ທ່ານ ຫວໍ ຈ້ອງຫ້າຍ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

SA Game

ຂປລ

ນາຍົກ ຕ້ອນຮັບ ປະທານຄະນະກຳມະການປະຊາຊົນ ແຂວງຮ່າຕິ້ງ ເນືອງໃນໂອກາດຢ້ຽມຢາມ ລາວ.

ໃນໂອການການມາຢ້ຽມຢາມຂອງຄະນະ ຈາກ ສສ ຫວຽດນາມ, ໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫວໍ ຈ້ອງ ຫ້າຍ(Vo Trong Hai) ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາ ຊົນແຂວງຮ່າຕິ້ງ ສສ ຫວຽດນາມ ພ້ອມດ້ວຍຄະນະ

ໃນວັນທີ 5 ກໍລະກົດ 2022 ນີ້, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 4-7 ກໍລະກົດ 2022 ນີ້.

ໂອກາດນີ້, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ຫວໍ ຈ້ອງ ຫ້າຍ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້

ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງຂຶ້ນໄປເລື້ອຍໆ

SA Game
ຂປລ

ທັງເປັນການເສີມຂະຫຍາຍການພັວພັນຮ່ວມມື ລະຫວ່າງແຂວງ ຫາ ແຂວງ ຂອງສອງປະເທດ ທີ່ມີຊາຍແດນຕິດຈອດກັນ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ ໃຫ້ການສະໜັບສະໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຕະຫລອດໄປ, ທັງເປັນການ ປະກອບສ່ວນເຂົ້າໃນການສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ຈະມາເຖິງນີ້, ໃຫ້ມີບັນຍາກາດອັນຟົດຟື້ນ.

ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ ສະ ແດງຄວາມຫວັງວ່າ ສອງປະເທດ ລາວ-ຫວຽດນາມ ຈະສືບຕໍ່ ໃຫ້ການສະໜັບສະໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນທຸກຂົງເຂດວຽກງານ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ເຮັດໃຫ້ການພົວພັນຮ່ວມມືອັນເປັນມູນເຊື້ອອັນຍາວນານ ລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາ ຂຶ້ນໄປເລື້ອຍໆ ໃນອະນາຄົດ ແລະ ຍາວນານ.

SA Game
ຂປລ

ທ່ານ ຫວໍ ຈ້ອງ ຫ້າຍ ກໍໄດ້ສະແດງຄວາມຂອບໃຈ ມາຍັງທ່ານ ພັນຄຳ ວິພາວັນ ທີ່ໄດ້ສະຫລະເວລາອັນມີຄ່າ ມາຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງໃຫ້ຊາບເຖິງ ຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