ບຸ​ນ​ບັ້ງ​ໄຟ​ຂອງ​ເມືອງ​ປາກ​ລາຍໄດ້​ຈັດ​ຂື້ນ​ຢ່າງ​ຄືກ​ຄື້ນມ່ວນ​ຊື່ນ

SA Game

News.XBL

ພິທີເປີດງານບຸນບັ້ງໄຟເມືອງປາກລາຍແຂວງໄຊຍະບູລີ ງານບຸນບັ້ງໄຟປະຈໍາປີ2023.

ບຸ​ນ​ບັ້ງ​ໄຟ​ຂອງ​ເມືອງ​ປາກ​ລາຍ​ປີ​ນີ້ ແມ່ນ ບ້ານ ສີສະຫວ່າງ ເປັນເຈົ້າພາບ ພິທີເປີດງານບຸນບັ້ງໄຟປະຈໍາປີ 2023 ຂອງເມືອງປາກລາຍແຂວງໄຊຍະບູລີໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 5 ພຶດສະພາ 2023 ນີ້ ທີ່ເດີນທ່າເຮືອຂອງເມືອງເຊິ່ງປີນີ້ແມ່ນໃຫ້ກຽດເຂົ້າຮ່ວມໃນງານຄັ້ງນີ້ມີທ່ານ ກອງສີ ວົງສີ ເຈົ້າເມືອງໆປາກລາຍ,ມີຄະນະນໍາຂອງເມືອງ ອໍານາດການປົກຄອງບ້ານ ນັກທຸລະກິດ ຜູ້ປະກອບການ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນເມືອງເຂົ້າຮ່ວມຢ່າງມ່ວນຊຶ່ນ.

ທ່ານ ກອງແກ້ວ ເຂັມດີ ນາຍໆບ້ານສີສະຫວ່າງໃນນາມປະທານຈັດງານບຸນໄດ້ກ່າວວ່າ: ການຈັດງານບຸນບັ້ງໄຟປະຈໍາປີ2023ນີ້ແມ່ນບໍ່ໄດ້ມີການແຂ່ງຂັນບັ້ງໄຟຄືກັບປີຜ່ານມາ ເປັນການຈູດບູຊາຕາມຮິດຄອງ ເຊິ່ງບັ້ງໄຟທີ່ມາຈູດໃນຄັ້ງນີ້ແມ່ນມາຈາກຄະນະນໍາຂອງເມືອງ ຕາງໜ້າສໍານັກງານ ຫ້ອງການ ນັກທຸລະກິດ ຜູ້ປະກອບການ ແລະ ບ້ານເທດສະບານເມືອງ

SA Game
News.XBL

ພາຍໃນງານໄດ້ຈັດໃຫ້ມີຫຼາຍກິດຈະກໍາເປັນຕົ້ນການວາງສະແດງຂາຍສິນຄ້າອຸປະໂພກບໍລິໂພກ,ງານສະແດງສິນລະປະ ແລະ ງານດົນຕີເສບງັນຢ່າງຄຶກຄື້ນ ຈຸດປະສົງຂອງການຈັດງານບຸນບັ້ງໄຟໃນຄັ້ງນີ້ ກໍເພຶ່ອເປັນການອານຸລັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງຊາດກໍ່ຄືຂອງທ້ອງຖິ່ນຊາວເມືອງປາກລາຍ ຕາມຄວາມເຊື່ອຂອງຊາວພຸດທະສາ ສະນິກະຊົນ ການເຮັດບຸນບັ້ງໄຟກໍ່ເພື່ອເປັນການຈູດບູຊາຂໍຟ້າຂໍຝົນເຂົ້າໃນການຜະລິດລະດູປີ

SA Game
News.XBL

ທັງເປັນການຜູກແໜັ້ນຄວາມສາມັກຄີ ລະຫວ່າງອົງການປົກຄອງ ພະນັກງານ ທະຫານ ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ນັບມື້ນັບເປັນປຶກແຜ່ນແໜ້ນໜາ ເພື່ອດຶງດູດຄວາມສົນໃຈແກ່ແຂກທັງພາຍໃນ ແລະ ຕ່າງປະເທດ ໃຫ້ຮັບຮູ້ ແລະ ເຂົ້າມາທຽ່ວງານບຸນ ສ້າງເງື່ອນໄຂໃຫ້ແກ່ນັກລົງທຶນມາດໍາເນີນທຸລະກິດ ການຄ້າ,ການບໍລິການທ່ອງທ່ຽວໃຫ້ນັບມື້ນັບຫຼາຍຂື້ນ ແນໃສ່ສ້າງສາພັດທະນາເມືອງປາກລາຍໃຫ້ເປັນເມືອງເຂັ້ມແຂງຮອບດ້ານ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: News.XBL