ບົດບາດຂອງລາວກັບການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ

SA Game

ກົມການຂ່າວ, ກະຊວງການຕ່າງປະເທດ

ບົດບາດ ແລະ ຄວາມສຳຄັນຂອງ ສ​ປ​ປ ລາວ ໃນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ

ໃນວັນທີ 18 ມັງກອນ 2023 ທີ່ ແຂວງຊຽງຂວາງ, ກົມເສດຖະກິດ, ກະຊວງການຕ່າງປະເທດ ຮ່ວມກັບ ສູນຮ່ວມມືອາຊຽນ-ຍີ່ປຸ່ນ(AJC) ຈັດກອງປະຊຸມສໍາມະນາ ໃນຫົວຂໍ້: “ຄວາມສໍາຄັນ ແລະ ບົດບາດຂອງ ສປປ ລາວ ໃນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ໃນສະພາບການປັດຈຸບັນ”.

ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນໂຮມ ເທດທານີ ປະທານສະພາປະຊາ ຊົນແຂວງ ແລະ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີ ບັນດາພະແນກການກ່ຽວຂ້ອງ, ພາກທຸລະກິດ, ວິທະຍາໄລພາຍໃນແຂວງ ເຂົ້າຮ່ວມ

ການຈັດສໍາມະນາໃນຄັ້ງນີ້, ກໍເພື່ອສົ່ງເສີມທັກສະທາງດ້ານຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງ ສປປ ລາວ ໃນວຽກງານການເຊື່ອມໂຍງເສດຖະກິດ ພາກພື້ນ ແລະ ສາກົນ

SA Game
ກົມການຂ່າວ, ກະຊວງການຕ່າງປະເທດ

ໂດຍສະເພາະທ່າອ່ຽງ ແລະ ສິ່ງທ້າທາຍຕ່າງໆ ທີ່ສົ່ງຜົນກະທົບທາງດ້ານການຄ້າພາຍໃນ ແລະ ການສົ່ງອອກ, ວຽກງານດຶງດູດການລົງທຶນຕ່າງປະເທດ, ການຄ້າຊາຍແດນກັບປະເທດເພື່ອນບ້ານ, ວຽກງານສົ່ງເສີມການທ່ອງທ່ຽວ ຕໍ່ສະພາບການທີ່ເສດຖະກິດມີຄວາມຝືດເຄືອງໃນປັດຈຸບັນ ໃຫ້ ແກ່ບັນດາພະນັກງານພາກລັດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ຂະແໜງການສຶກສາ ແລະ ພາກທຸລະກິດຂອງແຂວງ ເພື່ອຈະໄດ້ພ້ອມກັນກໍານົດທິດທາງ ແລະ ວິທີແກ້ໄຂຮ່ວມກັນໃນຕໍ່ໜ້າແນໃສ່ການຊຸກຍູ້ເສດຖະກິດ ຂອງ ສປປ ລາວ ໃຫ້ຟື້ນໂຕກັບຄືນສູ່ສະພາບປົກກະຕິໂດຍໄວ.

ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍຈາກນັກວິທະຍາກອນທີ່ມາຈາກ ພາກສ່ວນຕ່າງໆໃນຫລາຍຫົວຂໍ້ທີ່ປິ່ນອ້ອມຫົວຂໍ້ຫລັກຂອງການສໍາມະນາ, ພ້ອມທັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍການເຊື່ອມໂຍງເສດຖະກິດ ກັບພາກພື້ນ ແລະ ສາກົນ ຂອງ ສປປ ລາວ ໃນສະພາບປັດຈຸບັນ ແລະ ໄດ້ມີການສະເໜີແນະບາງວິທີການ ແລະ ມາດຕະການໃນການສືບຕໍ່ດໍາເນີນນະໂຍບາຍດັ່ງກ່າວໃນຕໍ່ໜ້າ

ໂດຍສະເພາະແມ່ນການປະກອບ ສ່ວນຂອງຂະແໜງການກ່ຽວຂ້ອງຂັ້ນທ້ອງຖິ່ນ ແລະ ການພັດທະນາຂີດຄວາມສາມາດຂອງພະນັກງານ ເພື່ອປັບຕົວເຂົ້າກັບສະພາບເສດຖະກິດໃນປັດຈຸບັນ ແລະ ໃຫ້ທັນຍຸກສະໄໝແຫ່ງການເຊື່ອມໂຍງ ກໍຄື ຍຸກສະໄໝແຫ່ງການປະຕິວັດອຸດສະຫະກຳ ຄັ້ງທີ 4 ລວມທັງການນໍາເອົາເນື້ອໃນ ແລະ ຂໍ້ມູນໃນການສໍາມະນາຄັ້ງນີ້ ໄປຜັນຂະຫຍາຍເຂົ້າໃນຂົງເຂດວຽກງານຂອງຕົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກົມການຂ່າວ, ກະຊວງການຕ່າງປະເທດ