ປະກາດຮັບຮອງ ບ້ານປາກເຫືອງ ແລະ ນາຫັນ ເປັນບ້ານພັດທະນາຮອບດ້ານ

SA Game

ພາບ: laodaily.com

ເມືອງບໍລິຄັນ ສ​ປ​ປ ລາວ ປະກາດຮັບຮອງ ບ້ານປາກເຫືອງ ແລະ ບ້ານນາຫັນ ເປັນບ້ານພັດທະນາຮອບດ້ານ.

ເມືອງ​ບໍ​ລິ​ຄັນ​ເປັນ​ເມືອງ​ໜຶ່ງ​ທີ່​ກຳ​ລັງ​ພັດ​ທະ​ນາ ແລະ ເປັນ​ເມືອງ​ທີ່​ມີ​ຄວາມ​ສວຍ​ງາມ​ທາງ​ດ້ານ​ທຳ​ມະ​ຊາດ ແລະ ໃນ​ວັນທີ 23 ມິຖຸນາ 2021 ຢູ່ທີ່ບ້ານ ປາກເຫືອງ, ຈາກແຫລ່ງຂ່າວຈາກແຂວງບໍລິຄຳໄຊ ໃຫ້ຮູ້ວ່າ:

ໄດ້ມີພິທີປະກາດບ້ານ ປາກເຫືອງ ແລະ ບ້ານ ນາຫັນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ເປັນບ້ານພັດທະນາຮອບດ້ານບ້ານທີ 37 ແລະ 38 ຂອງເມືອງບໍລິຄັນ.

ໂດຍມີ ທ່ານ ວັນວິໄລ ແດນພູຫລວງ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຂັ້ນແຂວງ, ທ່ານ ວັນເລີນ ປູ້ຍໄມນີ ເລຂາພັກເມືອງ, ເຈົ້າເມືອງບໍລິຄັນ, ມີຄະນະກຳມະການກວດກາ ການສ້າງບ້ານພັດທະນາຮອບດ້ານຂັ້ນແຂວງ, ຂັ້ນເມືອງ, ມີອຳນາດການປົກຄອງບ້ານ ແລະ ພໍ່ແມ່ນປະຊາຊົນທັງສອງບ້ານ ເຂົ້າຮ່ວມ.

SA Game
ພາບ: ຂ​ປ​ລ.

ທ່ານ ໝອນ ອິນທິເສນ ຫົວໜ້າຫ້ອງກະສິກຳ ແລະ ປ່າໄມ້ເມືອງບໍລິຄັນ, ຄະນະກຳມະການກວດກາ ການສ້າງບ້ານພັດທະນາຮອບດ້ານຂັ້ນເມືອງ ໄດ້ສະຫລຸບຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດວຽກງານຮອບດ້ານ ການລົງຊຸກຍູ້, ຕິດຕາມ ການສ້າງບ້ານ ພັດທະນາຮອບດ້ານທັງ 2 ບ້ານຕະຫລອດໄລຍະຜ່ານມາ, ໃນນັ້ນຄະນະຮັບຜິດຊອບຂັ້ນເມືອງ ໄດ້ສົມທົບກັບອຳນາດການປົກຄອງຂັ້ນບ້ານ ໄດ້ນຳເອົາກົດໝາຍ, ຄຳສັ່ງຂອງຂັ້ນເທິງ,ນິຕິກຳຂອງແຂວງ, ຂອງເມືອງ ລົງເຜີຍແຜ່ ໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ ແລະ ໄດ້ເກັບກຳຂໍ້ມູນທາງດ້ານເສດຖະກິດ-ສັງຄົມ ຂອງພໍ່ແມ່ປະຊາຊົນໃນແຕ່ລະຄອບຄົວທັງ 2 ບ້ານ.

ຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍລວມແລ້ວເຫັນວ່າປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດມີຄວາມຕື່ນຕົວປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດສັງຄົມຂອງບ້ານ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂື້ນເປັນກ້າວໆ ເຮັດໃຫ້ຄວາມທຸກຍາກໄດ້ຮັບການແກ້ໄຂ, ມີຄອບຄົວຕົວແບບໃນດ້ານຕ່າງໆເຊັ່ນ:

ການປູກພືດ, ລ້ຽງສັດ ແລະ ຫັດຖະກໍາ ສ້າງລາຍໄດ້ເຂົ້າສູ່ຄອບຄົວ ກາຍເປັນຄອບຄົວພັດທະນາຫລາຍຂຶ້ນ, ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ມີຄວາມສາມັກຄີຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ, ກຳລັງ ປກຊ-ປກສ ບ້ານ ມີຄວາມເຂັ້ມແຂງໜັກແໜ້ນ, ປະກົດການຫຍໍ້ທໍ້ໄດ້ຮັບການແກ້ໄຂຫລຸດລົງເທື່ອລະກ້າວ.

ໂອກາດນີ້, ທ່ານ ວັນວິໄລ ແດນພູຫລວງ ກໍໄດ້ຍ້ອງຍໍຊົມເຊີຍຜົນງານຄະນະກຳມະ ການກວດກາ ການສ້າງບ້ານພັດທະນາຮອບດ້ານຂັ້ນແຂວງ, ຂັ້ນເມືອງ ທີ່ສາມາດປະຕິບັດສຳເລັດໜ້າທີ່, ພ້ອມນັ້ນຈະຕ້ອງໄດ້ລົງຊຸກຍູ້, ຕິດຕາມເປັນປົກກະຕິ, ອຳນາດການປົກຄອງຂັ້ນບ້ານ ຈະຕ້ອງໄດ້ເປັນເຈົ້າການໃນການເຕົ້າໂຮມ ຄວາມສາມັກຄີປອງດອງປະຊາຊົນເປັນປຶກແຜ່ນ.

ຫັນການຜະລິດໃຫ້ຫລາຍກາຍເປັນສິນຄ້າ, ສ້າງລາຍຮັບໃຫ້ກັບຄອບຄົວ, ຮັກສາມູນເຊື້ອຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ, ເຊີດຊູນ້ຳໃຈຮັບຜິດຊອບອັນສູງສົ່ງ ຕໍ່ກັບໜ້າທີ່ການເມືອງຂອງຕົນ, ສຸມທຸກສະຕິປັນຍາ, ເຫື່ອແຮງ, ທ່າແຮງອັນບົ່ມຊ້ອນທີ່ມີຢູ່ພື້ນທີ່ຂອງຕົນ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສ້າງສາພັດທະນາບ້ານເມືອງ ຂອງພວກສະຫາຍໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ.