ນ້ຳຕົກຕາດອີ່ຕູ້ ອີກໜຶ່ງແຫລ່ງທຳມະຊາດທີ່ສວຍງາມ.

SA Game

ພາບ: kuanjailao.com

ນ້ຳຕົກຕາດອີ່ຕູ້ ແຫລ່ງທ່ອງທ່ຽວທຳມະຊາດຂອງເມືອງປາກຊ່ອງ.

ເມືອງປາກຊ່ອງບໍລະເວນ ເປັນເມືອງແຫ່ງກາເຟທີ່ປູກຈາກດິນພູເຂົາໄຟ ເຊິ່ງມີຄວາມອຸດົມສົມບູນຫຼາຍໆຢ່າງ ພູເຂົາສະຫຼັບຊັບຊ້ອນ ແລະ ອຸດົມສົມບູນໄປດ້ວຍແຫຼ່ງທ່ອງທ່ຽວຫຼາຍແຫ່ງ ທີ່ໂດດເດັ່ນອີກໜຶ່ງຢ່າງນັ້ນກໍຄືນໍ້າຕົກຕາດເຊິ່ງຢັ່ງຢາຍກັນຢູ່ຫຼາຍບ່ອນໂດຍສະເພາະກໍແມ່ນ ນໍ້າຕົກຕາດອີ່ຕູ້.

ແນນອນບ່ອນທ່ອງທ່ຽວພັກຜ່ອນຢ່ອນໃຈຂອງເມືອງປາກຊ່ອງ ແຂວງຈຳປາສັກທີ່ໄດ້ທັງຄວາມສວຍງາມ ແລະ ຄວາມຊຸມເຢັນຂອງສາຍນ້ຳກໍຕ້ອງແມ່ນນ້ຳຕົກຕາດອີ່ຕູ້ນີ້ເລີຍ, ເມືອກ້າວເຂົ້າສູ່ລະດູຝົນໄລຍະນີ້ແນມໄປທາງໃດກໍເຫັນແຕ່ຕົ້ນໄມ້ສີຂຽວເຕັມໄປໝົດ ນໍ້າຕົກຕາດຫຼາຍແຫ່ງເລີ່ມມີຊີວິດຊີວາ ແລະ ກັບມາສວຍງາມອີກເທື່ອໜຶ່ງ ເປັນໄລຍະທີ່ເໝາະແກ່ການໄປທ່ຽວໄປພົບກັບກິ່ນອາຍສາຍຝົນ ອາຍໝອກ, ທຳມະຊາດທີ່ສວຍສົດງົດງາມ ອາກາດດີໆ ນໍ້າຕົກຕາດງາມໆ ມີສາຍຮຸ້ງອອກມາກິນນໍ້າ ອ້ອມຮອບບໍລິເວນໄປດ້ວຍຕົ້ນໄມ້ສີຂຽວອຸ່ມທຸ່ມ.

SA Game
ພາບ: kuanjailao.com

ນ້ຳຕົກຕາດອີ່ຕູ້ ເປັນຕາດຂະໜາດໃຫຍ່ມີນ້ຳໄຫຼ ຕົກລົງຈາກໜ້າຜາສູງ ເປັນຕາດຊັ້ນດຽວ ບໍລິເວນທາງລຸ່ມຕາດອີ່ຕູ້ເປັນອ່າງເລິກ ແລະໄຫຼລົງມາຢ່າງແຮງ ບັນຍາກາດບໍລິເວນຕາດອີ່ຕູ້ມີບັນຍາກາດຮົ່ມເຢັນ ແຕ່ການເດິນທາງຍ່າງຂຶ້ນຕ້ອງເມື່ອຍແດ່ ເພາະເປັນທາງຂຶ້ນ-ລົງພູ ແຕ່ເປັນຂັ້ນໄດຊີມັງ ຈຶ່ງການເຮັດໃຫ້ການຂຶ້ນລົງສະດວກ ບໍລິເວນດ້ານເທິງຂອງນ້ຳຕົກຕາດອີ່ຕູ້ ມີລີສອດ ຮ້ານອາຫານ ບໍລິການນັກທ່ອງທ່ຽວທີ່ເຂົ້າມາໃຊ້ບໍລິການ ຄົນສ່ວນຫຼາຍຈະມາທ່ອງທ່ຽວໃນວັນພັກການ ເຊັ່ນ ເສົາ-ອາທິດເປັນຕົ້ນ.

SA Game
ພາບ: kuanjailao.com

ແຕ່ກ່ອນອື່ນທີ່ເຮົາຈະໄປຫາປາຍທາງ ນໍ້າຕົກຕາດອີ່ຕູ້ ເຮົາກໍ່ຕ້ອງໄດ້ຜ່ານເສັ້ນທາງ ໃນລະຫວ່າງທາງກ່ອນຈະຮອດເປົ້າໝາຍ ນັ້ນກໍຄືການອອກໄປລ່ານໍ້າຕົກຕາດ ແຕ່ໃນລະຫວ່າງສອງຟາກທາງກ່ອນຈະຮອດນໍ້າຕົກນັ້ນ ເຮົາເຫັນຊາວບ້ານນຳເອົາເຄື່ອງຫັດຖະກຳຕ່າງໆມາວາງຂາຍ ແລະ ໝາກໄມ້ຕາມລະດູການຢ່າງຫຼວງຫຼາຍ ໂດຍສະເພາະໝາກຖົ່ວລຽນ ແລະ ໝາກນັດ.

ຖ້າໝູ່ເພື່ອນໄດ້ໄປກໍ່ບໍ່ຄວນພາດທີ່ຈະແວະຊື້ກິນໄປນຳທາງເດີ້ ຮອງທ້ອງໄວ້ກ່ອນໄດ້ປຽບ ແລະ ຫຼັງຈາກນັ້ນກໍ່ອອກເດີນທາງຂີ່ລົດໄປເລື້ອຍໆ ໃຊ້ເວລາຂັບລົດຈາກປາກເຊປະມານ 30 ນາທີ ກວ່າໆ ກໍແມ່ນຮອດແລ້ວ ເຮົາຈະເຫັນເພິ່ນຂຽນໄວ້ຢ່າງຈະແຈ້ງເລີຍວ່າ ນໍ້າຕົກອີ່ຕູ້ ເຊິ່ງຈະມີປ້າຍໃຫຍ່ໆຢູ່ແຄມທາງເລີຍ ບໍ່ຕ້ອງຢ້ານຫຼົງ, ຂັບລົດເຂົ້າໄປຈະເຫັນສວນກາເຟຖືວ່າຮອດແລ້ວ ຢູ່ບໍລິເວນນໍ້າຕົກຕາດອີ່ຕູ້.

SA Game
ພາບ: kuanjailao.com

ອາກາດຢູ່ບ່ອນນີ້ດີຫຼາຍ ຈະມີຢູ່ 2 ລະດູຄື ຝົນຕົກກັບໜາວ ກາງເວັນອາກາດຈະເຢັນສະບາຍ ກາງຄືນອາກາດໜາວ ສາມາດຫຼິ້ນນ້ຳໄດ້ທັງດ້ານເທິງ ແລະດ້ານລຸ່ມຂອງນ້ຳຕົກຕາດ ອິງທຳມະຊາດອາກາດສົດຊື່ນ ເມືອງນີ້ຈະເຢັນຕະຫຼອດປີ ຈົນໄດ້ສາຍາວ່າ ສະວິດເຊີແລນເມືອງລາວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ວາລະສານ ຂວັນໃຈ