ບຸນຊ່ວງເຮືອທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ປີ 2022

SA Game

Houmphet MANISOUK

ຈະມີເຮືອເຂົ້າຮ່ວມບຸນຊ່ວງເຮືອທີ່ທ່າວັດຈັນ 38 ລໍາໃນງານບຸນອອກພັນສາປະວໍຣະນາປີ2022.

ໃກ້​ເຂົ້າ​ມາ​ເລື້ອຍໆ​ໃນບຸນອອກພັນສາປະວໍຣະນາ ບຸນຊ່ວງເຮືອທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ປະຈຳປີ 2022 ຄາດຈະມີເຮືອເຂົ້າ ຮ່ວມ 38 ລໍາ, ເບື້ອງຕົ້ນແມ່ນມີການແຈ້ງຈຳນວນເຮືອຊ່ວງ 22 ລຳ ຈະປະກອບດ້ວຍເຮືອປະເພດ

ເຮືອກິລາ 12 ສີພາຍ 8 ລຳ,
ເຮືອປະເພນີຍິງ 4 ລຳ
ແລະ ເຮືອປະເພດນີຊາຍ 10 ລຳ.
ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ທັງເປັນປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະຈຳ ປີ 2022 ໄດ້ຖະແຫຼງຕໍ່ສື່ມວນຊົນ ເມື່ອວັນທີ 20 ກັນຍາ 2022 ກ່ຽວກັບການກະກຽມຄວາມພ້ອມດ້ານຕ່າງໆ ໃນການຈັດບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2022 ໃຫ້ຮູ້ວ່າ :
SA Game
Houmphet MANISOUK
ໃນນາມປະທານຄະນະກໍາມະການຈັດງານບຸນ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີິ່ໄດ້ຕາງໜ້າໃຫ້ແກ່ຄະນະຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2022 ຊຶ່ງໃນປີນີ້ ແມ່ນພວກເຮົາໄດ້ຈັດໃຫຍ່ ສະນັ້ນ ພື້ນທີິ່ຈັດງານບຸນ, ການຂາຍສິນຄ້າຜະລິດຕະພັນຕ່າງໆ ກໍານົດໃຫ້ຂາຍແຕ່ພາຍໃນຂອບເຂດສວນເຈົ້າອະນຸວົງ ແລະ ຂອບເຂດພາຍນອກຈໍານວນໜຶ່ງ ທັງນີ້ກໍ່ເພື່ອເປັນການຮັກສາ ແລະ ເສີມຂະຫຍາຍງານບຸນປະເພນີ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ໃຫ້ດຳຣົງຄົງຢູ່ນຳຊາວລາວຕະຫຼອດໄປ; ເປັນການສົ່ງເສີມ, ໂຄສະນາ, ວາງສະແດງ ແລະ ຈໍາໜ່າຍສິນຄ້າ ເພື່ອເຮັດໃຫ້ຜະລິດຕະພັນສິນຄ້າພາຍໃນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ໄດ້ມີໂອກາດເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງສິນຄ້າດັ່ງກ່າວ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າທີ່ມາທ່ຽວງານບຸນໄດ້ຊື້, ໄດ້ຂາຍ, ໄດ້ແລກປ່ຽນຜະລິດຕະພັນພາຍໃນ ແລະ ທັງເປັນການສົ່ງເສີມການທ່ອງທ່ຽວພາຍໃນລາວທ່ຽວລາວ; ເພື່ອຮັກສາໄດ້ຄວາມສາມັກຄີ ແລະ ສົ່ງເສີມການທ່ອງທ່ຽວ ຢູ່ເມືອງຈັນທະບູລີ ກໍຄືຢູ່ໃນນະຄອນຫຼວງວຽງຈັນ ໃຫ້ກວ້າງຂວາງ ແລະ ເປັນຂະບວນຟົດຟື້ນ.
ສຳລັບງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2022 ທີ່ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແມ່ນຈະຈັດຂຶ້ນໃນລະຫວ່າງວັນທີ 8-11 ຕຸລາ 2022 ໂດຍມີຫຼາຍກິດຈະກໍຳ ເຊັ່ນ: ກິດຈະກຳທາງດ້ານສາສະໜາ ແລະ ຮີດຄອງປະເພນີ, ກິດຈະກໍາການແຂ່ງຂັນຊ່ວງເຮືອ, ກິດຈະກຳວາງສະແດງສິນຄ້າ ແລະ ກິດຈະກຳວຽກງານ ຮັກສາສຸຂະພາບ. ໃນນີ້ສະເພາະກິດຈະກຳການແຂ່ງຂັນຊ່ວງເຮືອ ແມ່ນຈະຈັດຂຶ້ນທີ່ທ່າວັດຈັນ ເມືອງຈັນທະບູລີ ຊຶ່ງຈະໄດ້ຊ່ວງ
– ເຮືອກິລາ 12 ສີພາຍ,
– ເຮືອປະເພນີຍິງ 55 ສີພາຍ ແລະ
– ເຮືອປະເພນີຊາຍ 55 ສີພາຍ (ຖ້າຫາກມີນ້ຳຫຼາຍ) ແຕ່ກໍລະນີມີນ້ຳໜ້ອຍ ຈະໄດ້ຍ້າຍໄປແຂ່ງຂັນຢູ່ຕໍ່ໜ້າໂຮງແຮມແລນມາກ ເມືອງສີສັດຕະນາກ ແທນ.
ໂດຍຄາດການວ່າ ຈະມີເຮືອເຂົ້າຮ່ວມຊີງໄຊທັງໝົດ 22 ລຳ ໃນນີ້ແບ່ງເປັນປະເພດເຮືອກິລາ 12 ສີພາຍ ຈຳນວນ 8 ລຳ, ເຮືອປະເພນີຍິງ 55 ສີພາຍ ຈຳນວນ 4 ລຳ ແລະ ເຮືອປະເພນີຊາຍ 55 ສີພາຍ ຈຳນວນ 10 ລຳ.
SA Game
Houmphet MANISOUK
ສ່ວນປະເພດຂັນລາງວັນ ແລະ ເງິນສົດ ປະເພດເຮືອກິລາ 12 ສີພາຍ
– ລາງວັນທີ 1 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ 10.000.000 ກີບ,
– ລາງວັນທີ 2 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ: 8.000.000 ກີບ,
– ລາງວັນທີ 3 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ 6.000.000 ກີບ ແລະ
– ລາງວັນທີ 4 ບໍ່ມີຂັນ ມີເງິນສົດ 4.000.000 ກີບ;

ປະເພດເຮືອປະເພນີຍິງ ແລະ ເຮືອປະເພນີຊາຍ 55 ສີພາຍ ໄດ້ຮັບເທົ່າກັນ

– ລາງວັນທີ 1 ຂັນເງິນນ້ຳໜັກ 1 ກິໂລກຣາມ ມູນຄ່າ 19.700.000 ກີບ ພ້ອມເງິນສົດ 20.000.000 ກີບ,

– ລາງວັນທີ 2 ຂັນເງິນນ້ຳໜັກ 0,75 ກຣາມ ມູນຄ່າ 15.250.000 ກີບ ພ້ອມເງິນສົດ 15.000.000 ກີບ,

– ລາງວັນທີ 3 ຂັນເງິນນ້ຳໜັກ 0,5 ກຣາມ ມູນຄ່າ 12.000.000 ກີບ ພ້ອມເງິນສົດ 10.000.000 ກີບ ແລະ

– ລາງວັນທີ 4 ບໍ່ມີຂັນ ມີແຕ່ເງິນສົດ 6.000.000 ກີບ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ລູກນ້ຳເຊ ອິນທະດາລິນ

ຮູບພາບຈາກ : Houmphet MANISOUK