ທ່ານທູດຫວຽດນາມ​ປະ​ຈຳ​ລາວ​ຊ່ວຍ​ເຫລືອ​ໄພ​ນ້ຳ​ຖ້ວມສ​ປ​ປ ລາວ.

SA Game

ພາບ: ໜັງ​ສືພິມ​ປະ​ຊາ​ຊົນ.

ເອກອັກຄະລັດຖະທູດຫວຽດນາມປະຈໍາລາວ ມອບ​ເງິນຊ່ວຍເຫຼືອໄພນໍ້າຖ້ວມ ​ໃຫ້​ ສ​ປ​ປ ລາວ.

ໄພ​ທຳ​ມະ​ຊາດ​ເກີດ​ຂື້ນ​ຫລາຍເຂດ​ໃນ​ພາກ​ໃຕ້​ຂອງ ສ​ປ​ປ ລາວ ເປັນ​ຕົ້ນ​ແມ່ນ​ໄພ​ນ້ຳ​ຖ້ວມ​ເຮັດ​ໃຫ້ປະ​ຊາ​ຊົນ​ໄດ້​ຮັບ​ຜົນ​ກະ​ທົບ​ ແລະ ເສຍ​ຫາຍ​ຢ່າງ​ຫລວງຫລາຍ ແລະ ຫລາຍໆ​ພາກ​ສ່ວນ​ກໍ​ໄດ້​ປະ​ກອບ​ສວນ​ເຂົ້າ​ໃນ​ການ​ຊ່ວຍເຫລືອ​, ເຖິງວ່າ​ຊ່ວງ​ນີ້​ນ້ຳ​ລົດ​ລົງ​ແລ້ວ​ແຕ່​ຄວາມ​ເສຍ​ຫລາຍ​ຍັງ​ຫລາຍ​ຢູ່.

ຕາມ​ຂ່າວ​ຈາກ​ໜັງ​ສື​ພິມ​ປະ​ຊາ​ຊົນ​ໃຫ້​ຮູ້​ວ່າ ວັນທີ 26 ຕຸລາຜ່ານມາ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ມອບເງິນຈໍານວນ 50 ລ້ານກີບ ກ່າວຮັບໂດຍທ່ານ ປະເດີມພອນ ສົນທານີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫັວດດີການສັງຄົມ, ເພື່ອໃຫ້ກະຊວງດັ່ງກ່າວ ນໍາໄປຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ.

SA Game
ພາບ: ໜັງ​ສືພິມ​ປະ​ຊາ​ຊົນ.

ໃນພິທີມອບ-ຮັບ, ທ່ານ ຫງວຽນບາຮຸ່ງ ກ່າວວ່າ: ເມື່ອໄດ້ຮູ້ຂ່າວປັດຈຸບັນ ປະຊາຊົນແຂວງສະຫວັນນະເຂດ ທາງພາກກາງຂອງລາວ ຖືກຜົນກະທົບຈາກໄພນໍ້າຖ້ວມຢ່າງໜັກໜ່ວງ.

ດັ່ງນັ້ນ, ສະຖານທູດຫວຽດນາມ ປະຈໍາລາວ ໄດ້ຕັດສິນໃຈໃຫ້ການຊ່ວຍເຫຼືອຈໍານວນເງິນດັ່ງກ່າວ ເພື່ອໜູນຊ່ວຍວຽກງານຟື້ນຟູຜົນເສຍຫາຍຈາກພາຍຸນໍ້າຖ້ວມ. ພ້ອມທັງເຊື່ອໝັ້ນວ່າ: ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວ ເວົ້າລວມ ແລະ ປະຊາຊົນຊາວແຂວງສະຫວັນນະເຂດ ເວົ້າສະເພາະ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກນີ້ໄປໄດ້ດີ, ເຮັດໃຫ້ຊີວິດການເປັນຢູ່ສືບຕໍ່ດີຂຶ້ນ.

