍດີຕາກແຫ້ງ, ກ້ວຍຕາກ, ຊາໃບມອນ, ຊາຂຽວ, ຊາຫົວສີໄຄ ແລະ ຊາສະໜູນໄພອື່ນໆ

ຜະລິດຕະພັນທັງໝົດ 90% ແມ່ນສົ່ງອອກໄປຕ່າງປະເທດ, ເຊິ່ງທ່ານປະທານປະເທດ ໄດ້ສະແດງຄວາມຊົມເຊີຍ ຕໍ່ບໍລິສັດດັ່ງກ່າວ, ທີ່ໄດ້ຜະລິດອາ ຫານປະເພດຕ່າງໆ ເປັນສິນຄ້າສະໜອງຢູ່ພາຍໃນ ແລະ ສົ່ງອອກໄປຕ່າງປະເທດ ເຊິ່ງເປັນການປະກອບສ່ວນສ້າງວຽກເຮັດງານທຳ, ສ້າງລາຍຮັບ ໃຫ້ແກ່ແຮງງານລາວ ກໍຄື ປະຊາຊົນລາວບັນດາເຜົ່າ, ທັງປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ, ພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.

ໃນວັນດຽວກັນທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ລົງເຄື່ອນໄຫວຢ້ຽມຢາມ ດ່ານສາກົນສິນຄ້າທ່າບົກ, ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນ ຫລວງວຽງຈັນ

ເຊິ່ງ ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດວຽງຈັນໂລຊິດສະຕິກພາກ ຈຳກັດ, ພ້ອມດ້ວຍຄະນະ ກໍໄດ້ຜັດປ່ຽນກັນ ລາຍງານສະພາບການເຄື່ອນໄຫວວຽກງານ ການພັດທະນາເຂດດັ່ງກ່າວ

SA Game
ຂປລ

ຫລັງຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂອ້ລົມ ໂດຍທ່ານໄດ້ສະແດງຄວາມຊົມເຊີຍຕໍ່ການຈັດຕັ້ງປະຕິບັດບັນດາວຽກງານ ການພັດທະນາ ກໍຄື ການກໍ່ສ້າງເຂດການຜະລິດຕ່າງໆ ຢູ່ເຂດໂລຊິດສະຕິກດັ່ງກ່າວ, ພ້ອມທັງເນັ້ນໃຫ້ ກະຊວງ ກໍຄື ຂະແໜງການທີ່ກ່ຽວຂ້ອງລົງໃກ້ຊິດຕິດແທດ,ອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ວຽກງານຕ່າງໆ, ພ້ອມທັງໃຫ້ຊ່ວຍແກ້ໄຂບັນຫາທີ່ອາດຈະເກີດຂຶ້ນ ຢູ່ພາຍໃນເຂດໂລຊິດສະຕິກ ເພື່ອເຮັດໃຫ້ການດຳເນີນວຽກງານຕ່າງໆໂລ່ງລ່ຽນ, ເດີນແມ່ນແລ່ນສະດວກ

ພ້ອມທັງໃຫ້ລັດຖະບານ ອອກນິຕິກຳ ເພື່ອຄຸ້ມຄອງເຂດໂລຊິດສະຕິກ ດັ່ງກ່າວ. ພ້ອມນັ້ນ, ທ່ານຍັງສະເໜີໃຫ້ ພາກສ່ວນທີ່ກ່ຽວຂ້ອງຊຸກຍູ້, ສົ່ງເສີມການຂົນສົ່ງສິນຄ້າຜ່ານເສັ້ນທາງລົດໄຟລາວ-ຈີນ ໃຫ້ມີຄວາມໂລ່ງລ່ຽນຂຶ້ນກວ່າເກົ່າ.

ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມ ໂຄງການກໍ່ສ້າງພິພິທະພັນ ສິລະປະລາວສະໄໝໃໝ່ ຢູ່ເມືອງໄຊທານີ ແລະ ລົງຊຸກຍູ້ການຜະລິດກະສິກຳ ຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