ນ້ຳຕົກຕາດຫ້ວຍປາຕີນ ຄວາມງາມ ແລະ ຄວາມອຸດົມສົມບູນທີ່ຫາເບິ່ງໄດ້ຍາກ

SA Game

ທ່ອງທ່ຽວແຂວງ ໄຊສົມບູນ

ນ້ຳຕົກຕາດ ຫ້ວຍປາຕີນ ແລະ ຄວາມ​ອຸ​ດົມ​ສົມ​ບູນ​ທັງເປັນນ້ຳຕົກທີ່ມີຄວາມສວຍງາມ ແລະ ໜ້າທ່ຽວຊົມ

​ຖື​ວ່າ​ຫລາຍໆ​ຄົນ​ຍັງ​ຄົງ​ບໍ່​ຮູ້​ຈັກ​ດີ​ສຳ​ລັບ​ນ້ຳ​ຕົກ​ຕາດ ແລະ ເຂດ​ທ່ອງ​ທ່ຽວ​ຕ່າງໆ​ໃນ​ເຂດ​ໄຊ​ສົມ​ບູນ, ແຂວງ ໄຊສົມບຸູນ ກໍເປັນອີກແຂວງໜຶ່ງທີ່ ມີທ່າແຮງຫຼາຍ ດ້ານ ບໍ່ວ່າຈະເປັນ ທ່າແຮງທາງດ້ານກະສິກຳ, ການທ່ອງທ່ຽວ ແລະ ອື່ນໆ ເຊິ່ງເລີ່ມມີບົດບາດຫຼາຍຂຶ້ນໃນໄລຍະຫຼັງໆ ມານີ້. ເມື່ອເວົ້າເຖິງການທ່ອງທ່ຽວຂອງແຂວງ ໄຊສົມບູນ ແລ້ວ ກໍມີສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈຫຼາຍແຫ່ງທີ່ໜ້າສົນໃຈ ແຕ່ສະຖານທີ່ ທີ່ເພິ່ນຄົ້ນພົບຂຶ້ນມາໃໝ່ ແມ່ນນ້ຳຕົກຕາດ ຫ້ວຍປາຕີນ ທີ່ຕັ້ງຢູ່ບ້ານ ຜາສະຫງົບ, ເມືອງ ອະນຸວົງ.

ນ້ຳຕົກຕາດແຫ່ງນີ້ເປັນນ້ຳຕົກທີ່ມີຄວາມສວຍງາມ ແລະ ໜ້າທ່ຽວຊົມ, ມີ 3 ຊັ້ນລຽນຕິດກັນເປັນພະນັກ, ໃນແຕ່ລະຊັ້ນມີຄວາມສູງປະມານ 30 ແມັດ ແລະ ມີອ່າງຢູ່ບໍລິເວນນ້ຳຕົກຂອງແຕ່ລະຊັ້ນ ເຊິ່ງເປັນບ່ອນທີ່ມີຄວາມເໝາະສົມໃນການຫຼິ້ນນ້ຳ.

ອີງຕາມຂໍ້ມູນຈາກ ທ່ານ ປ່າຊົ່ງ ວ່າງ, ນາຍບ້ານ ຜາສະຫງົບ, ເມືອງ ອະນຸວົງ ໃຫ້ຮູ້ວ່າ:

SA Game
ທ່ອງທ່ຽວແຂວງ ໄຊສົມບູນ

ນ້ຳຕົກຕາດແຫ່ງນີ້ເປັນນ້ຳຕົກທີ່ມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນປ່າໄມ້ນ້ອຍ-ໃຫຍ່, ມີສັດນ້ອຍ-ສັດໃຫຍ່ອາໄສຢູ່ບໍລິເວນດັ້ງກ່າວເປັນຈຳນວນຫຼວງຫຼາຍ ເປັນຕົ້ນແມ່ນ: ຟານ, ໝູປ່າ, ລີງ, ຄ່າງ, ທະນີ, ນົກ, ໜູ ແລະ ສັດປະເພດອື່ນໆອີກ; ນອກນຈາກນັ້ນ, ຍັງມີປູ, ປາ, ກຸ້ງ, ຫອຍ ແລະ ມີປາຕີນ (ປາມີຕີນ) ທີ່ອາໄສຢູ່ຕາມຫ້ວຍນ້ຳແຫ່ງນີ້ໂດຍຈະປະກົດໃຫ້ເຫັນເປັນຈຳນວນຫຼາຍ ເວົ້າເຖິງ “ປາຕີນ” ແມ່ນເປັນສັດເຄິ່ງບົກເຄິ່ງນ້ຳທີ່ຫາເບິ່ງໄດ້ຍາກ; ດັ່ງນັ້ນ, ອຳນາດການປົກຄອງບ້ານຈຶ່ງເອີ້ນຊື່ ນ້ຳຕົກ ຕາດແຫ່ງນີ້ວ່າ “ນ້ຳຕົກຕາດ ຫ້ວຍປາຕີນ”.

