ທ່ານ ສະເຫລີມໄຊ ກົມມະສິດ ຮ່ວມກອງປະຊຸມກັບບັນດາປະເທດຄູ່ເຈລະຈາ

SA Game

ກ​ຕ​ທ

ຮອງນາຍົກລັດຖະມົນຕີ ປະຊຸມລັດຖະມົນຕີຕ່າງປະເທດອາຊຽນທີ່ພະນົມເປັນ ກຳ​ປູ​ເຈຍ

ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບບັນດາປະເທດຄູ່ເຈລະຈາໃນວັນທີ 4 ສິງຫາ 2022 ນີ້ ທີ່ພະນົມເປັນ, ຣາຊະອານາຈັກກໍາປູເຈຍ, ເຊິ່ງປະກອບດ້ວຍກອງປະຊຸມລັດ ຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ, ອາຊຽນ-ຈີນ, ອາຊຽນ-ສ.ອາເມລິກາ, ອາຊຽນ-ຍີ່ປຸ່ນ, ອາຊຽນ-ສ.ເກົາຫລີ, ອາຊຽນ-ອິນເດຍ, ອາຊຽນ-ນິວຊີແລນ, ອາຊຽນ-ສະຫະພາບເອີຣົບ(ອີຢູ), ອາຊຽນ-ການາດາ, ອາຊຽນ-ລັດເຊຍ, ອາຊຽນ-ອັງກິດ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນບວກສາມ ຄັ້ງທີ 23ຕາມລໍາດັບ.

ໃນນາມ ສປປ ລາວ ເປັນປະເທດປະສານງານການພົວພັນ ອາຊຽນ-ອົດສະຕຣາລີ, ທ່ານສະເຫລີມໄຊ ກົມມະສິດ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ຮ່ວມກັບທ່ານນາງເພັນນີວອງ(Penny Wong) ລັດຖະມົນຕີຕ່າງປະເທດອົດສະຕຣາລີ. ກອງປະຊຸມໄດ້ສະ ແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຂອງອົດສະຕຣາລີ ເພື່ອຊ່ວຍເຫລືອອາຊຽນມູນຄ່າ 154 ລ້ານໂດລາອົດສະຕຣາລີ ເຊິ່ງລວມມີ:

SA Game
ກ​ຕ​ທ

ຂໍ້ລິເລີ່ມອົດສະຕຣາລີ ເພື່ອອະນາຄົດຂອງອາຊຽນມູນຄ່າ 124 ລ້ານໂດລາອົດສະຕຣາລີ, ທຶນການສຶກສາຈຳນວນ 100 ທຶນ ເພື່ອສົ່ງເສີມການສ້າງຜູ້ນຳອາຊຽນໃນ 4 ຂົງເຂດບູລິມະສິດພາຍໃຕ້ແນວຄວາມຄິດອາຊຽນ ກ່ຽວກັບອິນໂດ-ປາຊີຟິກ ແລະ ຂໍ້ລິເລີ່ມກ່ຽວກັບການສົ່ງເສີມຄວາມສາ ມາດ ແລະ ການຫັນເປັນດີຈີຕອນ ໃນອະນາຄົດ. ກອງປະຊຸມຍັງໄດ້ຮັບຮອງເອົາເອກະສານຊ້ອນທ້າຍຂອງແຜນປະຕິບັດງານອາຊຽນ-ອົດສະຕຣາລີ 2020-2024 ເພື່ອຈັດຕັ້ງຜັນຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ອົດສະຕຣາລີ ທີ່ຖືກຍົກລະດັບໃນທ້າຍ ປີ 2021.

