ປະ​ທານ​ປະ​ເທດ​ຢ້ຽມ​ຊົມ​ສວນໝາກໄມ້ຢູ່ເມືອງນ້ຳບາກ ຫລວງ​ພະ​ບາງ

SA Game

Media Laos

 ທ່ານ ທອງລຸນ ສີສຸລິດ ເຄື່ອນໄຫວຊຸກຍູ້ການປູກຕົ້ນໄມ້ໃຫ້ໝາກ ຂອງປະຊາຊົນເມືອງນ້ຳບາກ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະການນໍາຂັ້ນສູງກາງ ແລະ ການນໍາແຂວງຫລວງພະບາງ, ຫົວໜ້າພະແນກການ-ກົມກອງ ກ່ຽວຂ້ອງຂອງແຂວງ ໄດ້ເຄື່ອນໄຫວຢ້ຽມຢາມ ຊຸກຍູ້ການປູກຕົ້ນໄມ້ໃຫ້ໝາກ ຂອງປະຊາຊົນ ບ້ານ ນໍ້າງາ ເມືອງນ້ຳບາກ ແຂວງ ຫລວງພະບາງໃນວັນທີ 5 ສີງຫາ 2022 ນີ້ ໂດຍສະເພາະການປູກໝາກເງາະ ແລະໝາກສົ້ມຂຽວຂອງ ທ່ານ ເພັງ ບ້ານນ້ຳງາ

ໂດຍນຳໃຊ້ເນື້ອທີ່ 2 ກ່ວາເຮັກຕ່າ ປູກໝາກເງາະປະມານ 250 ຕົ້ນ ແລະປູກໝາກສົ້ມຂຽວປະມານ 200 ຕົ້ນ, ໃນນັ້ນ ໝາກສົ້ມຂຽວພວມເລີ້ມໃຫ້ຜົນຜະລິດ, ສ່ວນໝາກເງາະ ແມ່ນໄດ້ໃຫ້ຜົນຜະລິດແລ້ວ 7 ປີ ສະເລ່ຍລາຍຮັບປະມານ 75 ລ້ານກີບຕໍ່ປີ

ສຳລັບຂອດການຈຳໜ່າຍແມ່ນມີຄວາມສະດວກຫຼາຍ ຍ້ອນມີແມ່ຄ້າມາຊື້ກັບສວນ, ສ່ວນໃຫຍ່ແມ່ນແມ່ຄ້າຈາກແຂວງຫຼວງນ້ຳທາມາເກັບຊື້.

SA Game
Media Laos

ໂອກາດດັ່ງກ່າວນີ້ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ກັບປະຊາຊົນ ຂົງເຂດດັ່ງກ່າວ ໂດຍສະເພາະ ກໍແມ່ນຄອບຄົວຂອງທ່ານ ເພັງ ບ້ານນໍ້າງາ ທີ່ເປັນແບບຢ່າງໃນການປູກຝັງ ທັງຕົ້ນໄມ້ໃຫ້ໝາກ ແລະ ການປູກເຂົ້າຕາມລະດູຈົນໄດ້ຮັບຜົນດີ.

ພ້ອມດຽວກັນນີ້ ກໍໄດ້ຊີ້ນໍາໃຫ້ອົງການປົກຄອງແຂວງ,ເມືອງ ເພື່ອຊີ້ນໍາພະນັກງານວິຊາການ ລົງຕິດຕາມໃກ້ສິດ ໃນການພັດທະນາ ດ້ານກະສິກໍາ ແລະປ່າໄມ້ຢູ່ເຂດຮາກຖານ ໃຫ້ປະຊາຊົນໄດ້ຮັບການຊຸກຍູ້ສົ່ງເສີມ ການປູກ-ການລ້ຽງ ຜະລິດເປັນສິນຄ້າ ທີ່ມີຄຸນນະພາບ ສ້າງລາຍໄດ້ໃຫ້ຄອບຄົວຫຼາຍຂຶ້ນ

ສຸມໃສ່ການຄົ້ນຄ້ວາທ່າແຮງຢູ່ພາຍໃນເມືອງ ເພື່ອພັດທະນາການປູກຕົ້ນໄມ້ໃຫ້ໝາກແບບມູນເຊື້ອ ໃຫ້ກາຍເປັນການນຳໃຊ້ເຕັກນິກ, ໂດຍນຳພາປະຊາຊົນເຮັດຕົວຈີງ ແລະຊ່ວຍປະຊາຊົນຜູ້ມີເງື່ອນໄຂໃຫ້ໄດ້ຮັບການສຶກສາ ຮຽນຮູ້ເຕັກນິກອັນໃໝ່ ກັບຜູ້ທີ່ປະສົບຜົນສຳເລັດແລ້ວ ແນໃສ່ເຮັດໃຫ້ເມືອງນ້ຳບາກ ໄດ້ຮັບການພັດທະນາຂື້ນຕື່ມອີກບາດກ້າວໜື່ງ.

SA Game
Media Laos

ສຳລັບ 6 ເດືອນຕົ້ນປີນີ້ ທົ່ວເມືອງນ້ຳບາກ ມີຜະລິດຕະພັນທາງດ້ານກະສິກຳ ແລະ ປ່າໄມ້ 86 ຕື້ 505 ລ້ານກີບ ກວມເອົາ 11,42% ຂອງລວມຍອດຜະລິດຕະພັນພາຍໃນ, ສະເພາະການປູກໝາກກ້ຽງ ເຊີ່ງເປັນພືດທີ່ເປັນມູນເຊື້ອ ແລະເປັນສີນຄ້າຫຼັກຂອງເມືອງ ປະຈຸບັນມີເກືອບ 730 ເຮັກຕ່າ ໃນນັ້ນ ໃຫ້ຜົນແລ້ວຫຼາຍກ່ວາ 575 ເຮັກຕ່າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Media Laos