ບັ້ງໄຟພະຍານາກໃນຄືນເດືອນເພັງ 15 ຄໍ່າເດືອນສິບເອັດ

SA Game

ພາບ: targetlaos.com

ບັ້ງໄຟພະຍານາກປະກົດການລຶກລັບຄືນເດືອນເພັງ 15 ຄໍ່າເດືອນສິບເອັດ.

ດັ່ງທີ່ເຮົາເຄີຍໄດ້ຍິນໄດ້ຟັງ ແລະ ໄດ້ຮູ້ມາຫລາຍໆຍຸກຫລາຍສະໄໝແລ້ວໃນແຕ່ລະປີຂອງມື້ອອກພັນສາປະຊາຊົນທັງສອງຝັງ ສປປ ລາວ ແລະ ຝັງປະເທດໄທທີ່ແລບຕາມລຳແມ່ນ້ຳຂອງລ້ວນແລ້ວແຕ່ຮັບຮູ້ເລື່ອງລາວອັນລືກລັບນີ້ ແລະ ເປັນປະເພນີບູຊາສືບຖອດກັນມາຈົນເຖິງທຸກວັນນີ້ກໍຄືບັ້ງໄຟພະຍານາກອັນເປັນປະກົດການລຶກລັບຂອງລຳນ້ຳຂອງ.

ໃນທຸກໆປີໃນຄືນເດືອນເພັງ 15 ຄໍ່າເດືອນ 11 ລາວ  ຊຶ່ງກົງກັບມື້ອອກພັນສາ ປະວໍລະນາ ຂອງຊາວລາວໃນທົ່ວປະເທດ ໄດ້ເກີດປະກົດການ ທຳມະຊາດ ເຫັ​ນແລ້ວ ໜ້າອັດສະຈັນ ແລະ ຍັງບໍ່ສາມາດຫາຄໍາຕອບໄດ້ຢ່າງຊັດເຈນ ມີພຽງຄໍາບອກເລົ່າ ລຸ້ນຕໍ່ລຸ້ນ ສືບສານກັນມາຫຼາຍຮ້ອຍ ຫຼາຍພັນປີ ວ່າ: ປະກົດການດັ່ງກ່າວຄື: ບັ້ງໄຟພະຍາແຖນ ຫຼື ບັ້ງໄຟພະຍານາກ, ສ່ວນຫລາຍປະກົດການນີ້ມັກຈະເກີດຂຶ້ນໃນເວລາປະມານ 18ໂມງຫາ 20ໂມງ ຢູ່ສອງສະຖານທີ່ຄື: ບ້ານໂພນສັນ ແລະ ບ້ານເວີນທາດ, ເມືອງທ່າພະບາດ,ແຂວງບໍລິຄໍາໄຊ ລຽບຕາມລຳແມ່ນໍ້າຂອງ.

SA Game
ພາບ: targetlaos.com

ບັ້ງໄຟພະຍານາກ ແມ່ນເປັນສິ່ງໜຶ່ງທີ່ລຶກລັບ ແລະ ມະຫັດສະຈັນ ທີ່ບໍ່ມີໃຜຈະພິສູດໄດ້. ຕາມການໃຫ້ຂໍ້ມູນຂອງພຣະອາຈານ, ຜູ້ອະວຸໂສ ຢູ່ເຂດນັ້ນບອກຂານຕໍ່ກັນມາວ່າ ເມື່ອເຖິງວັນເພັງ 15ຄໍ່າ ເດືອນ 11 ຂອງທຸກໆປີ ໃນເວລາພ້ອມໆກັບທີ່ຄູບາອາຈານ ແລະ ອອກຕົນຍາດໂຍມຊາວພຸດທັງຫຼາຍ ກຳລັງເຮັດພິທີທາງ ສາສະໜາຢູ່ຕາມວັດ, ວຽນທຽນ, ຕີຄ້ອງ, ຕີກອງ,ໄຫຼເຮືອໄຟ ໃນ​ມື້ບຸນປະວໍລະນາ ອອກພັນສາ,ຈະມີແສງ ຮຸ່ງເປັນປະກາຍ ເໝືອນ​ບັ້ງໄຟດອກ ພົ້ນຂຶ້ນມາຈາກໜ້ານ້ຳ ລອຍຂຶ້ນໄປອາກາດສູງ ປະມານ 10-15 ແມັດ.

SA Game
ພາບ: targetlaos.com

ຈຸດເລີ່ມອອກຂອງບັ້ງໄຟພະຍານາກນັ້ນ ແມ່ນເລີ່ມຈາກປາກຖ້ຳ ທີ່ຢູ່ທາງເໜືອ ຂອງວັດໂພນສັນ ໄປປະມານ 300-400 ແມັດ, ລົງມາຫາບໍລິເວນ ວັດໂພນສັນ . ສ່ວນຈໍານວນແຕ່ລະປີບໍ່ຄືກັນ ບາງປີກະຂຶ້ນຫຼາຍເປັນຮ້ອຍສອງຮ້ອຍລູກ.

SA Game
ພາບ: targetlaos.com

ປະກົດການ ບັ້ງໄຟພະຍານາກ  ຫຼາຍທ່ານກໍໄດ້ພົບເຫັນດ້ວຍຕົນເອງ ແຕ່ປະກົດການນີ້ຍັງບໍ່ມີການຢັ້ງຢືນຢ່າງເປັນທາງການວ່າເກີດຂຶ້ນໄດ້ແນວໃດ ຍ້ອນຫຍັງກັນແທ້? ແຕ່ແນວໃດກໍຕາມ ສິ່ງດັ່ງກ່າວມັນເປັນຄວາມເຊື່ອສ່ວນບຸກຄົນ ຫຼື ຄວາມສັດທາ ແລະ ມີຕໍານານເລົ່າ ສືບສານກັນມາຫຼາຍຮ້ອຍ ຫຼາຍພັນປີ.

SA Game
ພາບ: targetlaos.com

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ເວບໄຊ໌ລັດຖະບານ, targetlaos.com