ທູດ​ລາວ ວາງພວງມະລາ ຢູ່ສູສານນັກຮົບເສຍສະຫລະ ຫວຽດນາມ-ລາວ

SA Game

ສະຖານທູດລາວ ປະຈໍາ ສສ ຫວຽດນາມ

ສະຫລອງ ວັນຄ້າຍວັນເກີດປະທານໂຮ່ຈີມິນ ທູດລາວ ວາງພວງມະລາ ຢູ່ສູສານນັກຮົບ ຫວຽດນາມ-ລາວ

ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍທີ່ປຶກສາທູດຝ່າຍປ້ອງກັນຊາດ ແລະ ພະນັກງານສະຖານທູດຈຳນວນໜຶ່ງ ໄດ້ເດີນທາງໄປເຂົ້າຮ່ວມພີທີວາງພວງມະລາ, ໄຕ້ທູບທຽນຢູ່ສູສານນັກຮົບເສຍສະຫລະຫວຽດນາມ-ລາວ ທີ່ເມືອງແອັງເຊີນ ແຂວງເຫງະອານໃນວັນທີ 19 ພຶດສະພາ 2022 ນີ້, ເພື່ອເປັນການ ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ນັກຮົບທີ່ເສຍສະຫລະຊີວິດ ເພື່ອພາລະກິດປະຕິວັດຂອງປະຊາຊົນລາວ ແລະ ຫວຽດນາມ.

ພິເສດ, ເນື່ອງໃນໂອກາດການສະເຫລີມສະຫລອງ ວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 132 ປີ (19/5/1890-19/5/2022), ສະຫາຍເອກອັກຄະລັດຖະທູດ ຍັງໄດ້ໄປເຂົ້າຮ່ວມພິທີວາງພວງມະລາ ແລະ ໄຕ້ທູບທຽນຢູ່ສະຖານທີ່ທາງປະຫວັດສາດພິເສດແຫ່ງຊາດກີມລຽນ, ນາມດ່ານ ບ້ານເກີດຂອງປະທານໂຮ່ຈີມິນ ເຊິ່ງເປັນຜູ້ທີ່ຮ່ວມກັບ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ກໍ່ສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດລາວ-ຫວຽດນາມ ກາຍເປັນສາຍພົວພັນທີ່ຊື່ສັດບໍລິສຸດຜຸດຜ່ອງ, ໃສແຈ້ງ ແລະ ມີໜຶ່ງດຽວໃນໂລກ.

SA Game
ສະຖານທູດລາວ ປະຈໍາ ສສ ຫວຽດນາມ

ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ພ້ອມດ້ວຍຄະນະ ຍັງໄດ້ໄປເຂົ້າຮ່ວມພິທີປິດງານເທສະການບ້ານດອກບົວ ພາຍໃຕ້ຫົວຂໍ້ “ເຫງະອານ-ບ້ານດອກບົວ ບ່ອນເກີດຂອງປະທານ ໂຮ່ຈີມິນ ນະຄອນໂຮ່ຈີມິນ-ນະຄອນຊື່ແຫ່ງທອງຄຳ” ທີ່ຈັດຂຶ້ນຢູ່ສະໜາມຫລວງ, ແຂວງເຫງະອານ.

ຈາກນັ້ນ, ໃນວັນທີ 20 ພຶດສະພາ 2022, ສະຫາຍ ແສງເພັດ ຮຸ່ງບຸນຍວງ ພ້ອມຄະນະ ກໍໄດ້ສືບຕໍ່ເຂົ້າຮ່ວມສຳມະນາວິທະຍາ ສາດ “50 ປີ ແຫ່ງໄຊຊະນະບັ້ນຮົບປ້ອງກັນທົ່ງໄຫຫີນ-ຊຽງຂວາງ ແລະ ບົດຮຽນປະສົບການ” ຈັດໂດຍສະຖາບັນຄົ້ນຄວ້າປະຫວັດສາດກະຊວງປ້ອງກັນປະເທດຫວຽດນາມ ຮ່ວມກັບອົງຄະນະພັກ-ອຳນາດການປົກຄອງແຂວງເຫງະອານ

ໂດຍມີ ສະຫາຍ ພົນໂທ ເລ ຮຸຍ ວິງ ກຳມະການສູນກາງພັກ, ກຳມະການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ຖາຍ ແທງ ກຸ້ຍ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງເຫງະອານ

ສະຫາຍ ຈິງ ວັນ ກວຽດ ກຳມະການສູນກາງພັກ, ກຳມະການທະຫານສູນກາງ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ, ບັນ ດາກົມກອງທີ່ຂຶ້ນກັບກະຊວງປ້ອງກັນປະເທດຫວຽດນາມ ແລະ ອະດີດທະຫານອາສາສະໝັກຫວຽດນາມ ທີ່ເຄີຍປະຕິບັດໜ້າທີ່ ຢູ່ ສປປ ລາວ, ມີຄະນະຜູ້ແທນຈາກແຂວງຊຽງຂວາງ ນຳໂດຍ ສະຫາຍ ໂມບີ ຫາດົງຢາວ ຮອງເລຂາພັກແຂວງຊຽງຂວາງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດເຂົ້າຮ່ວມ.

SA Game
ສະຖານທູດລາວ ປະຈໍາ ສສ ຫວຽດນາມ

ການຈັດສຳມະນາວິທະຍາສາດຄັ້ງນີ້, ເປັນການລະນຶກເຖິງປະຫວັດສາດຄວາມເປັນມາຂອງບັ້ນຮົບປ້ອງກັນທົ່ງໄຫຫີນ-ຊຽງຂວາງ ແຕ່ວັນທີ 21/5-15/11/1972 ເຊິ່ງບັ້ນຮົບດັ່ງກ່າວ ເປັນຂີດໝາຍສຳຄັນທາງດ້ານປະຫວັດສາດ, ເປັນການປະສານສົມທົບດ້ານແນວທາງ, ຍຸດທະສາດການສູ້ຮົບ ແລະ ຮ່ວມສຳພັນສູ້ຮົບຢ່າງມີໄຊ ລະຫວ່າງກອງທັບປົດປ່ອຍປະຊາຊົນລາວ (ໃນເມື່ອກ່ອນ) ແລະ ທະຫານອາສາສະໝັກຫວຽດນາມທີ່ໄດ້ຄຽງບ່າຄຽງໄຫລ່ ສູ້ຮົບຕ້ານພວກຈັກກະພັດ

ເປັນການສະແດງໃຫ້ເຫັນເຖິງນໍ້າໃຈເພື່ອນມິດສະຫາຍຖານອ້າຍນ້ອງ ແລະ ທັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ສະຖານທູດລາວ ປະຈໍາ ສສ ຫວຽດນາມ