ນະຄອນປາກເຊກຽມ​ຈັດ​ບ​ຸນ​ອອກ​ພັນ​ສາ ແລະ ຊ່ວງ​ເຮືອ​ເຕັບ​ຮູບ​ແບບ

SA Game

Houmphet Manisouk

​ກຽມ​ທ່ຽວ​ກັນ​ໄດ້​ເລີຍໃນບຸນອອກພັນສານີ້ພ້ອມ​ກັນ​ກັບ​ຊົມ​ການ​ຊ່ວງ​ເຮືອ​ປະ​ເພ​ນີ​ແບບ​ຈັດ​ເຕັມ

ຫລັງ​ຈາກການ​ລະບາດຂອງພະຍາດ ໂຄວິດ-19 ຢູ່​ໃນ​ການ​ຄວບ​ຄຸມ​ໄດ້, ນະຄອນປາກເຊ ແຂວງຈໍາປາສັກ ກຽມພ້ອມຈັດບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈຳປີ ພສ 2565 ຄສ 2022 ເຕັມຮູບແບບດັ່ງທີ່ເຄີຍປະຕິບັດມາປົກກະຕິ

ທັງນີ້ ກໍເພື່ອເປັນການອະນຸລັກຮັກສາ ແລະ ສືບທອດຮີດຄອງປະເພນີ, ທັງເປັນການກະຕຸ້ນເສດຖະກິດ, ສົ່ງເສີມການທ່ອງທ່ຽວ, ການຄ້າ ແລະ ການບໍລິການ ພາຍໃນແຂວງ.

ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການຈັດງານດັ່ງກ່າວວ່າ: ບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ຢູ່ນະຄອນປາກເຊ ປີນີ້ ແມ່ນຈະຈັດເຕັມຮູບແບບ ແຕ່ວັນທີ 5-11 ຕຸລາ 2022 ໂດຍຈະມີຫລາຍກິດຈະກຳ ເພື່ອສືບທອດປະເພນີ, ກະຕຸ້ນເສດຖະກິດ, ສົ່ງເສີມ-ດຶງດູດການທ່ອງ ທ່ຽວ, ການສົ່ງເສີມດ້ານການຄ້າ, ການບໍລິການ ເປັນຕົ້ນ ພິທີໃສ່ບາດ, ຖະຫວາຍສັງຄະທານ ເນື່ອງໃນວັນປະວໍລະນາອອກພັນສາ

SA Game
CRI-FM93

ຂະບວນແຫ່ເຊື້ອໄຟ, ແຫ່ຜາສາດເຜີ້ງ ທຽນໄຊ ຈາກວັດຕ່າງໆ ແລະ ບັນດາບ້ານ 42 ບ້ານ ພາຍໃນນະຄອນປາກເຊ, ລວມທັງກ້ອນ ກໍາລັງຂອງຖາບັນການສຶກສາ ແລະ ໂຮງຮຽນ, ຂະບວນແຫ່ຂອງກຸ່ມ ທະນາຄານ, ບໍລິສັດ 19 ຂະບວນ, ຂະບວນພະສົງ ແລະ ເຖົ້າແກ່ແນວໂຮມ

ການແຂ່ງຂັນເຮືອຊ່ວງ ປະເພດ 55 ສີພາຍ, 33 ສີພາຍ ແລະ 24 ສີພາຍ (ຊາຍ-ຍິງ) ແລະ 12 ສີພາຍ(ເຮືອກິລາ), ປະຈຸບັນມີ ຄະນະເຮືອຊ່ວງຈາກບ້ານຕ່າງໆອ້ອມຂ້າງແຂວງ ສະເໜີເຂົ້າຮ່ວມແລ້ວ 36 ລຳ (ປະເພດ 55 ສີພາຍຊາຍ 3 ລໍາ, 33 ສີພາຍ ຊາຍ 14 ລໍາ, ຍິງ 3 ລໍາ, 24 ສີ ພາຍຊາຍ 6 ລໍາ ແລະ 12 ສີພາຍ 9 ລໍາ)

ນອກນັ້ນ, ຍັງເຊື້ອເຊີນຄະນະເຮືອຊ່ວງຈາກແຂວງອ້ອມຂ້າງ (ແຂວງສາລະວັນ ແລະ ແຂວງເຊກອງ) ແລະ ເຮືອ ຊ່ວງມິດຕະພາບ ຈາກຈັງຫວັດບົນຣາຊະທານີ (ຣາຊະອານາຈັກໄທ ແລະ ຈາກແຂວງພຣະວີເຮຍ, ແຂວງຊຽງແຕງ (ຣາຊະອານາຈັກກຳປູເຈຍ ຕື່ມອີກ (ຍັງລໍການຕອບຮັບຢູ່).

SA Game
Houmphet Manisouk

ພ້ອມນີ້, ຍັງມີຕະຫລາດນັດ ວາງສະແດງ ແລະ ຈຳໜ່າຍສິນຄ້າ ຈາກ 4 ປະເທດ (ກຳປູເຈຍ, ລາວ, ໄທ, ວຽດນາມ); ການແຂ່ງຂັນຕີກອງເສງ, ແຂ່ງຂັນກິລາປະເພດຕ່າງໆລວມທັງແຂ່ງຂັນກິລາກັອຟ ຊີງຂັນ ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ແລະ ກິດຈະກຳອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