ປະທານປະເທດພ້ອມຄະນະລົງຊີ້ນຳຜູ້ປະກອບການຢູ່ແຂວງວຽງຈັນ

SA Game

Sourioudong Sundara

ປະທານປະເທດຢ້ຽມຢາມຜູ້ປະກອບການໃນການຜະລິດ-ທຸລະກິດ ຢູ່ແຂວງວຽງຈັນ

ຕອນເຊົ້າວັນທີ 14 ມິຖຸນາ 2022, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປລາວ ພ້ອມດ້ວຍຄະນະໄດ້ລົງຕິດຕາມ, ຊຸກຍູ້ ແລະ ຊີ້ນໍາອົງການປົກຄອງທ້ອງຖິ່ນ ກໍຄືຜູ້ປະກອບການໃນການຜະລິດ-ທຸລະກິດ ຢູ່ແຂວງວຽງຈັນ.

(1) ປະທານປະເທດ ພ້ອມຄະນະ ໄດ້ໄປຢ້ຽມຢາມ ຟາມງົວຊີ້ນ ນ້ຳເພັດຈະເລີນຊັບ:

1. ຟາມດັ່ງກ່າວຕັ້ງຢູ່ບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ, ສ້າງຕັ້ງຂຶ້ນໃນປີ 2019 ແລະ ມີເນື້ອທີ່ 12 ເຮັກຕາ;

2. ໃນນີ້ໄດ້ແບ່ງອອກເປັນເນື້ອທີ່ຫ້ອງການສຳນັກງານ, ເຮືອນຮົ່ມປູກຜັກອິນຊີແບບໂຮໂດຣໂປນິກ 18 ຫລັງ, ໜອງປາ 08 ໜອງ, ສ່ວນທີ່ຍັງເຫລືອແມ່ນໂຮງເຮືອນເກັບອາຫານສັດ, ຄອກລ້ຽງງົວພໍ່ແມ່ພັນ, ງົວອະນຸບານ, ງົວລຸ້ນ ແລະ ງົວທອມ;

3. ເປົ້າໝາຍຂອງບໍລິສັດ ນໍ້າເພັດຈະເລີນຊັບ ແມ່ນນຳເຂົ້າພັນງົວຊີ້ນສາຍເລືອດ 100% ເພື່ອນຳມາຂະຫຍາຍພັນ, ທອມງົວ ເພື່ອໃຫ້ໄດ້ຊີ້ນງົວຄຸນນະພາບສູງ, ຜະລິດ ແລະ ຈຳໜ່າຍນ້ຳເຊື້ອງົວຊີ້ນພັນດີ;

SA Game
Sourioudong Sundara

4. ປັບປຸງພັດທະນາແນວພັນງົວຕານປ່ຽວ 01, ພັນງົວທີ່ນຳເຂົ້າມາມີສາຍພັນບຣາມັນ, ແອງກັສ ແລະ ຊາໂຣແລ ສາຍເລືອດ 100%, ພາຍໃນຟາມຈະນໍາໃຊ້ເຕັກໂນໂລຊີ ເພື່ອສ້າງຟາມຕາມມາດຖານຂອງອາຊຽນ;

5. ຂະຫຍາຍພັນສັດ ດ້ວຍວິທີການປະສົມພັນທຽມ ແລະ ຝາກໂຕອ່ອນ, ຈັດການຟາມຕາມຫລັກວິຊາການລ້ຽງສັດທີ່ເໝາະສົມ, ປະຕິບັດມາດຕະການດ້ານນິຕິກຳ ແລະ ວິຊາການຢ່າງເຄັ່ງຄັດ;

6. ບໍລິສັດ ນໍ້າເພັດຈະເລີນຊັບ ສ້າງຕັ້ງຟາມລ້ຽງງົວດັ່ງກ່າວຂຶ້ນ ໂດຍໄດ້ວາງວິໄສທັດໄວ້ວ່າ: “ບຸກເບີກການຜະລິດງົວຊີ້ນສາຍເລືອດ 100% ຂອງ ສປປລາວ ໄປສູ່ມາດຕະຖານສາກົນ”;

7. ປັດຈຸບັນ ຟາມລ້ຽງງົວຊີ້ນ ນໍ້າເພັດຈະເລີນຊັບ ມີງົວທັງໝົດ 288 ໂຕ, ມູນຄ່າ 21 ຕື້ກີບ ແລະ ມີແຜນເພີ່ມໃຫ້ບັນລຸ 205 ຕື້ກີບ, ເພີ່ມເນື້ອທີ່ຈາກ 12 ເຮັກຕາໃນປັດຈຸບັນ ໃຫ້ບັນລຸ 120 ເຮັກຕາ;

