ນ້ຳຕົກຕາດນ້ຳສະນາມທຳມະຊາດທີ່ສວຍງາມຂອງຄຳມ່ວນ.

SA Game

ພາບ: sethakit-psx.la

ນ້ຳຕົກຕາດນ້ຳສະນາມຕາດທຳມະຊາດຂອງພູຫີນປູນແຂວງຄຳມ່ວນ.

ນ້ຳຕົກຕາດນ້ຳສະນາມສະຖານທີ່ທ່ອງທ່ຽວແຫ່ງນີ້ເປັນສະຖານທີ່ທີ່ມີຄວາມສົມບູນຂອງທຳມະຊາດ, ປະກອບດ້ວຍປ່າໄມ້ທີ່ຕຶບໜາ ມີສັດ ແລະ ພືດພັນຫຼາຍຊະນິດ, ທັງ ຍັງເປັນແຫຼ່ງທ່ອງທ່ຽວຕາກອາກາດ, ຍ່າງປ່າຊົມທິວທັດທຳມະ ຊາດເປັນອີກໜຶ່ງທຳມະຊາດທີ່ສວຍງາມຂອງແຂວງຄຳມ່ວນ.

ສະຖານທີ່ດັ່ງກ່າວແມ່ນຕັ້ງຢູ່ ໃນພູຜາໜ່ານໃນເຂດປ່າສະຫງວນ ພູຫີນປູນ, ເຂດບ້ານຄູນຄຳ ເມືອງ ຄູນຄຳ ແຂວງຄຳມ່ວນ ຫ່າງຈາກ ຕົວເມືອງ 3 ກິໂລແມັດ, ສາມາດຂີ່ລົດປະເພດສີ່ລໍ້ເຂົ້າໄປໄດ້ປະມານ 2 ກິໂລແມັດ. ຫລັງຈາກນັ້ນເຮົາກໍ່ຍ່າງ ຂຶ້ນພູເຂົາດິນທີ່ມີປ່າໄມ້ອຸດົມສົມບູນມີນົກ, ສັດປ່າຫຼາຍຊະນິດພັນ, ໄລ ຍະທາງດັ່ງກ່າວນີ້ກໍ່ປະມານ 1 ກິໂລ ແມັດ  ກໍ່ຈະເຖິງຈຸດນ້ຳຕົກຕາດ.

SA Game
ພາບ: sethakit-psx.la

ນ້ຳຕົກຕາດນ້ຳສະນາມເປັນສະຖານທີ່ທຳມະຊາດ ແລະ ການທ່ຽວຊົມກໍເປັນແບບທຳມະຊາດໂດຍການຢ່າງໄປບໍ່ມີພາຫະນະໃດນຳພາໄປ, ຖ້າຫາກເຮົາເຂົ້າໄປໃນຍາມເຊົ້າ ໂດຍບໍ່ໃຊ້ສຽງດັງໂອກາດເຮົາຈະ ເຫັນຝູງລີງ, ໂຄ່ງ, ຂາແດງມາກິນນ້ຳ ໂດຍສະເພາະແລ້ວໃນຍາມເວລາປະມານ 8:00 ໂມງ.

ນ້ຳຕົກຕາດ ນີ້ຕົກຈາກໜ້າຜາສູງປະມານ 70-100 ແມັດ. ແບ່ງອອກເປັນສອງ ແງ່, ແສງຕາເວັນຍາມເຊົ້າຕ້ອງກັບນ້ຳຕົກເປັນແສງຮຸ້ງປະກາຍອອກຢ່າງງົດງາມເມື່ອເວລາເຮົາຍ່າງ ເລາະລຽບຕາມສາຍນ້ຳຕົກຕາດນ້ຳສະນາມລົງມາຈະເຫັນວັງນ້ຳໃນ ຊ່ວງໄລຍະເດືອນ 8-11 ຈະມີນ້ຳ ຕົກສວຍງາມຫຼາຍກວ່າໃນຊ່ວງເດືອນອື່ນໆ.

ນ້ຳຕົກຕາດນີ້ຈະມີຕະ ຫຼອດ, ຈຸດນ້ຳຕົກຕາດນ້ຳສະນາມ ຫ່າງຈາກນ້ຳຕົກຕາດມ່ວງປະມານ 3-4 ກິໂລແມັດ  ແລະ ສາມາດສ້າງ ເສັ້ນທາງເຊື່ອມຕໍ່ກັນໄດ້ຜ່ານປ່າສະຫງວນຂອງແຂວງຄຳມ່ວນ ໄປຫາ ກັນໄດ້.

ນອກຈາກຄວາມສວຍງາມເຫຼົ່ານັ້ນແລ້ວອາກາດກໍຍັງເປັນມິດກັບຜູ້ ຄົນທີ່ໄປທ່ອງທ່ຽວ, ຍ້ອນວ່າອາກາດສົດຊື່ນເຢັນສະບາຍມີລົມພັດຜ່ານ ເປັນໄລຍະໆ, ເໝາະທີ່ສຸດສໍາລັບ ນັກທ່ອງທ່ຽວທັງພາຍໃນ  ແລະ ຕ່າງປະເທດ, ເຊິ່ງເປັນບ່ອນທີ່ເໝາະສົມໃນການໄປຍ່າງຫຼິ້ນ, ນັ່ງພັກຜ່ອນຢອນອາລົມ, ສູບດົມອາກາດສົດຂອງທຳມະຊາດ, ຊົມວິວທິວທັດທໍາມະຊາດທີ່ຫາໄດ້ຍາກຫລາຍຈາກທຳມະຊາດໃນປະຈຸບັນນີ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: www.sethakit-psx.la