ພ້ອມກັນນັ້ນ, ຊາວຫວຽດນາມ ທີ່ອາໄສຢູ່ ສປປ ລາວ ກໍໄດ້ໃຫ້ການຊ່ວຍເຫຼືອຈໍານວນເງິນ 100 ລ້ານກີບ ແລະ ໃນເວລາອັນໄກ້ນີ້ ຈະໄດ້ຈັດຕັ້ງຄະນະລົງໄປຊ່ວຍເຫຼືອ ແລະ ຢ້ຽມຢາມຖາມຂ່າວປະຊາຊົນແຂວງສະຫວັນນະເຂດ.

ພ້ອມກັນນັ້ນ, ທ່ານ ຫງວຽນບາຮຸ່ງ ກໍໄດ້ລາຍງານສະພາບໄພນໍ້າຖ້ວມຢູ່ບັນດາແຂວງທາງພາກກາງຫວຽດນາມ ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ຄວາມເສຍຫາຍທາງດ້ານສັບສິນຢ່າງຫຼວງຫຼາຍ. ທ່ານ ຫງວຽນບາຮຸ່ງ ກໍໄດ້ສະແດງຄວາມຂອບໃຈການນໍາພັກ, ລັດຖະບານລາວ ທີ່ໄດ້ສົ່ງຄໍາຢ້ຽມຢາມຖາມຂ່າວ ກໍຄືປະຊາຊົນ ແລະ ອົງການຈັດຕັ້ງຂອງລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ຫວຽດນາມ ໃນໄລຍະຜ່ານມາ. ພ້ອມທັງຢັ້ງຢືນວ່າ: ຫວຽດນາມ ເວລາໃດກໍຢູ່ຄຽງບ່າຄຽງໄຫຼ່ ແລະ ໃຫ້ການຊ່ວຍເຫຼືອ ລາວ, ພິເສດແມ່ນໃນໄລຍະພົບຄວາມຫຍຸ້ງຍາກ, ສັບສົນ.

ທ່ານ ປະເດີມພອນ ສົນທານີ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ທູດ ແລະ ຄະນະຜູ້ຕາງໜ້າສະຖານທູດຫວຽດນາມ, ບັນດາອົງການຕ່າງໆປະຈໍາລາວ ແລະ ຊາວຫວຽດກ່ຽວທີ່ອາໄສຢູ່ ລາວ ທີ່ໃຫ້ການຊ່ວຍເຫຼືອ ແລະ ແບ່ງເບົາຄວາມຫຍຸ້ງຍາກ ທີ່ປະຊາຊົນລາວ ພວມປະສົບກັບໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ, ຕີລາຄາສູງບັນດາການເຄື່ອນໄຫວຂອງທູດຫວຽດນາມ ປະຈໍາ ລາວ ກໍຄືຊາວຫວຽດກ່ຽວ ທີ່ອາໄສຢູ່ລາວ.

ຫວຽດນາມ ເວລາໃດກໍກຽມພ້ອມໃຫ້ການຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ. ທ່ານ ປະເດີມພອນ ສົນທານີ ໄດ້ໃຫ້ຮູ້ວ່າ: ຈະນໍາໃຊ້ຈໍານວນເງິນດັ່ງກ່າວ ຢ່າງມີປະສິດທິຜົນ, ຕົວຈິງໃນວຽກງານຟື້ນຟູສະພາບໄພນໍ້າຖ້ວມ.

ທ່ານ ປະເດີມພອນ ສົນທານີ ກໍໄດ້ລາຍງານສະພາບໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ ກໍຄືວຽກງານຟື້ນຟູສະພາບການພາຍຫຼັງໄພນໍ້າຖ້ວມ. ທ່ານ ໃຫ້ຮູ້ວ່າ: ໄລຍະຜ່ານມາ, ປະຊາຊົນບັນດາແຂວງພາກໃຕ້ຫວຽດນາມ ພວມປະສົບກັບໄພນໍ້າຖ້ວມຢ່າງໜັກໜ່ວງ.

ພ້ອມຢືນຢັນວ່າ: ພັກ – ລັດ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອສູງສຸດ ກ່ອນໜ້ານີ້ ກໍຄືໃນປັດຈຸບັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ໜັງ​ສືພິມ​ປະ​ຊາ​ຊົນ.