ທຽວເມືອງຄຳ ເມືອງບໍ່ນ້ຳຮ້ອນທຳມຊາດຂອງແຂວງຊຽງຂວາງ

SA Game

ພາບ: laophattananews.com

ທ່ຽວຊົມທຳມະຊາດເມືອງບໍ່ນ້ຳຮ້ອນທຳມຊາດຂອງແຂວງຊຽງຂວາງ.

ໃນ​ແຂວງ ຊຽງ​ຂວາງ, ເມືອງຄໍາ ກໍ່ແມ່ນອີກ ເມືອງ ໜຶ່ງເຊິ່ງອຸດົມສົມສົມບູນ ໄປດ້ວຍວັດວາອາຮາມ, ປູລິຍະ ນິສະຖານອັນສັກສິດ ແລະ ສັກກາລະບູຊາທາງດ້ານປະຫວັດສາດ ແລະ ວັດທະນະທໍາອັນ ດີງາມແລ້ວ ຍັງມີພູຜາປ່າໄມ້ ແລະ ທໍາມະຊາດອັນຂຽວງາມ ດົກໜາ ແລະ ແຫລ່ງ​ທ່ອງ​ທຽວ​ຫລາຍ​ແຫ່ງ​ທີ່​ສວຍ​ງາມ.

ໃນ​ນັ້ນ​ທີ່ມີຊື່​ສຽງ​ແດ່​ກໍ່​ແມ່ນແຫຼ່ງທ່ອງ ທ່ຽວບໍ່ນໍ້າຮ້ອນບ້ານນາທອງ ແລະ ບໍ່ນໍ້າຮ້ອນບ້ານຊາງ, ເຊິ່ງ ເປັນບໍ່ນໍ້າຮ້ອນຈາກທໍາມະຊາດທີ່ກໍາລັງໄດ້ຮັບຄວາມນິຍົມ ຈາກບັນດານັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດທີ່ ເຂົ້າ ມາທ່ຽວຊົມຢ່າງຫຼວງຫຼາຍ.

ບໍ່ນໍ້າຮ້ອນບ້ານນາທອງ, ເຊິ່ງຕັ້ງຢູ່ຫ່າງຈາກເທສະບານ ເມືອງ ພຽງ 800 ແມັດ, ເປັນ ບໍ່ນໍ້າຮ້ອນທີ່ເກີດຈາກຫຼືບຫີນ ມີນໍ້າໃສສະອາດໄຫຼອອກມາ ຕະຫຼອດປີ ໃນອຸນຫະພູມປະ ມານ 45-50 ອົງສາ.

SA Game
ພາບ: laophattananews.com

ເຊິ່ງປັດ ຈຸບັນ, ບໍ່ນໍ້າຮ້ອນແຫ່ງນີ້ໄດ້ຮັບ ການປັບປຸງ ແລະ ປົວແປງໃຫ້ ເປັນສະຖານທີ່ທ່ອງທ່ຽວແລ້ວ ດ້ວຍການມີສ່ວນຮ່ວມຈາກ ປະຊາຊົນເຂດດັ່ງກ່າວໃນ ການສ້າງເປັນອ່າງສໍາລັບ ອາບນໍ້າໃນລະດູໜາວ ແລະ ເໝາະສໍາລັບການລົງແຊ່ ເພື່ອປິ່ນປົວພະຍາດໂລຄາ ຕ່າງໆ.

ສ່ວນບໍ່ນໍ້າຮ້ອນ ບ້ານຊາງ ເຊິ່ງຕັ້ງຢູ່ຫ່າງຈາກ ເທສະບານ ເມືອງໄປ ປະມານ 4 ກິໂລ ແມັດ, ເປັນບໍ່ນໍ້າທີ່ໃສສະອາດ ໂດຍມີອຸ່ນຫະພູມປະມານ 60 ອົງສາ ແລະ ມີແຮ່ທາດ ທໍາມະຊາດ ທີ່ມີສັບພະຄຸນໃນ ການປິ່ນປົວພະຍາດຜີວໜັງ ແລະ ກໍໄດ້ຮັບການປັບປຸງປົວ ແປງໃຫ້ເປັນສະຖານທີ່ທ່ອງ ທ່ຽວທາງທໍາມະຊາດໂດຍ ການມີສ່ວນຮ່ວມຂອງປະຊາ ຊົນເຂດດັ່ງກ່າວ.

ເຊິ່ງປະກອບ ມີສະຖານທີ່ຮົມຢາພື້ນເມືອງ, ບ່ອນອົບນວດແຜນບູຮານ, ບ່ອນອາບນໍ້າແຮ່ ແລະ ເຮືອນ ພັກແຮມອີກດ້ວຍ, ເຊິ່ງມາຮອດ ປັດຈຸບັນສະຖານທີ່ດັ່ງກ່າວ ກໍໄດ້ມີການປັບປຸງເພີ່ມເຕີມ ສິ່ງເອື້ອອໍານວຍເຊັ່ນ:

SA Game
ພາບ: laophattananews.com

ບ່ອນ ທ່ຽວຊົມທໍາມະຊາດ, ເຮືອນ ພັກແຮມ, ຮ້ານອາຫານ- ເຄື່ອງ ດື່ມ, ສະຖານທີ່ຍ່າງເລາະປ່າ ແລະ ບ່ອນຂາຍຜະລິດຕະພັນ ຕໍ່າຫູກທໍໄໝຂອງປະຊາຊົນ ເຂດດັ່ງກ່າວ ເພື່ອຮອງຮັບນັກ ທ່ອງທ່ຽວທີ່ເຂົ້າມາທ່ຽວຊົມ ໃຫ້ຫຼາຍຂຶ້ນກວ່າເກົ່າ.

ອອກພັນສາປີນີ້, ເມື່ອ ທ່ານໃດໄດ້ໄປເຂດເມືອງຄໍາ, ແຂວງຊຽງຂວາງ ຢ່າລືມ ໄປແວ່ຊົມ ແລະ ແຊ່ນໍ້າຮ້ອນ ທີ່ບໍ່ນໍ້າຮ້ອນເມືອງຄໍາອັນ ລືຊື່ນີ້ເພື່ອຜ່ອນຄາຍອາລົມ ແລະ ເຮັດໃຫ້ຈິດໃຈສົດຊື່ນ ແຈ່ມໃສຂຶ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laophattananews.com