ທ່ຽວຖ້ຳຕິ່ງ ຖ້ຳພະພຸດທະຮູບທີ່ໜ້າທ່ຽວຊົມຂອງຫລວງພະບາງ

SA Game

ພາບ: laopost.com

ຖ້ຳຕິ່ງ ຖ້ຳພະພຸດ​ທະ​ຮູບທີ່ໜ້າທ່ຽວ​ຊົມ​ຂອງ​ຫລວງ​ພະ​ບາງ.

ໄປ​ຫລວງ​ພະ​ບາງ​ຫາກ​ຍັງ​ບໍ່​ທັນ​ໄດ້​ໄປ​ສຳ​ພັດຖ້ຳຕິ່ງກໍ່​ຖື​ວ່າ​ຍັງ​ບໍ່​ທັນ​ໄດ້​ໄປ​ທ່ຽວ​ຫລາຍ​ບ່ອນ​ເທືອ, ສະ​ນັ້ນ​ຖ້າ​ຜູ້​ໃດ​ຫາກ​ໄດ້​ໄປ​ທ່ຽວ​ຫລວງ​ພະ​ບາງ​ຕ້ອງ​ໄດ້​ລອງ​ໄປ​ທ່ຽວ​ຊົມ​ເບິ່ງ​ເພາະ​ສາ​ມາດ​ເບິ່ງ​ເຫັນ​ໄດ້​ງາຍໆ​ຈາກ​ຝັ່ງ​ຂອງ​ນ້ຳ​ຂອງ, ອາດ​ຈະ​ບໍ່​ແມ່ນ​ຖ້ຳ​ທີ່​ເລີກ ຫລື ໃຫຍ່​ຫລາຍ, ແຕ່​ໃນ​ນັ້ນ​ເຕັມ​ໄປ​ດ້ວຍ​ພະ​ພຸດ​ທະ​ຮູບ​ທີ່​ງົດ​ງາມ​ຫລາຍ​ອົງ, ເຊິງວ່າ​ຖ້ຳ​ຕິ່ງ ໄດ້ຕັ້ງຢູ່ໃນພູໜ່ວຍໜຶ່ງທີ່ຕັ້ງສະຫງ່າ ຢູ່ແຄມແມ່ນ້ຳຂອງ ຝັ່ງກົງກັນຂ້າມກັບປາກນ້ຳອູ ເມືອງແລະແຂວງຫຼວງພະບາງ.

ສຳລັບການເດິນທາງ ຢູ່ໄກຈາກຕົວເມືອງຫຼວງພະບາງໄປປະມານ 25 ກິໂລແມັດ ໄປຕາມເສັ້ນທາງເລກທີ 13 ເໜືອ ຜ່ານບ້ານຊ່າງໄຫ ຈົນເຖິງບ້ານປາກອູ ມີເຮືອຂ້າມຟາກໃຫ້ບໍລິການ ດ້ວຍລາຄາບໍ່ແພງ ຫຼື ຈະນັ່ງເຮືອທີ່່ທ່າວັດຊຽງທອງ ເປັນເຮືອເຊົ່າເໝົາລຳ ເຊິ່ງຈະໄດ້ ທ່ອງ​ທ່ຽວ ແລະ ຊົມວິວທິວທັດສອງຟາກຝັ່ງແມ່ນ້ຳຂອງແບບ​ເຢັນ​ສະ​ບາຍ​ໃຈ ແລະ  ຖ້ານັ່ງເຮືອຈາກໃນຕົວເມືອງຈະເປັນການນັ່ງເຮືອ ແລ້ວລ່ອງຂຶ້ນ ໃຊ້ເວລາປະມານ 2 ຊົ່ວໂມງເຄິ່ງ ຂາກັບຈະລ່ອງຕາມນ້ຳໃຊ້ເວລາປະມານຊົ່ວໂມງປາຍ.