8. ເພີ່ມແມ່ພັນ 1.200 ແມ່ ຫລື ສ້າງຝູງງົວຈາກທີ່ມີປັດຈຸບັນໃຫ້ບັນລຸ 2.700 ໂຕ, ທອມງົວ ເພື່ອການຜະລິດຊີ້ນງົວຄຸນນະພາບສູງທົດແທນການນຳເຂົ້າ 2.000 ໂຕຕໍ່ປີ ແລະ ຈຳໜ່າຍພໍ່ພັນ-ແມ່ພັນງົວທີ່ດີ ບໍ່ຕ່ຳກວ່າ 800 ໂຕຕໍ່ປີ;

9. ຜະລິດ ແລະ ຈໍາໜ່າຍນ້ຳເຊື້ອງົວພັນດີ ສະໜອງໃຫ້ແກ່ກະສິກອນທົ່ວປະເທດ ແລະ ຄາດຄະເນຈະສາມາດຜະລິດງົວໃນລະດັບ 29.428 ໂຕ ພາຍໃນ 10 ປີ, ນໍ້າໜັກສັດບໍ່ຕໍ່າກວ່າ 20.500 ໂຕນ, ລວມມູນຄ່າປະມານ 700 ຕື້ກີບ;

SA Game
Sourioudong Sundara

(2). ປະທານປະທດ ທອງລຸນ ສີສຸລິດ ໄດ້:

1. ສະແດງຄວາມຊົມເຊີຍ ແລະ ຍ້ອງຍໍມາຍັງ ບໍລິສັດນໍ້າເພັດຈະເລີນຊັບ ທີ່ຕັດສິນໃຈລົງທຶນເຂົ້າໃສ່ວຽກງານກະສິກຳປູກຝັ່ງ ແລະ ລ້ຽງສັດ ພ້ອມມີວິໄສທັດສຳຄັນແມ່ນຄວາມມັກຮັກທີ່ຈະພັດທະນາ;

2. ໂດຍສະເພາະການຕັດສິນໃຈນຳງົວພັນຊີ້ນສາຍເລືອດ 100% ເຂົ້າມາລ້ຽງ ແລະ ຂະຫຍາຍພັນພາຍໃນຟາມ;

3. ພ້ອມນັ້ນ, ໄດ້ເນັ້ນໃຫ້ ບໍລິສັດ ເອົາໃຈໃສ່ສົ່ງເສີມປະຊາຊົນທີ່ຢູ່ອ້ອມຂ້າງໃຫ້ມີສ່ວນຮ່ວມໃນການປູກຝັງເຊັ່ນ: ການປູກຫຍ້າ, ປູກສາລີ, ປູກຜັກປອດສານພິດ, ເມື່ອການລ້ຽງສັດຂະຫຍາຍຕົວດີໃນອະນາຄົດ ໃຫ້ ບໍລິສັດ ເອົາໃຈໃສ່ສົ່ງອອກຜະລິດຕະພັນຊີ້ນງົວເປັນຫລາຍຮູບແບບເພື່ອສ້າງມູນຄ່າເພີ່ມ;

(3). ຈາກນັ້ນ, ປະທານປະເທດກໍໄປຢ້ຽມຢາມຄອບຄົວຕົວແບບປູກໝາກແຕງເມລອນ ຢູ່ບ້ານໄຮ່ຢອນ ເມືອງທຸລະຄົມ ແຂວງວຽງຈັນ:

1. ຄອບຄົວຂອງ ທ້າວ ວິໄລພອນ ອິນທະວົງ ໄດ້ເລີ່ມທົດ ລອງປູກມາແຕ່ຕົ້ນປີ 2018 ດ້ວຍທຶນຕົວເອງໃຊ້ເງິນ 02 ລ້ານກີບ ແລະ ທົດລອງປູກແບບໃຊ້ໄມ້ໄຜ່ເປັນໂຄງປູກ ແລະ ທ້າຍປີ 2018 ໄດ້ຂາຍໝາກແຕງ 700 ກິໂລ;

2. ເມື່ອເຫັນວ່າມີຜົນຕອບຮັບທີ່ດີ, ປີ 2019-2020 ທາງຄອບຄົວຈຶ່ງຕັດສິນໃຈປຸກໂຮງເຮືອນ 08 ຫລັງ ແລະ ປີ 2021 ໄດ້ຂະຫຍາຍໂຮງເຮືອນ ອອກເປັນ 15 ຫລັງ ສະເລ່ຍຫລັງໜຶ່ງມີມູນຄ່າປະມານ 35 ລ້ານກີບ;

3. ສ່ວນການຂາຍຜົນຜະລິດສະເລ່ຍ ເດືອນລະ 2.000 ກິໂລກຣາມ, ຂາຍສົ່ງກິໂລລະ 20.000 ກີບ. ປັດຈຸບັນມີປະຊາ ຊົນພາຍໃນເມືອງຈໍານວນໜຶ່ງ ມາຖອດຖອນບົດຮຽນໃນການປູກໝາກແຕງເມລອນ (ຂໍ້ມູນ ຂ່າວປະຈຳວັນ ເມືອງທຸລະຄົມ).

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Sourioudong Sundara