ນະ​ຄອນ​ຫລວງວຽງ​ຈັນ​ຈັດ​ງານ​ວັນ​ອາ​ຫາ​ໂລກໃນວັນທີ 28 ຫາ 31 ຕຸລານີ້.

SA Game

ພາບ: laophattananews.com

ວັນອາຫານໂລກ ເພື່ອລົບລ້າງຄວາມທຸກຍາກຈະຈັດຂຶ້ນໃນວັນທີ 28 ຫາ 31 ຕຸລານີ້ທີ່ວຽງຈັນ.

ນະ​ຄອນ​ຫລວງວຽງ​ຈັນ​ຈະ​ຈັດ​ງານ​ວັນ​ອາ​ຫານ​ໂລກ ໃນວັນທີ 28–31 ຕຸລານີ້ເພື່ອ​ເປັນ​ການສະເຫຼີມສະຫຼອງ ວັນອາຫານໂລກ, ວັນສາກົນ ແລະ ວັນສັບປະດາແຫ່ງຊາດເພື່ອລົບລ້າງຄວາມທຸກຍາກ.

ຕາມ​ການຖະແຫຼ່ງຂ່າວຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຕໍ່ສືມ່ວນຊົນໃນວັນທີ 27 ຕຸລານີ້ວ່າ: ຄືດັ່ງຮູ້ນໍາກັນແລ້ວວ່າ  ຄວາມທຸກຍາກ ແລະ ໄພອຶດຫິວ ໄດ້ເປັນບັນຫາໃຫຍ່ຂອງໂລກມາເປັນເວລາຫຼາຍສັດຕະວັດແລ້ວ. ແລະຕະຫລອດໄລຍະຜ່ານມາ ໂລກຂອງພວກເຮົາ ໄດ້ພົບກັບຫຼາຍໆບັນຫາຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເຊັ່ນ:

SA Game
DooDiDo

ການປ່ຽນແປງທາງດ້ານດິນຟ້າອາກາດ, ພາໃຫ້ເກີດໄພພິບັດທາງທໍາມະຊາດ, ການລະບາດຂອງພະຍາດ, ຄວາມວຸ້ນວາຍທາງສັງຄົມ, ເສິກສົງຄາມ, ການລະບາດໂຄວິດ-19 ທີ່ກຳລັງຄຸກຄາມໃນທົ່ວໂລກ, ໄດ້ສຶບຕໍ່ສົ່ງຜົນກະທົບໃຫ້ແກ່ປະຊາຊົນເກືອບ 700 ລ້ານຄົນ ຂາດສານອາຫານ ແລະ ຄາດຄະເນວ່າ ຈະມີປະຊາຊົນຕື່ມອີກ 130 ລ້ານຄົນ ໃນທົ່ວໂລກ ອາດປະສົບກັບຄວາມອຶດຫິວຍ້ອນໂລກລະບາດດັ່ງກ່າວ.

ເພື່ອຮັບມືກັບສະພາບດັ່ງກ່າວ ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ ໄດ້ກຳນົດເອົາ ວັນທີ 16 ຕຸລາ ຂອງທຸກປີ ເປັນວັນອາຫານໂລກ ຊຶ່ງເລີ່ມແຕ່ ປີ 1980, ຕໍ່ມາ ສະຫະປະຊາຊາດ ໄດ້ກຳນົດເອົາວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ໂດຍເລີ່ມແຕ່ ປີ 1992 ເປັນຕົ້ນມາ, ມາຮອດ ປີ 2003 ລັດຖະບານ ລາວ ກໍ່ໄດ້ກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ.

ດັ່ງນັ້ນ, ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບອົງການອາຫານ ແລະ ການກະເສດ ຈະໄດ້ຈັດງານສະເຫຼີມສະຫຼອງວັນອາຫານໂລກ ຄົບຮອບ 40 ປີ ຂຶ້ນພາຍໃຕ້ຄໍາຂວັນ: “ອານາຄົດຂອງພວກເຮົາ ຂື້ນກັບການກະທຳຂອງພວກເຮົາ, ຈົ່ງພ້ອມກັນເພີ່ມພູນຜະລິດຜົນ, ຮັບປະກັນໂພຊະນາການ, ໃຫ້ມີຄວາມຍືນຍົງ ແລະ ທົ່ວເຖິງ”; ແລະ ປີພາຍໃຕ້ຄໍາຂວັນ “ຮ່ວມໃຈກັນເພື່ອບັນລຸຄວາມຍຸຕິທໍາທາງສັງຄົມ ແລະ ສິ່ງແວດລ້ອມ ໃຫ້ແກ່ທຸກຄົນ”, ຊຶ່ງພິທີໂຮມຊຸມນຸມໃຫຍ່ ຈະໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 30 ຕຸລານີ້ ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດເຂດດົງໂດກ.

ໂດຍໃນງານຈະມີການຈັດສໍາມະນາ-ປາຖະກະຖາ ຫົວຂໍ້ກ່ຽວກັບ ກະສິກຳສະອາດ, ໂພຊະນາການ ແລະ ການຫຼຸດຜ່ອນຄວາມທຸກຍາກ ແລະ ຈັດງານວາງສະແດງສິນຄ້າ-ຈຳໜ່າຍສິນຄ້າກະສິກຳ ເລີ່ມແຕ່ວັນທີ 28 ຫາ 31 ຕຸລານີ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laophattananews.com