ປາຕີນ ມີຊື່ເອີ້ນທາງວິທະຍາສາດວ່າ: ສາລາແມນເດີ (salamander) ເປັນສັດເຄິ່ງບົກເຄິ່ງນ້ຳຊະນິດໜຶ່ງ ທີ່ຫາເບິ່ງໄດ້ຍາກ ແລະ ປະກົດໃຫ່້ຫັນເປັນພຽງບາງເຂດທີ່ມີພູມອາກາດໜາວເຢັນ ເປັນຕົ້ນແມ່ນບັນດາແຂວງພາກກາງ ແລະ ພາກເໜືອ ເຊັ່ນ: ແຂວງ ໄຊສົມບູນ ແລະ ຊຽງຂວາງ.

ສັດປະເພດນີ້ມັກຈະອາໄສຢູ່ໃນນ້ຳຫຼາຍກວ່າຢູ່ເທິງບົກ ເຊິ່ງໃນລະດູໜາວມັກຈະອອກມາຫາອາຫານ ແລະ ຕາກແດດຢູ່ຕາມບໍລິເວນຂອນໄມ້ ແລະ ຕາມກ້ອນຫິນຕ່າງໆ, ມັກກິນປານ້ອຍ, ກຸ້ງ, ແມງໄມ້, ຊີ້ນ ແລະ ຊາກສັດເປັນອາຫານ.

ປາຕີນ ມີຮູບຮ່າງລັກສະນະຄ້າຍຄືກັບຈິໂກະ, ມີລັກສະນະສີດຳເຂັ້ມ, ໂຕມົນກົມ, ມີຄວາມຍາວປະມານ 20 ຊັງຕີແມັດ, ຫາງແປຄ້າຍຄືກັບຫາງປາດຸກ ແລະ ມີຄວາມຍາວປະມານ 7 ຊັງຕີແມັດ, ດ້ານຫຼັງມີລາຍແຊກປົນກັບສີສົ້ມ ແຊກຍາວລົງແຕ່ຫົວລົງຫາກົ້ນ ປັດຈຸບັນ ທາງລັດຖະບານໄດ້ກຳນົດເອົາປາຕີນ ຫຼື ສາລາແມນເດີ ເປັນສັດຫວງຫ້າມເພື່ອສະຫງວນໄວ້ໃຫ້ລຸ້ນລູກລຸ້ນຫຼານໄດ້ເບິ່ງໄດ້ຊົມ ຖ້າບຸກຄົນໃດລັກລອບນຳມາບໍລິໂພກ ຫຼື ນຳໄປຄ້າຂາຍຈະຖືກປັບໄໝຕາມລະບຽບກົດໝາຍທີ່ໄດ້ວາງອອກ.

SA Game
ທ່ອງທ່ຽວແຂວງ ໄຊສົມບູນ

ປັດຈຸບັນ ນ້ຳຕົກຕາດ ຫ້ວຍປາຕີນ ແມ່ນຍັງບໍ່ທັນໄດ້ຮັບການພັດທະນາເທື່ອ ແລະ ຍັງບໍ່ທັນມີສິ່ງອຳນວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວໃນການເຂົ້າເຖິງແຫຼ່ງທ່ອງທ່ຽວດັ່ງກ່າວ, ເຖິງວ່າ ນ້ຳ ຕົກຕາດຫ້ວຍປາຕີນຈະເປັນຕາດທີ່ມີຄວາມສວຍງາມ ແລະ ມີຄວາມອຸດົົມສົມບູນຂອງທຳມະຊາດພຽງໃດກໍຕາມ ແຕ່ຍັງບໍ່ທັນເປັນທີ່ຮັບຮູ້ຂອງຜູ້ຄົນ ແລະ ນັກທ່ອງທ່ຽວ ເພາະການທີ່ຈະເຂົ້າໄປເຖິງສະຖານທີ່ແຫ່ງນີ້ແມ່ນຕ້ອງໄດ້ຍ່າງເຂົ້າໄປອີກ 2,5 ກິໂລແມັດຈຶ່ງຈະຮອດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ທ່ອງທ່ຽວແຂວງ ໄຊສົມບູນ