ທ່ານ ສອນໄຊ ສີພັນດອນ ຊູກຍູ້ວຽກງານຢູ່ເຂດເສດຖະກິດໄຊເສດຖາ

SA Game

ຂ​ປ​ລ

ຮອງນາຍົກລັດຖະມົນຕີ ລົງຢ້ຽມ​ຢາມເຂດເສດຖະກິດກວມລວມ ໄຊເສດຖາ

 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຢູ່ເຂດເສດຖະ ກິດກວມລວມໄຊເສດຖາ ນະຄອນຫລວງວຽງຈັນໃນວັນທີ 5 ກໍລະກົດ 2022 ນີ້, ເພື່ອເຮັດໃຫ້ການດຳເນີນກິດຈະການ ຢູ່ພາຍໃນເຂດເສດຖະກິດດັ່ງກ່າວ ໃຫ້ມີຄວາມໂລ່ງລ່ຽນ, ຖືກຕ້ອງຕາມລະບຽບຫລັກ ການ ແລະ ແນວທາງນະໂຍບາຍທີ່ພັກ, ລັດຖະບານວາງອອກ ແນໃສ່ເຮັດໃຫ້ເຂດເສດ ຖະກິດກວມລວມໄຊເສດຖາ ໄດ້ຮັບການພັດທະນາ ແລະ ສືບຕໍ່ຜະລິດສິນຄ້າຕ່າງໆ ໃຫ້ໄດ້ຄຸນນະພາບ, ໄດ້ມາດຕະຖານ ແລະ ສາມາດຕອບສະໜອງຕາມຄວາມຕ້ອງການຂອງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ຂຽງຄຳ ພຸດຈັນທະວົງ ຮອງຜູ້ອຳນວຍການໃຫຍ່ ບໍລິສັດຮ່ວມທຶນລາວ-ຈີນ ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ, ເຂດພັດທະນາກວມລວມໄຊເຊດຖານະຄອນຫລວງວຽງຈັນ ມີຫົວໜ່ວຍວິສາຫະກິດເຊັນສັນຍາທັງໝົດ 114 ບໍລິສັດ, ໃນນັ້ນ 57 ບໍລິສັດໄດ້ເລີ່ມທໍາການຜະລິດ ແລະ 57 ບໍລິສັດກໍາລັງກະກຽມເບື້ອງຕົ້ນ ແລະ ກຳລັງດຳເນີນການກໍ່ສ້າງ ເຊິ່ງເປັນນັກລົງທຶນທີ່ມາຈາກ 7 ປະເທດເຊັ່ນ:

SA Game
ຂ​ປ​ລ

ສປຈີນ, ໄທ, ຍີ່ປຸ່ນ, ມາເລເຊຍ, ສິງກະໂປ, ລາວ ແລະ ສະຫະລັດອາເມລິກາ ຄາດວ່າພາຍຫລັງທີ່ບັນດາບໍລິສັດດັ່ງກ່າວ ລົງມືທຳການຜະລິດຈະສາມາດສ້າງມູນຄ່າຜະລິດຕະພັນທັງໝົດ 1,8 ຕື້ໂດລາສະຫະລັດ ແລະ ສາມາດສ້າງວຽກເຮັດງານທຳໄດ້ຫລາຍກວ່າ 10.000 ກ່າວຄົນ.

ພ້ອມກັນນີ້, ທ່ານ ຫວັງ ຕື່ນເທົ່າ ຮອງຜູ້ອຳນວຍການບໍລິສັດ ເປໂຕຣເຄມີ ລາວຈຳກັດ ກໍໄດ້ກ່າວວ່າ: ບໍລິສັດ ເປໂຕຣເຄມີ ລາວ ຈຳກັດ ແມ່ນໂຮງກັ່ນນໍ້າມັນແຫ່ງທຳອິດ ແລະ ເປັນໂຮງກັ່ນໜຶ່ງດຽວໃນປະເທດລາວ ເຊິ່ງສ້າງຕັ້ງຂຶ້ນໃນປີ 2014 ແລະ ເລີ່ມຈຳໜ່າຍໃນ 2021 ດ້ວຍກຳລັງການຜະລິດ1.000.000 ໂຕນຕໍ່ປີ

ປັດຈຸບັນ ແມ່ນໄດ້ຢຸດທໍາການຜະລິດຕັ້ງແຕ່ເດືອນກຸມພາ 2022 ແລະ ກຳລັງດຳເນີນການເຈລະຈາ ກັບຂະແໜງການທີ່ກ່ຽວຂ້ອງຂອງລັດ ໂດຍສະເພາະ ການຍົກເວັ້ນພາສີນຳເຂົ້າວັດຖຸດິບ ຂະນະດຽວກັນ: ກໍສະເໜີໃຫ້ລັດຖະບານເກັບພາສີ ພາຍໃນເວລາທີ່ບໍລິສັດຈໍາໜ່າຍນໍ້າມັນເຊື້ອໄຟ ໃຫ້ບັນດາບໍລິສັດເຊື້ອໄຟພາຍໃນ.

ໃນໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ກໍໄດ້ຊົມເຊີຍຕໍ່ຈັດຕັ້ງປະຕິບັດໜ້າວຽກງານຂອງ 2 ບໍລິສັດ ດັ່ງກ່າວ ເຊິ່ງຢາມໃດ ກໍໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ເປັນຕົ້ນ ທຳການຜະລິດ ເພື່ອຕອບສະໜອງໃຫ້ແກ່ສັງຄົມ, ທັງເປັນການພັດທະນາ ສປປ ລາວ ແລະ ສ້າງລາຍຮັບໃຫ້ປະເທດ

ພ້ອມດຽວກັນນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ ຜູ້ປະກອບການປະຕິບັດມາດຈະການປ້ອງກັນພະຍາດໂຄວິດ-19 ໂດຍສະເພາະເລັ່ງໃຫ້ພະນັກງານໄປສັກວັກຊິນ ເຂັ້ມ 3 ແລະ ເຂັ້ມ 4, ຕ້ອງປະສານສົມທົບກັບຮາກຖານບ້ານ ເພື່ອຮ່ວມກັນປົກປັກຮັກສາສິ່ງແວດ ລ້ອມ ລວມທັງວຽກງານຄວາມເປັນລະບຽບຮຽບຮ້ອຍ ແລະ ວຽກງານປ້ອງກັນຄວາມສະຫງົບສຸກຂອງປະຊາຊົນ ເພື່ອເຮັດໃຫ້ເຂດດັ່ງກ່າວ ເກີດມີຜະລິດຕະພັນທີ່ຫລາກຫລາຍເພື່ອຈຳໜ່າຍ.

SA Game
ຂ​ປ​ລ

ພ້ອມກັນນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ບໍລິສັດ ຄວາມຫວັງໃໝ່ ທີ່ທຳການຜະລິດຫົວອາຫານສັດ ເຊັ່ນ: ຫົວອາຫານໝູ, ອາຫານເປັດ-ໄກ ແລະ ຫົວອາຫານປາ ຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