SA Game
ພາບ: laopost.com

ຖ້າຕິ່ງປະກອບໄປດ້ວຍ 2 ຖ້ຳ ແຍກຂວາໄປຖ້ຳລຸ່ມ ແລະແຍກຊ້າຍໄປຖ້ຳເທິງ ຖ້າລຸ່ມນັ້ນສູງ 60 ແມັດ ຈາກພື້ນນ້ຳ ມີລັກສະນະເປັນອຸໂມງຖ້ຳຕື້ນໆ ມີຫິນງອກຫິນຍ້ອຍເລັກໜ້ອຍ ເປັນຖ້ຳທີ່ມີພະພຸດທະຮູບຈຳນວນຫຼາຍ ແລະຫຼາຍຂະໜາດ ສ່ວນຫຼາຍຈະເປັນພະຢືນ ມີທັງປາງປະທານພອນ ແລະປາງຫ້າມຍາດ ຄວາມສຳຄັນຂອງຖ້ຳຕິ່ງໃນສະໄໝ ບູຮານເປັນບ່ອນສັກກາລະ ບວງສວງດວງວິນຍານ ຜີຟ້າ ຜີແຖນ ເທວະດາຜາຕິ່ງ.

SA Game
ພາບ: laopost.com

ຖ້ຳຕິ່ງໃນມື້ນີ້ຍັງສະແດງເຖິງຍຸກແຫ່ງການປະຕິວັດ ຄວາມເຊື່ອຂອງປະຊາຊົນລາວໃນອະດີດ ທີ່ເຄີຍນັບຖືຜີ ພະເຈົ້າໂພທິສາລະລາດ ຊົງເລື່ອມໃສໃນ ພຸດທະສາດສະໜາ ແລະຊົງໃຊ້ຖ້ຳຕິ່ງເປັນສະຖານທີ່ສັກສິດທາງພຸດທະສາດສະໜາ ແລະມີການຄົ້ນພົບພະພຸດທະຮູບທີ່ສ້າງຂຶ້ນໃນສະຕະວັດທີ 18-19 ຫຼາຍກວ່າ 2,500 ອົງ ສ່ວນຫຼາຍສ້າງຂຶ້ນຈາກໄມ້ ເມື່ອຕອນຄົ້ນພົບໃໝ່ ມີພະພຸດທະຮູບຈຳນວນໜຶ່ງທີ່ສ້າງດ້ວຍເງິນ ແລະຄຳ ແຕ່ຖືກເຄື່ອນຍ້າຍອອກໄປໝົດ.

SA Game
ພາບ: laopost.com

ນັບແຕ່ນັ້ນມາຖ້ຳຕິ່ງຈຶ່ງເປັນຖ້ຳທີ່ສັກສິດ ເຈົ້າມະຫາຊີວິດຫຼວງພະບາງ ຕ້ອງໄປສັກກາລະບູຊາພະພຸດທະຮູບໃນຖ້ຳ ໂດຍສະເພາະໄລຍະບຸນປີໃໝ່ລາວ ທັງເຈົ້າມະຫາຊີວິດ ພະນັກງານລັດຖະການ ພະສົງ ປະຊາຊົນທົ່ວໄປ ຈະເດິນທາງໄປຫົດສົງພະພຸດທະຮູບ ທີ່ຕ່ຳຕິ່ງເທິງແລະຖ້ຳຕິ່ງລຸ່ມ ຈາກນັ້ນຈຶ່ງໄປຫົດສົງພະພຸດທະຮູບ ທີ່ວັດປາກອູ ເຊິ່ງຢູ່ໃກ້ໆ ກັບຖ້ຳຕິ່ງ ສຳລັບຖ້ຳເທິງນັ້ນ ມີທາງແຍກໄປທາງຊ້າຍຂຶ້ນຂັ້ນໄດໄປ 218 ຂັ້ນ ສອງຂ້າງທາງຮົ່ມເຢັນດ້ວຍເງົາໄມ້ ລັກສະນະຖ້ຳຕິ່ງເທິງເປັນປາກຖ້ຳບໍ່ເລິກປານໃດ ມີພະພຸດທະຮູບຢູ່ພາຍໃນຖ້ຳ ແຕ່ບໍ່ຫຼາຍເທົ່າກັບຖ້ຳຕິ່ງລຸ່ມ ທີ່ປາກຖ້ຳມີໄຟສາຍໃຫ້ເຊົ່າສຳລັບເຂົ້າໄປ ເຍືອງເບິ່ງຄວາມສວຍງາມພາຍໃນຖ້ຳ.

ບອກໄດ້ວ່າຖ້າໃຜໄດ້ໄປຫຼວງພະບາງ ແຫຼ່ງທ່ອງທ່ຽວ ແຫ່ງໜຶ່ງທີ່ບໍ່ຄວນພາດຄື ຖ້ຳຕິ່ງ.

ຂອບໃຈຮູບປະກອບສ່ວນໜຶ່ງຈາກ: ຮູບພາບປະເທດລາວ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ: laopost.com