ບຸນເສັນເຮືອນ ຮີດ​ຄອງ​ປະ​ເພ​ນີ​ອັນ​ສວຍ​ງາມ​ຂອງ​ເຜົ່າ​ໄ​ຕ໋ດຳ

SA Game

ອິນ​ໄຊ​ລາວ

ບຸນເສັນເຮືອນ ອີກໜຶ່ງປະເພນີທີ່​ຄຽງ​ຄູ່​ກັນ​ກັບເຜົ່າໄຕ໋ດຳມາ​ຢ່າງ​ດົນ​ນານ

ລູກ​ຫລານ​ຂອງ​ເຜົ່າ​ໄຕ໋​ດຳ​ຖື​ວ່າ​ຍັງ​ຮັກ​ສາ​ຮີດ​ຄອງ​ປະ​ເພ​ນີ​ເສັນ​ເຮືອນ​ນີ້​ມາ​ໄດ້​ຢ່າງ​ດີ​ຫລາຍ, ເຊິງເພື່ອໃຫ້ຜີເຮືອນຂອງຕົນໄດ້ມາຮັບເຄື່ອງຫວ້າຍຈາກລູກຫຼານ ເປັນການສະແດງອອກເຊິ່ງຄວາມກະຕັນຍູ ລະນຶກເຖິງພະຄຸນບັນພະບູລຸດຜູ້ທີ່ລ່ວງລັບໄປແລ້ວ ເຊື່ອກັນວ່າ ເມື່ອໄດ້ຈັດພິທີເສັນເຮືອນກັນແລ້ວຜີເຮືອນຈະປົກປ້ອງຄຸ້ມຄອງຮັກສາຕົນ ແລະຄອບຄົວໃຫ້ມີຄວາມສຸກຈະເລີນກ້າວໜ້າທຳມາຄ້າຂາຍຂຶ້ນ.

ພິທີເຮັດບຸນເສັນເຮືອນ ເປັນປະເພນີຄວາມເຊື່ອກ່ຽວກັບຜີ, ວິນຍານບັນພະບູລຸດຂອງ ຊົນເຜົ່າໄຕ໋ດຳ ເຊິ່ງເປັນພິທີກຳທີ່ຈັດຂຶ້ນເພື່ອຜີເຮືອນ ໄດ້ແກ່: ຜີພໍ່ແມ່, ປູ່ຍ່າ, ຕາຍາຍ ທີ່ລ່ວງລັບໄປແລ້ວ ແລະໄດ້ເຮັດພິທີເອົາຜີຂຶ້ນເຮືອນ ໂດຍຈັດໃຫ້ວາງໄວ້ຢູ່ມຸມໃດມຸມໜຶ່ງຂອງຫ້ອງ ຕາມປົກກະຕິ ບ່ອນນັ້ນຈະມີແກ້ວນ້ຳຕັ້ງຢູ່. ການຈັດ ບຸນເສັນເຮືອນ ຈະມີທຸກໆ 3-5 ປີ ແລ້ວແຕ່ຄວາມສະດວກຂອງຄອບຄົວ ຖ້າຫາກຄອບຄົວໃດອ່າວມີຖານະດີແດ່ ກໍເຮັດທຸກປີ ຍິ່ງເປັນການດີ.

SA Game
DooDiDo

ຂະບວນການ ແລະພິທີກຳ: ພິທີເສັນເຮືອນສ່ວນຫຼາຍເຂົ້າຈະມັກຈັດຂຶ້ນໃນຊ່ວງເດີອນ 2 ຫາເດືອນ 5 ຂອງທຸກໆປີ. ຜີໃນຕະກຸນດຽວກັນເຂົາຈະເອີ້ນວ່າ: “ສີ່ງດຽວກັນ” ຜີເຮືອນຄືຜີທີ່ຕາຍຢູ່ໃນເຮືອນທີ່ເຂົາເຈົ້າເຮັດພິທີເອົາຜີຂຶ້ນເຮືອນແລ້ວ. ທຸກເຮືອນຈະມີລາຍຊື່ຂອງຜີປະຈຳເຮືອນເອີ້ນວ່າ ປັບຜີເຮືອນ ໄວ້ເອີ້ນໃນມື້ເສັນເຮືອນໝໍເສັນຈະນຳປັບຜີເຮືອນມາອ່ານລາຍຊື່ຜີເຮືອນມາໃຫ້ຮັບຂອງຫວ້າຍທີ່ລະໜຶ່ງຕົນ.

ການດຳເນີນການຫຍັງຕ່າງໆຈະເປັນໜ້າທີ່ຂອງໝໍເສັນ ນອກຈາກໝູແລ້ວອາຫານທີ່ນຳໄປໃສ່ພາເສັນທີ່ສຳຄັນປະກອບດ້ວຍ: ເຂົ້າໜົມຕ່າງໆໄດ້ແກ່: ເຂົ້າໝົມທີ່ຂາຍໃນຕະຫຼາດທົ່ວໄປ, ເຂົ້າຕົ້ມມັດ, ມັນຕົ້ນ, ເຜືອກ ແລະໝາກໄມ້ຕາມລະດູການ ສ່ວນຂອງຄາວຈະປະກອບໄປດ້ວຍໄກ່ຕົ້ມທີ່ຕ້ອງຕົ້ມໃຫ້ສຸກທັງໂຕ, ປາປິ້ງ, ກ້ອຍປາ, ລາບປາ, ລາບຊິ້ນຄວາຍ, ປາສົ້ມ, ຊຸບຜັກ ແລະອື່ນໆ. ອີກຢ່າງໜຶ່ງທີ່ຂາດບໍ່ໄດ້ກໍຄືເຫຼົ້າຂາວ, ເງິນຄຳ, ເຄື່ອງນຸ່ງໃໝ່ໆບໍ່ວ່າປະເປັນເສື້ອ, ໂສ້ງ, ສິ້ນ. ຫຼັງຈາກເຄື່ອງລະກອບການຄົບແລ້ວໝໍຕ່າມກໍ່ຈະເລີມພິທີການເລີຍ.

SA Game
ອິນ​ໄຊ​ລາວ

ຊົນເຜົ່າໄຕ໋ດຳກໍ່ເປັນອີກຊົນເຜົ່າໜຶ່ງທີ່ອາໄສຢູ່ຫຼາຍໃນຫຼວງນ້ຳທາ ທີມີຮິດຄອງປະເພນີເປັນເອກະລັກສະເພາະເຜົ່າ ເປັນຊົນເຜົ່າທີ່ຖືສາສະໜາຜີ ແລະລ້ຽງຜີເຮືອນ ເຊິ່ງບຸນເສັນເຮືອນຈະໄດ້ຈັດຂຶ້ນໃນມື້ ປາດຕຣົ່ງ ມື້ໃດທີມື້ເໝາະ ແລະເຮົາພ້ອມ. ນອກຈາກບຸນເສັງເຮືອນແລ້ວຍັງມີພິທີກຳອື່ນໆອີກເຊັ່ນ: ການປາຕຣົ່ງເຂົ້າໃໝ່ເວລາໄດ້ເຂົ້າໃໝ່, ການເສັນຄົນປ່ວຍ, ການເບິ່ງເສື້ອ ແລະການສູ່ຂວັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ.