ທ່ານ​ສົມ​ສະ​ຫວາດ ຢ້ຽມ​ຢາມເຂດເສດຖະກິດພິເສດສາມຫຼ່ຽມຄໍາ

SA Game

ຂ່າວສານ ສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.

ຕ້ອນ​ຮັບການມາຢ້ຽມຢາມຂອງອະດີດການນໍາຂັ້ນສູງ ທ່ານ​ ສົມ​ສະ​ຫວາດ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ

ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ວັນທີ 26 ຫາ 28 ພຶດສະພາ 2022, ໂດຍການຕ້ອນຮັບຂອງ ທ່ານ ບຸນທອງ ແສງສີກອງ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ແລະ ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ

ເຊິ່ງການເຄື່ອນໄຫວວຽກງານຄັ້ງນີ້ ແມ່ນເພື່ອຢ້ຽມຢາມການພັດທະນາໂຄງການຕ່າງໆ ຂອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເປັນຕົ້ນ ການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ, ເຂດພັດທະນາກະສິກຳ, ໂຮງແຮມແຫ່ງດອກງີ້ວຄໍາ, ໂຄງການຕະຫຼາດຮີດຄອງປະເພນີ, ໂຄງການກໍ່ສ້າງໂຮງນໍ້າປະປາໃໝ່, ທ່າເຮືອບ້ານມອມ ແລະ ສະຖານທີ່ອື່ນໆ

ນອກນັ້ນ, ກໍໄດ້ເຂົ້າຮ່ວມກອງປະຊຸມວຽກງານການພັດທະນາໂຄງການເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໂດຍມີບັນດາທ່ານ ຫົວໜ້າຫ້ອງວ່າການປົກຄອງແຂວງ, ຄະນະຄຸ້ມຄອງເຂດ, ຄະນະປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ດ່ານພາສີກວດຄົນເຂົ້າ-ອອກເມືອງ ເຂົ້າຮ່ວມ
SA Game
ຂ່າວສານ ສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.

ໃນກອງປະຊຸມ ທ່ານບຸນທອງ ແສງສີກອງ ຫົວໜ້າຫ້ອງການຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄຳແຂວງບໍ່ແກ້ວ ແລະ ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ກໍໄດ້ລາຍງານສະພາບການຄຸ້ມຄອງຂອງເຂດ, ການຄ້າ, ຄວາມປອດໄພ, ແຮງງານ, ພາສີ, ຄວາມຄືບໜ້າຂອງການກໍ່ສ້າງໂຄງການຕ່າງໆ ແລະ ທິດທາງພັດທະນາໃນອະນາຄົດ.

ພ້ອມດຽວກັນນີ້, ກໍສົ່ງເສີມການລົງທືນຂະແໜງກະສິກຳ ແລະ ການທ່ອງທ່ຽວ ເພື່ອຊ່ວຍໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວອ້ອມຂ້າງດີຂຶ້ນ ໂດຍມີວຽກເຮັດງານທຳ, ມີລາຍຮັບ ຢ່າງຕໍ່ເນື່ອງ.

SA Game
ຂ່າວສານ ສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.
ໃນໂອກາດເຂົ້າຮ່ວມກອງປະຊຸມ ທ່ານ ສົມສະຫວາດ ເລັ່ງສະຫວັດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ຈ້າວເຫວີຍ ພ້ອມຄະນະ ທີ່ໄດ້ໃຈໃສ່ໃນການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາຢ່າງແທ້ຈິງ ເປັນເວລາ 15 ປີ ເຫັນໄດ້ວ່າ ມີການພັດທະນາ ແລະ ມີຄວາມກ້າວຫນ້າ ຢ່າງຊັດເຈນ ເຮັດໃຫ້ກາຍເປັນເມືອງທີ່ສວຍງາມ ແລະ ທັນສະໄໝ, ພ້ອມທັງ ສ້າງໂອກາດໃຫ້ປະຊາຊົນມີວຽກງານທໍາອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຫ້ອງການຄຸ້ມຄອງໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.