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ໄດ້ຮັບຮອງເອົາເອກະສານຊ້ອນທ້າຍຂອງແຜນປະຕິບັດງານ ອາຊຽນ-ຈີນ (2021-2025) ເພື່ອຈັດຕັ້ງຜັນຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ຈີນ ທີ່ຖືກຍົກລະດັບໃນທ້າຍປີ 2021. ກອງປະຊຸມໄດ້ຮັບຊາບຂໍ້ສະເໜີຂອງຈີນ ເພື່ອອອກຖະແຫລງການອາຊຽນ-ຈີນ ວ່າດ້ວຍການສົ່ງເສີມການພັດທະນາຮ່ວມກັນ ແລະ ຖະແຫລງການຮ່ວມອາຊຽນ-ຈີນ ວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງທາງສະບຽງອາຫານ ເຊິ່ງມີແຜນຮັບຮອງເອົາຢູ່ກອງປະຊຸມສຸດຍອດ ອາຊຽນ-ຈີນ ຄັ້ງທີ 25 ໃນເດືອນພະຈິກ 2022 ນີ້.

ໃນໂອກາດນີ້, ກອງປະຊຸມຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ຖະແຫລງການວ່າດ້ວຍການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້(DOC), ລວມທັງການເຈລະຈາຮ່າງກົດແຫ່ງການປະພຶດໃນທະເລຈີນໃຕ້ ແລະ ໄດ້ເແລກປ່ຽນຄວາມຄິດເຫັນຕໍ່ບາງບັນຫາພົ້ນເດັ່ນຢູ່ໃນພາກພື້ນ ແລະ ສາກົນ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສ.ອາເມລິກາ ໄດ້ເຫັນດີສືບຕໍ່ເຮັດວຽກຮ່ວມກັນ ເພື່ອກ້າວໄປສູ່ການຍົກລະດັບການພົວພັນຮ່ວມມື ອາຊຽນ-ສ.ອາເມລິກາ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບ ດ້ານ ໃນໂອກາດກອງປະຊຸມສຸດຍອດ ອາຊຽນ-ສ.ອາເມລິກາ ຄັ້ງທີ 10 ທີ່ຈະຈັດຂຶ້ນໃນເດືອນພະຈິກ 2022. ພ້ອມນີ້, ກອງປະຊຸມໄດ້ຊຸກຍູ້ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນຂອງ ກອງປະຊຸມສຸດຍອດ ອາຊຽນ-ສ.ອາເມລິກາ ສະໄໝພິເສດທີ່ໄດ້ຈັດຂຶ້ນໃນວັນທີ 12-13 ພຶດສະພາ 2022 ທີ່ນະຄອນຫລວງວໍຊິງຕັນດີຊີ.

ກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ-ຍີ່ປຸ່ນ ໄດ້ເຫັນດີໃຫ້ເຮັດວຽກຮ່ວມກັນເພື່ອກະກຽມໃຫ້ແກ່ການຈັດກອງປະຊຸມສຸດຍອດສະເຫລີມສະຫລອງຄົບຮອບ 50 ປີແຫ່ງການພົວພັນອາຊຽນ-ຍີ່ປຸ່ນ ທີ່ຈະຈັດຂຶ້ນໃນເດືອນທັນວາ 2023 ທີ່ ໂຕກຽວ, ຍີ່ປຸ່ນ ລວມທັງການສ້າງກິດຈະກໍາຕ່າງໆ ເພື່ອຈັດຕັ້ງຜັນຂະຫຍາຍປີແຫ່ງມິດຕະພາບ ແລະ ການຮ່ວມມືອາຊຽນ-ຍີ່ປຸ່ນ2023.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ.ເກົາຫລີ ໄດ້ຊຸກຍູ້ໃຫ້ເລັ່ງລັດການລົງນາມບົດບັນ ທຶກຄວາມເຂົ້າໃຈ ກ່ຽວກັບການສ້າງຕັ້ງສູນນະວັດຕະກໍາດ້ານອຸດສາຫະກຳ ແລະ ການສ້າງຕັ້ງສູນຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ສໍາເລັດໂດຍໄວ ເພື່ອປະກອບສ່ວນສົ່ງເສີມການຮ່ວມມືໃນຂົງ ເຂດດັ່ງກ່າວໃຫ້ຫລາຍຂຶ້ນ.

ກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ-ອິນເດຍ ໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມລັດຖະມົນຕີອາຊຽນ-ອິນເດຍ ສະໄໝພິເສດ ທີ່ຈັດຂຶ້ນໃນວັນທີ 16 ມິຖຸນາ 2022 ທີ່ ນິວເດັນລີ ເພື່ອສະເຫລີມສະຫລອງການພົວພັນອາຊຽນ-ອິນເດຍ ຄົບຮອບ 30 ປີ ແນໃສ່ຮັດແໜ້ນການຮ່ວມມືຂຶ້ນສູ່ລະດັບໃໝ່ ໂດຍສະເພາະແມ່ນເພື່ອກ້າວໄປສູ່ການຍົກລະດັບ ການພົວພັນອາຊຽນ-ອິນເດຍ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ນອກນັ້ນ, ກອງປະຊຸມ ກໍໄດ້ຢໍ້າຄືນຄວາມສໍາຄັນຂອງການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືດ້ານການເຊື່ອມຈອດຕ່າງໆ ໂດຍສະເພາະໂຄງການທາງດ່ວນສາມຝ່າຍ ອິນເດຍ-ມຽນມາ-ໄທ ແລະ ການຂະຫຍາຍທາງດ່ວນດັ່ງກ່າວເຊື່ອມຕໍ່ມາຍັງ ສປປ ລາວ, ກໍາປູເຈຍ ແລະ ຫວຽດນາມ ໃຫ້ສໍາເລັດໃນເວລາອັນຄວນ.

ກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ-ນິວຊີແລນ ໄດ້ຊຸກຍູ້ໃຫ້ສອງຝ່າຍເລັ່ງລັດການເຈ ລະຈາ ເພື່ອຍົກລະດັບສັນຍາເຂດການຄ້າເສລີ ອາຊຽນ-ອົດສະຕຣາລີ-ນີວຊີແລນ ໃຫ້ສໍາເລັດໂດຍໄວ. ນອກນັ້ນ, ນິວຊີແລນ ໄດ້ໃຫ້ຄວາມໝາຍໝັ້ນທີ່ຈະສືບຕໍ່ສະໜັບສະໜູນການສ້າງຂີດຄວາມສາມາດ ໃຫ້ອາ ຊຽນ ໃນການຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ອົດສະຕຣາລີ-ນິວຊີແລນ ລວມທັງການສ້າງຂີດຄວາມສາມາດໃຫ້ແກ່ນັກເຈລະຈາວຽກງານການຄ້າຂອງອາຊຽນ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ໄດ້ສະແດງຄວາມຍິນດີຕໍ່ການພົວພັນຮ່ວມມືອາຊຽນ-ອີຢູ ຄົບຮອບ 45 ປີ ພ້ອມທັງເຫັນດີໃຫ້ເລັ່ງລັດການກະກຽມ ເພື່ອຈັດກອງປະຊຸມສຸດຍອດສະ ເຫລີມສະຫລອງການພົວພັນອາຊຽນ-ອີຢູ ຄົບຮອບ 45 ປີ ເຊິ່ງມີແຜນຈັດຂຶ້ນໃນເດືອນທັນວາ 2022 ທີ່ ບຣຸກແຊນ, ປະເທດແບນຊິກ.

ກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ ໄດ້ເຫັນດີຈັດກອງປະຊຸມສຸດຍອດສະເຫລີມສະຫລອງການພົວພັນ ອາຊຽນ-ການາດາ ຄົບຮອບ 45 ປີ ໃນທ້າຍປີ 2022 ເພື່ອທົບທວນການຮ່ວມມືໃນໄລຍະຜ່ານມາ ພ້ອມທັງວາງທິດທາງ ເພື່ອຮັດແໜ້ນການຮ່ວມມືໃນຕໍ່ໜ້າ ແລະ ເພື່ອຍົກລະດັບການພົວພັນອາຊຽນ-ການາດາ ຂຶ້ນສູ່ລະດັບໃໝ່.

ກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ-ລັດເຊຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດ ອາຊຽນ-ລັດເຊຍ ເພື່ອສະເຫລີມສະຫລອງການຮ່ວມມືອາຊຽນ-ລັດເຊຍ ຄົບ ຮອບ 30 ປີ ໃນເດືອນ ຕຸລາ 2021 ທີ່ຜ່ານມາ ພ້ອມທັງຊຸກຍູ້ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍ ຜົນຂອງກອງປະຊຸມດັ່ງກ່າວ ກໍຄືບັນດາກິດຈະກໍາຮ່ວມມື ໃນແຜນປະຕິບັດງານໃຫ້ມີປະສິດທິຜົນຫລາຍຂຶ້ນຕື່ມ ລວມທັງການຈັດຕັ້ງຜັນຂະຫຍາຍ ປີແຫ່ງການຮ່ວມມືອາຊຽນ-ລັດເຊຍ ດ້ານວິທະຍາສາດ ແລະ ເຕັກນິກ ໃນປີ 2022 ນີິ້.

ກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ-ອັງກິດ ເປັນກອງປະຊຸມຄັ້ງທຳອິດ ພາຍຫລັງທີ່ອັງກິດ ໄດ້ຖືກຮັບຮອງເປັນຄູ່ເຈລະຈາຂອງອາຊຽນ ໃນປີ 2021. ກອງປະຊຸມ ໄດ້ຮັບຮອງເອົາແຜນປະ ຕິບັດງານການຮ່ວມມື ອາຊຽນ-ອັງກິດ ໄລຍະ 2022-2026 ເພື່ອເປັນພື້ນຖານໃນການສົ່ງເສີມການຮ່ວມມືໃນຕໍ່ໜ້າ.

SA Game
ກ​ຕ​ທ

ອັງກິດ ໄດ້ໃຫ້ການຊ່ວຍເຫລືອອາຊຽນໃນການຮັບມື ກັບການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການປະກອບສ່ວນ 1 ລ້ານປອນ ເຂົ້າໃນກອງທຶນອາຊຽນ ເພື່ອຮັບມືກັບພະຍາດໂຄວິດ-19 ແລະ 4,8 ລ້ານປອນໃຫ້ແກ່ ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19.

ກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນບວກສາມ (ສປ.ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ) ຄັ້ງທີ 23 ໄດ້ສະແດງຄວາມຍິນດີຕໍ່ການຮ່ວມມືໃນຂອບ ອາຊຽນບວກສາມໃນໄລຍະ 25 ປີ ທີ່ຜ່ານມາ, ພ້ອມທັງຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມື ພາຍໃຕ້ຂອບອາຊຽນບວກສາມ ໃນການເປັນເວທີການຮ່ວມມືທີ່ສໍາຄັນຂອງພາກພື້ນ ເຊິ່ງໄດ້ມີບົດບາດສໍາຄັນໃນການຮັບມືກັບສິ່ງທ້າທາຍຕ່າງໆ ເຊັ່ນ:

ພະຍາດລະບາດ, ວິກິດການທາງການເງິນ, ຄວາມຂາດແຄນດ້ານສະບຽງອາຫານ ແລະ ອື່ນໆ. ກອງປະຊຸມ ໄດ້ຮັບຮອງເອົາແຜນວຽກການຮ່ວມມື ໄລຍະ 2023-2027 ເພື່ອເສີມຂະຫຍາຍການຮ່ວມມື ໃຫ້ນັບມື້ນັບເຂັ້ມແຂງຍິ່ງຂຶ້ນ.

ໃນວັນດຽວກັນ ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບ ລັດຖະມົນຕີຕ່າງປະເທດອົດສະຕຣາລີ, ລັດຖະມົນຕີ ຊີ້ນຳວຽກງານອາຊີ ແລະ ຕາເວັນອອກກາງ, ກະຊວງການຕ່າງປະເທດ ອັງກິດ ແລະ ລັດຖະມົນຕີຕ່າງປະເທດຣັດເຊຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກຕທ